ທ່ານ ລັດຖະມົນຕີ ເຄື່ອນໄຫວເຮັດວຽກວິຊາສະເພາະ ຢູ່ເມືອງສັງທອງ

          ໃນຕອນເຊົ້າ ຂອງ ວັນທີ 1 ກັນຍາ 2023 ທີ່ ຫ້ອງການ ພະລັງງານ ແລະ ບໍ່ແຮ່ ເມືອງ ສັງທອງ ນະຄອນຫຼວງວຽງຈັນ, ໄດ້ມີພິທີຕ້ອນຮັບ ທ່ານ ໂພໄຊ ໄຊຍະສອນ ກໍາມະການສູນກາງພັກ, ລັດຖະມົນຕີ ກະຊວງ ພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍຄະນະ ໄດ້ລົງເຄືອນໄຫວຢ້ຽມຍາມ ແລະ ລົງຊຸກຍູ້ວຽກງານ ພະລັງງານ ແລະ ບໍ່ແຮ່ ຢູ່ເມືອງສັງທອງ, ນະຄອນຫຼວງວຽງຈັນ. ໂດຍການຕ້ອນຮັບ ຂອງ ທ່ານ ປະລິຍາເອກ ເສີມຄຳ ທຸມມະວົງສາ ຫົວໜ້າພະແນກ ພະລັງງານ ແລະ ບໍ່ແຮ່ ນະຄອນຫຼວງວຽງຈັນ ພ້ອມດ້ວຍຫົວໜ້າຫ້ອງການ ແລະ ພະນັກງານພາຍໃນຫ້ອງການ ພະລັງງານ ແລະ ບໍ່ແຮ່ ເມືອງສັງທອງ.

          ໃນໂອກາດທີ່ມີຄວາມໝາຍສຳຄັນນີ້, ທ່ານ ຫົວໜ້າພະແນກ ພະລັງງານ ແລະ ບໍ່ແຮ່ ນະຄອນຄອນຫຼວງວຽງຈັນ ແລະ ທ່ານ ສົມຄິດ ຄໍສົມບັດ ຫົວໜ້າ ຫ້ອງການ ພະລັງງານ ແລະ ບໍ່ແຮ່ ເມືອງສັງທອງ ໄດ້ລາຍງານ ໂດຍສັງເຂບ ສະພາບການຄຸ້ມຄ້ອງ, ຕິດຕາມ,ກວດກາ ວຽກງານ ພະລັງງານ ແລະ ບໍ່ແຮ່ ໃນຂອບເຂດເມືອງ ສັງທອງ ໃນໄລຍະ 08 ເດືອນຕົ້ນປີ 2023 ແລະ ທິດ ທາງແຜນການ 4 ເດືອນທ້າຍ ປີ 2023 ໂດຍສະເພາະ ວຽກງານອັນຜົນເດັ່ນໃນການຄຸ້ມຄອງຜ່ານມາ ເຊິ່ງໃນນັ້ນ ດ້ານ ພະລັງງານ ການລົງທືນດ້ານ ພະລັງງານ ໃນເມືອງສັງທອງ ມີ 3 ໂຄງການຄື ໂຄງການ ສືກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກການກໍ່ສ້າງໄຟຟ້ານ້ຳຕົກ ມີີ2 ໂຄງການ ແລະ ແລພພະລັງງານໄຟຟ້າແສງອາທິດ ມີ 1ໂຄງການນອກນີ້ ຫ້ອງການ ພະລັງງານ ແລະ ບໍ່ແຮ່ ເມືອງ ສັງທອງ ກໍ່ໄດ້ປະຕີບັດຕາມແຜນພັດທະນາເສດຖະກິດ-ສົງຄົມ ຂອງກອງປະຊຸມໃຫ່ຍ ຄັ້ງທີ V ຂອງ ເມືອງວາງອອກ ໂດຍສະເພາະ ແມ່ນ ສ ສະຫວ່າງ ຊື່ງຫ້ອງການ ພະລັງງານ ແລະ ບໍ່ແຮ່ ເມືອງກໍ່ໄດ້ເອົາໃຈໃສປະຕີບັດ ໄດ້ເປັນຢ່າງດີ ນອກນີ ຍັງໄດ້ຕິດຕັ້ງໄຟເຍື່ອງທາງ ດ້ວຍລະບົບແສງສະຫວ່າງ ແລະ ລະບົບແສງຕາເວັນໃສ່ໃນເຂດເທດສະບານເມືອງ ແລະ ຕາມຈຸດລໍ່ແຫຼມຕ່າງໆ ເຊັ່ນ: ທາງຄ້ອຍ, ທາງໂຄ້ງ, ຂົວ ແລະ ຕາມສຳນັກງານປົກຄອງເມື່ອງຕ່າງໆ. ສ່ວນວຽງງານ ທໍລະນີສາດ ແລະ ແຮ່ທາດປະຈຸບັນ ທົ່ວເມືອງ ສັງທອງ ມີບັນດາບໍລີສັດໄດ້ຮັບອະນຸຍາດສຳປະທານລົງທືນ ແລະ ເຄືອນໄຫວດຳເນີທຸລະກິດກ່ຽວກັບແຮ່ທາດໂລຫະ ແລະ ອະໂລຫະ ມີທັງຫມົດ 32 ບໍລີສັດ ໃນນັ້ນມີຂັ້ນສູນກາງອະນຸຍາດມີທັງໝົດ 10 ບໍລິສັດ ແລະ ຂັ້ນນະຄອນຫຼວງອອກໃບອະນຸບາດມີ 22 ບໍລີສັດ.

          ພາຍຫຼັງໄດ້ຮັບຟັງ ສະພາບວຽກງານ ພະລັງງານ ແລະ ບໍ່ແຮ່ ຢູ່ ເມືອງ ສັງທອງ ແລ້ວ ທ່ານ ລັດຖະມົນຕີ ກໍ່ ໄດ້ມີຄຳເຫັນໂອ້ລົມ ເຊິ່ງກ່ອນອື່ນ ທ່ານ ໄດ້ສະແດງຄວາມຊົມເຊີຍມາຍັງ ພະແນກ ພະລັງງານ ແລະ ບໍ່ແຮ່ ນະຄອນຫຼວງ ກໍ່ຄື ຫ້ອງການ ພະລັງງານ ແລະ ບໍ່ແຮ່ ປະຈຳ ເມືອງ ສັງທອງ ທີ່ໄດ້ເອົາໃຈໃສ່ວຽກງານ ຂະແໜງການ ພະລັງງານ ແລະ ບໍ່ແຮ່ ທີ່ໄດ້ຈັດຕັ້ງປະຕີບັດໃນໄລຍະຜ່ານມາໄດ້ເປັນຢ່າງດີ ແລະ ລະອຽດ ພ້ອມນີ້ໄດ້ຊີ້ນໍາໃຫ້ສືບຕໍ່ປະສານສົມທົບ ນໍາຂະແໜງການທີ່່ກ່ຽວຂ້ອງ ກໍຄືອໍານາດການປົກຄອງທ້ອງຖິ່ນໃນການຊ່ວຍເຫຼືອການເປັນຢູ່ຂອງປະຊາຊົນໃຫ້ປະສົບຜົນສໍາເລັດຕາມແຜນການທີ່ວາງໄວ້. ພ້ອມກັນນີ້, ທ່ານ ລັດຖະມົນຕີ ຍັງໄດ້ຊີ້ນໍາໃຫ້ສືບຕໍ່ປັບປຸງແກ້ໄຂ ໂດຍປະສານສົມທົບຢ່າງກົມກຽວກັບຂະແໜງການກ່ຽວ ຂ້ອງຂອງສູນກາງ ແລະ ທ້ອງຖິ່ນ ເພື່ອເຮັດໃຫ້ໂຄງການ ພະລັງງານ ແລະ ບໍ່ແຮ່ ສາມາດຈັດຕັ້ງປະຕິບັດດ້ວຍຄວາມໂລ່ງລ່ຽນ ແລະ ປະສົບຜົນ ສຳເລັດ; ເອົາໃຈໃສ່ປະຕິບັດມາດຕະຖານເຕັກນິກຂອງໂຄງການໃຫ້ມີຄວາມເປັນເອກະພາບ ເພື່ອຮັບປະກັນດ້ານຄຸນນະພາບຂອງໂຄງການ ແລະ ປະສິດທິຜົນຂອງໂຄງການໃນໄລຍາວ, ທັງເປັນການປະກອບສ່ວນອັນສຳຄັນໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ.

          ຫຼັງຈາກນັ້ນ, ທ່ານ ລົດຖະມົນຕີ ພ້ອມດ້ວຍຄະນະ ຍັງລົງເຄືອນໄຫວລົງຢ້ຽມຍາມ ແລະ ລົງຊຸກຍູ້ໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ຄຳ ຂອງບໍລິສັດ ສະໄກຂຸດຄົ້ນບໍແຮ່ຈຳກັດ ແລະ ໂຮງງານ ກົບຫີນ ຂອງບໍລິສັດ ເພັດໄລພອນ ກຣຸບ ເພື່ອກວດກາປະເມີນຄືນການເຄືອນໄຫວໄລະຍະຜ່ານມາ ແລະ ຮັບຟັງແຜນການດຳເນີນກິດຈະການຂອງໂຄງການໃນຕໍ່ໜ້າ.

ໂດຍ: ປະສົງໄຊ ໂຄດໂຍທາ