ທ່ານ ຮອງລັດຖະມົນຕີ ເຂົ້າຮ່ວມງານສະເຫຼີມສະຫຼອງຄົບຮອບ 10 ປີຂອງໂຄງການຂຸດຄົ້ນ-ປຸງແຕ່ງຄໍາ-ເງິນ ບ້ານ ຫ້ວຍຊາຍ ຂອງບໍລິສັດພູເບ້ຍມາຍນີ້ງ ຈຳກັດ

          ບໍລິສັດພູເບ້ຍມາຍນິ້ງ ຈຳກັດ ເຊິ່ງເປັນບໍລິສັດໜຶ່ງທີ່ໄດ້ຮັບການອະນຸຍາດຈາກ ລັດຖະບານ ໃຫ້ດຳເນີນການພັດທະນາອຸດສາຫະກຳບໍ່ແຮ່ ຢູ່ ສປປລາວ ມາແຕ່ຕົ້ນປີ 2010 ເປັນຕົ້ນມາ ໂດຍສະເພາະແມ່ນ ໄດ້ດຳເນີນການກໍ່ສ້າງໂຄງການຂຸດຄົ້ນ-ປຸງແຕ່ງຄຳ-ເງິນ ຢູ່ບ້ານ ຫ້ວຍຊາຍ, ເມືອງ ລ້ອງແຈ້ງ, ແຂວງໄຊສົມບູນ. ຕໍ່ມາໃນເດືອນ ເມສາ ປີ 2012, ໂຄງການຂຸດຄົ້ນ-ປຸງແຕ່ງຄຳ-ເງິນ ບ້ານ ຫ້ວຍຊາຍ ໄດ້ເລີ່ມທຳການຜະລິດຢ່າງເປັນທາງການ. ຕະຫຼອດໄລຍະ 10 ປີ ຜ່ານມາ, ໂຄງການຂຸດຄົ້ນ-ປຸງແຕ່ງຄຳ-ເງິນ ບ້ານ ຫ້ວຍຊາຍ ໄດ້ຜະລິດຄຳຫຼາຍກວ່າ ໜື່ງລ້ານອອນ ແລະ ເງິນຫຼາຍກວ່າ ແປດລ້ານອອນ.

           ປີ 2013 ໂຄງການ ບ້ານ ຫ້ວຍຊາຍ ໄດ້ຮັບລາງວັນ ການພັດທະນາໂຄງການດີເດັ່ນປະຈຳປີ ຢູ່ງານມອບລາງວັນບໍ່ແຮ່ ແລະ ວຽກງານຂຸດຄົ້ນເງິນອາຊີ ເຊິ່ງເປັນການຮັບຮູ້ການພັດທະນາໂຄງການພົ້ນເດັ່ນສຳລັບການພັດທະນາ ແລະ ການກໍ່ສ້າງໂຮງງານປຸງແຕງຄຳ-ເງິນ ຂອງບໍລິສັດພູເບ້ຍ ມາຍນິ້ງ ຈຳກັດ ຢູ່ ສປປລາວ. ໃນປີດຽວກັນ ສາງເກັບເຄື່ອງຂອງພະແນກສ້ອມແປງກົນຈັກບ້ານ ຫ້ວຍຊາຍ ຍັງໄດ້ຖືກຈັດລຳດັບ 5 ດາວດ້ານມາດຕະຖານການຄຸ້ມຄອງສານຕົກຄ້າງຂອງ ແຄດເທີພີລາ ໃນເວລານັ້ນ, ເປັນໜື່ງໃນຫົກໂຮງງານທົ່ວໂລກທີ່ໄດ້ຮັບມາດຕະຖານດັ່ງກ່າວ ແລະ ເປັນຄັ້ງທຳອິດໃນປະເທດກຳລັງພັດທະນາ. ໃນໜື່ງທົດສະວັດ, ສະຖານທີ່ດັ່ງກ່າວ ໄດ້ຖືກຈັດລຳດັບ 5 ດາວເປັນເວລາເກົ້າປີຕິດຕໍ່ກັນ.

          ໂຄງການຂຸດຄົ້ນ-ປຸງແຕ່ງຄຳ-ເງິນ ບ້ານ ຫ້ວຍຊາຍ ສືບຕໍ່ມີອັດຕາຄວາມຖີ່ການບາດເຈັບທີ່ຕ້ອງພັກວຽກ ແລະ ອັດຕາຄວາມຖີ່ການບາດເຈັບທີ່ສາມາດລາຍງານໄດ້ທັງໝົດ ດີກວ່າຄ່າສະເລ່ຍໃນອຸດສາຫະກຳ. ໃນໄລຍະການລະບາດຂອງພະຍາດໂຄວິດ-19 ໃນປີ 2020 ແລະ 2021, ບໍລິສັດ ພູເບ້ຍ ມາຍນິງ ໄດ້ເຮັດວຽກຮ່ວມກັບ ລັດຖະບານ ສປປ ລາວ ໃນການສັກວັກຊີນປ້ອງກັນພະຍາດດັ່ງກ່າວ ໃຫ້ພະນັກງານຂອງບໍລິສັດ ຮອດທ້າຍປີ 2022 ແຮງງານຂອງບໍລິສັດຫຼາຍກວ່າ 98 ສ່ວນຮ້ອຍ ໄດ້ຮັບວັກຊີນຕ້ານໂຄວິດ-19 ຢ່າງໜ້ອຍ 3 ເຂັມຂື້ນໄປ.

            ໂຄງການ ບ້ານ ຫ້ວຍຊາຍ ໄດ້ຮັບການຢັ້ງຢືນການຄຸ້ມຄອງສານໄຊຢານາຍຄັ້ງທຳອິດໃນປີ 2012 ໃນໄລຍະກ່ອນການດໍາເນີນງານ, ຕາມຫຼັກການຄຸ້ມຄອງສານໄຊຢານາຍຂອງສາກົນ-ໂຄງການແບບສະໝັກໃຈເພື່ອຄຸ້ມຄອງສານໄຊຢານາຍ ໃນວົງຈອນການຜະລິດ. ໂຮງງານບ້ານ ຫ້ວຍຊາຍ ໄດ້ຮັບການຢັ້ງຢືນການຄຸ້ມຄອງເຕັມສ່ວນໃນປີ 2013 ແລະ ໄດ້ຮັບຢັ້ງຢືນຄືນໃນປີ 2019. ຕໍ່ມາໃນປີ 2022 ໂຄງການໄດ້ສຳເລັດຂັ້ນຕອນການປະເມີນຢັ້ງຢືນຄືນ. ໂຄງການຂຸດຄົ້ນ-ປຸງແຕ່ງຄຳ-ເງິນ ບ້ານ ຫ້ວຍຊາຍ ໄດ້ສ້າງວຽກງານທຳໃຫ້ປະຊາຊົນລາວບັນດາເຜົ່າ ຫຼາຍກວ່າ 1,000 ຕໍາແໜ່ງ ເຊິ່ງກວມເອົາ 90 ກວ່າສ່ວນຮ້ອຍຂອງພະນັກງານຢູ່ໂຮງງານ.

          ພິທີສະເລີມສະຫຼອງ 10 ປີຜົນສຳເລັດຂອງໂຄງການຂຸດຄົ້ນ ແລະ ປຸງແຕງຄຳ-ເງິນ ຂອງບໍລິສັດພູເບ້ຍມາຍນິ້ງ ຈຳກັດ ໄດ້ຈັດຂຶ້ນຢ່າງເປັນທາງການໃນຕອນຄໍ່າຂອງວັນທີ 10 ກຸມພາ 2023 ຢູ່ບ້ານນາໄຊຫວ່າງ, ເມືອງລ້ອງແຈ້ງ, ແຂວງ ໄຊສົມບູນ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ທັງເປັນປະທານຄະນະກຳມະການຕິດຕາມການປະຕິບັດງານຂອງບໍລິສັດ ພູເບ້ຍ ມາຍນິງ ຈຳກັດ, ທ່ານ ສຸກສະຫວາດ ວົງພູມເຫຼັກ ແລະ ທ່ານ ຕົງມົວ ຊົວໂກ້ ຮອງເຈົ້າແຂວງ ໄຊສົມບູນ, ທ່ານ ຫົວໜ້າຫ້ອງການກະຊວງ ພະລັງງານ ແລະ ບໍ່ແຮ່,

          ບັນດາ ທ່ານ ຫົວໜ້າພະແນກການຕ່າງໆ ຈາກສູນກາງ ແລະ ແຂວງໄຊສົມບູນ, ຕາງໜ້າອຳນາດການປົກຄອງເມືອງລ້ອງແຈ້ງ ແລະ ບ້ານນາໄຊສະຫວ່າງ, ທ່ານ ແດນນ້ຽວ ເຊັງ, ຜູ້ອໍານວຍການໃຫຍ່ ແລະ ປະທານຜູ້ບໍລິຫານບໍລິສັດ ແພນອອສ໌ ເຊິ່ງເປັນບໍລິສັດແມ່ຂອງບໍລິສັດ ພູເບ້າຍ ມາຍນິ້ງ ຈຳກັດ, ທ່ານ ເດວິດ ຣີດ, ຜູ້ຈັດການໃຫຍ່ຝ່າຍຜະລິດ, ທ່ານ ສະຕີບ ຈິມໂປ, ຜູ້ອໍານວຍການບໍລິສັດ ພູເບ້ຍ ມາຍນິງ ຈຳກັດ ພ້ອມດ້ວຍພະນັກງານ ທີ່ປະຈຳການຢູ່ໂຄງການຂຸດຄົ້ນ-ປຸງແຕ່ງ ຄຳ-ເງິນເຂົ້າຮ່ວມຢ່າງພ້ອມພຽງ.

ພາບ-ຂ່າວ: ມີລູ່ ຄຳປະເສີດ ແລະ ວຽງສະຫວັນ ປຣະດິດ
ຮຽບຮຽງຂ່າວ: ຄຳແສງ ແກ້ວປະເສີດ