
ຕອນເຊົ້າວັນທີ 26 ພະຈິກ 2024 ທີ່ຜ່ານມາ, ທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຕ້ອນຮັບ ທ່ານ ຟຣັງສົ່ວ ໂກບິນ ( Francois CONBIN) ຜູ້ຕາງໜ້າພິເສດຂອງ ລັດຖະມົນຕີ ກະຊວງກິດຈະການເອີຣົບ ແລະ ການຕ່າງປະເທດ ວ່າດ້ວຍກາານຮ່ວມມືດ້ານເສດຖະກິດກັບບັນດາປະເທດ ອາຊຽນ ພ້ອມຄະນະໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປລາວ ລະຫວ່າງວັນທີ 25-26 ພະຈິກ 2024 ທີ່ຜ່ານມາ.

ໃນໂອກາດດັ່ງກ່າວ ທ່ານ ຮອງລັດຖະມົນຕີ ໄດ້ສະແດງຄວາມຕ້ອນຮັບ ແລະ ຕີລາຄາສູງຕໍ່ ທ່ານ ທ່ານ ຟຣັງສົ່ວ ໂກບິນ ( Francois CONBIN) ຜູ້ຕາງໜ້າພິເສດຂອງ ລັດຖະມົນຕີ ກະຊວງກິດຈະການເອີຣົບ ແລະ ການຕ່າງປະເທດ ວ່າດ້ວຍກາານຮ່ວມມືດ້ານເສດຖະກິດກັບບັນດາປະເທດ ອາຊຽນ ທີ່ໄດ້ນຳພາຄະນະຜູ້ແທນ ສາທາລະນະລັດ ຝຣັ່ງ ເຄື່ອນໄຫວເຮັດວຽກກັບກະຊວງພະລັງງານ ແລະ ບໍ່ແຮ່ ສປປລາວ ໃນຖານະທີ່ເປັນປະເທດໜຶ່ງ ໃຫ້ການຊຸກຍູ້, ສະໜັບສະໜູນການພັດທະນາວຽກງານພະລັງງານໄຟຟ້າ ຢູ່ ສປປລາວ ໂດຍສະເພາະແມ່ນໂຄງການເຂື່ອນໄຟຟ້ານໍ້າເທີນ2 ເຊິ່ງເປັນໂຄງການຂະໜາດໃຫຍ່ ທັງມີປະສິດທິຜົນສູງ ໃນການສະໜອງກະແສໄຟຟ້າຢູ່ພາຍໃນປະເທດ ແລະ ກໍ່ເປັນໂຄງການສົ່ງອອກທີ່ສຳຄັນ ຂອງ ສປປລາວ. ຖືໂອກາດນີ້, ທ່ານ ຮອງລັດຖະມົນຕີ ຍັງໄດ້ລາຍງານກ່ຽວກັບການທິດທາງແຜນການພັດທະນາພະລັງງານໄຟຟ້າຂອງ ສປປລາວ ໃນຕໍ່ໜ້າ ພ້ອມສະເໜີ ລັດຖະບານ ຝຣັ່ງ ໃຫ້ການຊຸກຍູ້, ສະໜັບສະໜູນ ໂດຍສະເພາະແມ່ນປຸກລະດົມນັກລົງທຶນຂອງ ຝຣັ່ງ ເຂົ້າມາພັດທະນາແຫຼ່ງຜະລິດໄຟຟ້າຂອງ ສປປລາວ ໃຫ້ຫຼາຍຂຶ້ນກວ່າເກົ່າ.
ທ່ານ ຟຣັງສົ່ວ ໂກບິນ ( Francois CONBIN) ສະແດງຄວາມຂອບໃຈຢ່າງສູງຕໍ່ການຕ້ອນຮັບ ແລະ ລາຍງານສະພາບການລົງທຶນດ້ານພະລັງງານ ຢູ່ ສປປລາວ ຂອງ ທ່ານ ຮອງລັດຖະມົນຕີ. ພ້ອມກັນນີ້, ທ່ານ ຟຣັງສົ່ວ ໂກບິນ ( Francois CONBIN) ກໍ່ໄດ້ຢືນຢັ້ນຄວາມໝັ້ນໝາຍຂອງ ລັດຖະບານ ຝຣັ່ງ ເຊິ່ງຍາມໃດກໍ່ໃຫ້ການຊຸກຍູ້, ສະໜັບສະໜູນ ການພັດທະນາພະລັງງານສະອາດ ແລະ ສີຂຽວ ໃນນີ້, ລັດຖະບານ ຝຣັ່ງ ມີວາມສົນໃຈໃຫ້ການສະໜັບສະໜູນ ການພັດທະນາໂຄງການພະລັງງານໄຟຟ້າແບບສູບກັບ ຫຼື Pump Storage ທີ່ຈະພັດທະນາຢູ່ເຂື່ອນໄຟຟ້ານໍ້າເທີນ2.