ກະຊວງພະລັງງານ ແລະ ບໍ່ແຮ່ ປະກາດການຈັດຕັ້ງຂັ້ນພະນັກງານນຳພາ-ຄຸ້ມຄອງ

          ພິທີດັ່ງກ່າວ ໄດ້ຈັດຂຶ້ນໃນຕອນບ່າຍວັນທີ 09 ສິງຫາ 2024ນີ້, ທີ່ກະຊວງພະລັງງານ ແລະ ບໍ່ແຮ່ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ໂພໄຊ ໄຊຍະສອນ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່. ມີບັນດາ ທ່ານ ຮອງລັດຖະມົນຕີ, ຫົວໜ້າ, ຮອງຫົວໜ້າຫ້ອງການກະຊວງ; ຫົວໜ້າ, ຮອງຫົວໜ້າກົມ, ສະຖາບັນ, ຜູ້ອຳນວຍ, ຮອງຜູ້ອຳນວຍການລັດວິສາຫະກິດ ພ້ອມດ້ວຍພະນັກງານ-ຫຼັກແຫຼ່ງພາຍໃນກະຊວງເຂົ້າຮ່ວມຢ່າງພ້ອມພຽງ.

          ໃນພິທີ ທ່ານ ນາງ ວິໄລ ພິລາວົງ ຮອງຫົວໜ້າກົມຄຸ້ມຄອງພະນັກງານ, ຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານດຳລັດຂອງ ນາຍົກລັດຖະມົນຕີ ວ່າດ້ວຍການແຕ່ງຕັ້ງ ພະນັກງານນຳພາ-ຄຸ້ມຄອງ ຂັ້ນຫົວໜ້າກົມ ແລະ ຫົວໜ້າ ສະຖາບັນ ຈຳນວນ 4 ທ່ານ ຄື: ທ່ານ ນາງ ແສງເດືອນ ວົງອິນ ວ່າການຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ຂຶ້ນເປັນ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ທ່ານ ບຸນຍົງ ສີດາວົງ ຮັກສາການຫົວໜ້າກົມຄຸ້ມຄອງບໍ່ແຮ່ ຂຶ້ນເປັນ ຫົວໜ້າກົມຄຸ້ມຄອງບໍ່ແຮ່, ທ່ານ ນາງ ສັນຕິສຸກ ພິມພະຈັນ ຮັກສາການຫົວໜ້າກົມນະໂຍບາຍ ແລະ ແຜນພະລັງງານ , ຂື້ນເປັນ ຫົວໜ້າກົມນະໂຍບາຍ ແລະ ແຜນພະລັງງານ, ທ່ານ ປອ ອານຸສັກ ພົງສະຫວັດ ວ່າການຫົວໜ້າສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່ ຂຶ້ນເປັນ ຫົວໜ້າສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່.

          ຕອນທ້າຍຂອງພິທີ ທ່ານ ໂພໄຊ ໄຊຍະສອນ ກຳມະການສູນກາງພັກ, ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ມີຄຳເຫັນໂອ້ລົມ ບາງຕອນ ສະຫາຍ ໄດ້ກ່າວ່າ: ການປັບປຸງກົງຈັກການຈັດຕັ້ງ ແລະ ການສັບຊ້ອນ, ຈັດວາງບຸກຄະລາກອນ ແມ່ນວຽກງານທີ່ສໍາຄັນຂອງແນວທາງການຈັດຕັ້ງຂອງພັກເຮົາ ຊຶ່ງເນື້ອແທ້ກໍແມ່ນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ການຜັນຂະຫຍາຍມະຕິກອງປະຊຸມວຽກງານຈັດຕັ້ງທົ່ວປະເທດມາເປັນອັນລະອຽດ, ເປັນຕົ້ນແມ່ນການຈັດຕັ້ງປະຕິບັດຕາມ ຄໍາສັ່ງເລກທີ 190 ຂອງຄະນະເລຂາທິການສູນກາງພັກ ແລະ ຄໍາແນະນໍາເລກທີ 01 ຂອງລັດຖະບານວ່າດ້ວຍການປັບປຸງການຈັດຕັ້ງຂອງບັນດາກະຊວງ-ອົງການ ແລະ ທ້ອງຖິ່ນ ຕາມທິດ : “ກະທັດຮັດ, ໂປ່ງໃສ ແລະ ສອດຄ່ອງກັບສະພາຕົວຈິງ”.

ພາບ ແລະ ຂ່າວ: ວຽງສະຫວັນ ປຣະດິດ
ຂໍ້ມູນ: ກົມຈັດຕັ້ງ ແລະ ພະນັກງານ
ຮຽບຮຽງ: ຄຳແສງ ແກ້ວປະເສີດ
ສາຍດ່ວນ: 1506