ສປປ ລາວ ແລະ ສະພາການຄ້າ ແລະ ອຸດສາຫະກຳ ອາຊຽນ ພົບປະ, ປຶກສາຫາລື ກ່ຽວກັບການຮ່ວມມືກັນດ້ານພະລັງງານ ແລະ ບໍ່ແຮ່

          ຕອນເຊົ້າວັນທີ 2 ມິຖຸນາ 2023 ນີ້, ທ່ານ ນາງ ຈັນສະຫວາດ ບຸບຜາ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ໃຫ້ການຕ້ອນຮັບ ແລະ ພົບປະກັບ ທ່ານ Arjad Rasjid ປະທານສະພາການຄ້າ ແລະ ອຸດສາຫະກຳ ອາຊຽນ ທັງເປັນປະທານສະພາການຄ້າ ແລະ ອຸດສາຫະກຳ ແຫ່ງ ສາທາລະນະລັດ ອິນໂດເນເຊຍ ເຂົ້າຢ້ຽມຂໍ່ານັບ ໃນໂອກາດທີ່ຄະນະຜູ້ແທນດັ່ງກ່າວ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກກັບ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ.

          ໃນໂອກາດດັ່ງກ່າວ ທ່ານ ຮອງລັດຖະມົນຕີ ສະແດງຄວາມຕ້ອນຮັບ ແລະ ຊົມເຊີຍ ຕໍ່ຄະນະຜູ້ແທນ ສະພາການຄ້າ ແລະ ອຸດສາຫະກຳ ອາຊຽນ ທີ່ໄດ້ມາພົບປະ, ແລກປ່ຽນບົດຮຽນກ່ຽວກັບການຮ່ວມມືດ້ານພະລັງງານ ແລະ ບໍ່ແຮ່ ລະຫວ່າງສອງຝ່າຍ. ພ້ອມກັນນນີ້, ທ່ານ ຮອງລັດຖະມົນຕີ ກໍ່ໄດ້ລາຍງານຫຍໍ້ ກ່ຽວກັບການພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ຢູ່ ສປປລາວ ໂດຍຫຍໍ້ ໃຫ້ ທ່ານ Arjad Rasjid ພ້ອມດ້ວຍຄະນະໄດ້ຮັບຊາບ ໃນນີ້ ທ່ານ ຮອງລັດຖະມົນຕີ ໄດ້ຍົກໃຫ້ເຫັນເຖິງທ່າແຮງບົມຊ້ອນຂອງ ສປປລາວ ໃນການພັດທະນາຂະແໜງການພະລັງງານ ແລະ ບໍ່ແຮ່ ໂດຍສະເພາະແມ່ນການພັດທະນາພະລັງງານສະອາດເຊັ່ນ: ພະລັງງານຈາກນໍ້າ, ລົມ, ແສງແດດ ແລະ ພະລັງງານທົດແທນ ເຊິ່ງມາຮອດປັດຈຸບັນ ສປປລາວ ສຳເລັດການກໍ່ສ້າງແຫຼ່ງຜະລິດພະລັງງານທັງໝົດ 94 ແຫ່ງ ໃນນີ້ຈາກນໍ້າ 81 ແຫ່ງ, ຖ່ານຫີນ 1 ແຫ່ງ, ແສງຕາເວັນ 8 ແຫ່ງ ແລະ ຊີວະມວນ 4 ແຫ່ງ. ນອກຈາກ ທ່າແຮງດ້ານການພັດທະນາແຫຼ່ງຜະລິດພະລັງງານໄຟຟ້າແລ້ວ, ສປປລາວ ຍັງມີຄວາມອຸດົມສົມບູນທາງດ້ານຊັບພະຍາກອນທຳມະຊາດ ອື່ນໆເປັນຕົ້ນແມ່ນ: ຄຳ, ເງິນ, ເຫຼັກ, ທອງ…ເຊິ່ງເປັນທ່າແຮງທີ່ສຳຄັນ ໃນການຊຸກຍູ້ການຈະເລີນເຕີບໂຕທາງດ້ານເສດຖະກິດຂອງ ປະເທດ. ທ່ານ ຮອງລັດຖະມົນຕີ ສະເໜີໃຫ້ ທ່ານ Arjad Rasjid ໃນຖານະທີ່ເປັນປະທານ ສະພາການຄ້າ ແລະ ອຸດສາຫະກຳ ອາຊຽນ ທັງເປັນປະທານສະພາການຄ້າ ແລະ ອຸດສາຫະກຳ ແຫ່ງ ສາທາລະນະລັດ ອິນໂດເນເຊຍ ສືບຕໍ່ໃຫ້ການສະໜັບສະໜູນ, ຊ່ວຍເຫຼືອ ສປປລາວ ເພື່ອບັນລຸການພັດທະນາ ແລະ ນຳພາປະເທດຊາດ ກໍ່ຄືປະຊາຊົນລາວ ຫຼຸດພົ້ນຈາກຄວາມຫຍາກຈົນ ໂດຍສະເພາະແມ່ນຊ່ວຍສະໜັບສະໜູນທາງດ້ານທຶນຮອນ, ເຕັກນິກວິຊາການ ໃນການກໍ່ສ້າງສາຍສົ່ງເພື່ອສະໜອງໄຟຟ້າຢູ່ພາຍໃນປະເທດ ແລະ ການເຊື່ອມໂຍງກັບບັນດາປະເທດໃກ້ຄຽງ, ບົດຮຽນໃນການຄຸມຄອງ, ບໍລິຫານຈັດການການຂຸດຄົ້ນແຮ່ທາດແບບສະອາດ, ການພັດທະນາພະລັງງານຈາກພືດ ເຊິ່ງອິນໂດເນເຊຍ ກໍ່ເປັນປະເທດໜຶ່ງຂອງໂລກ ທີ່ມີບົດຮຽນ ແລະ ປະສົບການໃນດ້ານນີ້ມາຢ່າງຍາວນານ.

          ທ່ານ Arjad Rasjid ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ພ້ອມທັງລາຍງານສະພາບການພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ຢູ່ ສປປລາວ ຂອງ ທ່ານ ຮອງລັດຖະມົນຕີ. ພ້ອມກັນນີ້, ທ່ານ ຍັງໄດ້ລາຍງານຈຸດປະສົງຂອງການເດີນທາງມາເຮັດວຽກຢູ່ ສປປລາວ ກໍ່ເພື່ອມາພົບປະ, ແລກປ່ຽນບົດຮຽນກັບຜູ້ນຳ ທັງພາກລັດ ແລະ ເອກະຊົນ ຂອງ ສປປລາວ ກ່ຽວກັບຊຸກຍູ້ການຮ່ວມມືກັນທາງດ້ານເສດຖະກິດ, ການຄ້າ ພາຍໃນປະເທດສະມາຊິກອາຊຽນ. ທ່ານ ໄດ້ສະເໜີໃຫ້ຮູ້ ເຖິງຈຸດປະສົງ ແລະ ເປົ້າໝາຍການສ້າງຕັ້ງ ສະພາການຄ້າ ແລະ ອຸດສາຫະກຳ ອາຊຽນ ໂດຍມີ 5 ເປົ້າໝາຍຫຼັກຄື: ເປັນສູນກາງຂອງການດຳເນີນທຸລະກິດຂອງບັນດາປະເທດສະມາຊິກ; ເປັນຈຸດເຊື່ອມໂຍງ ແລະ ເຊື່ອມຈອດໃນການພັດທະນາຮ່ວມກັນ; ເປັນໃຈກາງໃນການຊຸກຍູ້, ສົ່ງເສີມໃຫ້ອາຊຽນມີຄວາມເທົ່າທຽມກັນ; ສ້າງໃຫ້ປະຊາຊົນພາຍໃນ ອາຊຽນ ມີຄວາມເທົ່າທຽມກັນທາງດ້ານການພັດທະນາ ແລະ ຊຸກຍູ້, ສົ່ງເສີມ ການພັດທະນາລະບົບດີຈີຕອນ ຮ່ວມກັນໃຫ້ມີຄວາມທັນສະໄໝ. ທ່ານ ປະທານ ສະພາການຄ້າ ແລະ ອຸດສາຫະກຳ ອາຊຽນ ສະແດງຄວາມຊົມເຊີຍ ຕໍ່ ສປປລາວ ທີ່ບັນລຸຜົນສຳເລັດໃນການເຊື່ອມໂຍງດ້ານພະລັງງານ ຢູ່ໃນພາກພື້ນ ໂດຍສະເພາະແມ່ນໂຄງການຮ່ວມມືແລກປ່ຽນຊື້-ຂາຍພະລັງງານ 4 ປະເທດ ລາວ-ໄທ-ມາເລເຊຍ-ສິງກະໂປ ເຊິ່ງຖືໄດ້ວ່າເປັນໂຄງການຕົວແບບ ແລະ ເຊື່ອໝັ້ນວ່າ ໂຄງການດັ່ງກ່າວ ຈະໄດ້ຮັບການສືບຕໍ່ຈັດຕັ້ງປະຕິບັດກວ້າງຂວາງ ແລະ ເຊື່ອມຈອດກັບທຸກປະເທດພາຍໃນຊາດອາຊຽນ.

          ທັງສອງຝ່າຍ ໄດ້ພ້ອມກັນ ປຶກສາຫາລື ແລະ ແລກປ່ຽນບົດຮຽນຮ່ວມກັນໃນຫຼາຍບັນຫາ ທີ່ທັງສອງຝ່າຍມີຄວາມສົນໃຈ ໂດຍສະເພາະແມ່ນບົດຮຽນຂອງ ອິນໂດເນເຊຍ ແລະ ຂອງພາກພື້ນອື່ນໆ ໃນການພັດທະນາພະລັງງານຈາກຊີວະມວນ, ຈາກພືດ ແລະ ຈາກພະລັງງານທົດແທນ.

ໂດຍ: ຄຳແສງ ແກ້ວປະເສີດ