ພິທີປະດັບຫຼຽນໄຊແຮງງານ, ຫຼຽນກາແຮງງານ ແລະ ມອບໃບຍ້ອງຍໍລັດຖະບານ ໃຫ້ບຸກຄົນ ແລະ ກົມກອງລວມໝູ່ ທີ່ມີຜົນງານປະກອບສ່ວນເຂົ້າໃນການກໍ່ສ້າງເຂື່ອນໄຟຟ້ານໍ້າງຽບ2

          ພິທີໄດ້ຈັດຂຶ້ນໃນຕອນແລງຂອງວັນທີ 9 ກັນຍາ 2022 ຢູ່ຫ້ອງປະຊຸມໃຫຍ່ຊັ້ນ 5, ໂດຍໃຫ້ກຽດເຂົ້າຮ່ວມ ແລະ ຕາງໜ້າ ລັດຖະບານ ສປປ ລາວ ເປັນກຽດປະດັບຫລຽນໄຊແຮງງານ, ຫຼຽນກາແຮງງານ ແລະ ໃບຍ້ອງຍໍລັດຖະບານ ໃຫ້ກົມກອງລວມໝູ່ ແລະ ບຸກຄົນດີເດັ່ນຂອງ ທ່ານ ປອ ດາວວົງ ພອນແກ້ວ ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່.

          ນອກຈາກນີ້, ຍັງມີຕາງໜ້າຈາກພາກສ່ວນຕ່າງໆ ທັງພາກລັດ ແລະ ເອກະຊົນ ຢູ່ຂັ້ນສູງກາງ ແລະ ທ້ອງຖິ່ນ (ແຂວງ ຊຽງຂວາງ) ທີ່ນອນຢູ່ໃນເປົ້າໝາຍການຍ້ອງຍໍໃນຄັ້ງນີ້ ເຂົ້າຮ່ວມຢ່າງພ້ອມພຽງ

          ໃນພິທີ ທ່ານ ມ້ອນ ເພັດພູໄທ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ກະຊວງ ພະລັງງານ ແລະ ບໍ່ແຮ່ ໄດ້ຂຶ້ນຜ່ານ ລັດຖະດຳລັດຂອງປະທານປະເທດ, ສະບັບເລກທີ 351/ປປທ, ລົງວັນທີ 28 ພະຈິກ 2019 ວ່າດ້ວຍການປະດັບຫຼຽໄຊແຮງງານຊັ້ນ II ໃຫ້ບຸກຄົນ 8 ທ່ານ, 1 ກົມກອງ; ປະດັບຫຼຽນໄຊແຮງງານຊັ້ນ III ຈຳນວນ 8 ທ່ານ. ພ້ອມກັນນີ້, ທ່ານຍັງໄດ້ຜ່ານ ດຳລັດຂອງນາຍົກລັດຖະມົນຕີ, ສະບັບເລກທີ 397/ນຍ, ລົງວັນທີ 20 ພະຈິກ 2019 ວ່າດ້ວຍການປະດັບຫຼຽນກາແຮງງານໃຫ້ບຸກຄົນຈຳນວນ 11 ທ່ານ ແລະ ໃບຍ້ອງຍໍລັດຖະບານຈຳນວນ 11 ທ່ານ ໃຫ້ຜູ້ທີ່ມີຜົນງານດີເດັ່ນປະກອບສ່ວນດ້ານເຫືອແຮງ, ສະຕິປັນຍາ ເຂົ້າໃນການກໍ່ສ້າງເຂື່ອນໄຟຟ້ານໍ້າງຽບ2.

          ພາຍຫຼັງສຳເລັດພິທີປະດັບຫຼຽນໄຊແຮງງານ, ຫຼຽນກາແຮງງານ ແລະ ໃບຍ້ອງຍໍລັດຖະບານ ໃຫ້ບຸກຄົນ ແລະ ກົມກອງລວມໝູ່ແລ້ວ, ທ່ານ ລັດຖະມົນຕີ ໄດ້ຕາງໜ້າໃຫ້ ລັດຖະບານ ແຫ່ງ ສປປ ລາວ ກໍ່ຄືໃນນາມກະຊວງພະລັງງານ ແລະ ບໍ່ແຮ່ ມີຄຳ ເຊິ່ງກ່ອນອື່ນ ທ່ານ ລັດຖະມົນຕີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສຳເລັດການກໍ່ສ້າງເຂື່ອນໄຟຟ້ານໍ້າງຽບ2 ຂອງທຸກພາກສ່ວນທັງພາກລັດ ແລະ ເອກະຊົນ ເຊິ່ງເປັນການປະກອບສ່ວນຢ່າງໃຫຍ່ຫຼວງຕໍ່ການພັດທະນາເສດຖະກິດ-ສັງຄົມຂອງປະເທດເຮົາ.

          ທ່ານ ກ່າວວ່າຕື່ມວ່າ: ໃນນາມລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່, ຂໍຖືເປັນກຽດຢ່າງສູງ ແລະ ມີຄວາມຍິນດີ ທີ່ໄດ້ຮັບເຊີນໃຫ້ມາເຂົ້າຮ່ວມເນື່ອງໃນໂອກາດການຈັດພິທີປະດັບຫຼຽນໄຊແຮງງານ, ຫຼຽນກາແຮງງານ ແລະ ມອບໃບຍ້ອງຍໍໃຫ້ແກ່ບໍລິສັດ ແລະ ບຸກຄົນ ທີ່ມີຜົນງານດີເດັນໃນການປະກອບສວນກໍ່ສ້າງໂຄງການເຂື່ອນໄຟຟ້າ ນໍ້າງຽບ 2 ທີ່ຕັ້ງຢູ່ເມືອງຄູນ ແຂວງຊຽງຂວາງ ຂື້ນໃນມື້ນີ້. ຂ້າພະເຈົ້າຕີລາຄາສູງຕໍ່ການປະກອບສ່ວນອັນລໍ້າຄ່າຂອງບໍລິສັດ CWE ຈໍາກັດ ທີ່ເອົາໃຈໃສ່ ແລະ ພັດທະນາໂຄງການເຂື່ອນໄຟຟ້າໃນໄລຍະຜ່ານມາໄດ້ຮັບຜົນສໍາເລັດຢ່າງຈົບງາມ ເຊັນ: ໂຄງການເຂື່ອນໄຟຟ້ານໍ້າລີກ 1-2 ຢູ່ແຂວງວຽງຈັນ, ໂຄງການເຂື່ອນໄຟຟ້າ ນໍ້າງຽບ 2 ຢູ່ແຂວງຊຽງຂວາງ ແລະ ໂຄງການເຂື່ອນໄຟຟ້າ ນໍ້າກົງ 1 ຢູ່ແຂວງ ອັດຕະປື ທີ່ຫາກໍ່ສໍາເລັດການກໍ່ສ້າງໃນໄຍະຜ່ານມານີ້.

           ນອກຈາກນີ້, ບໍລິສັດ ກໍ່ຍັງໄດ້ເອົາໃຈໃສ່ ແລະ ມີຄວາມຮັບຜິດຊອບຕໍ່ວຽກງານການແກ້ໄຂທາງດ້ານສິ່ງແວດລ້ອມ-ສັງຄົມ ແລະ ລວມທັງການປະຕິບັດພັນທະພັດທະນາຊຸມຊົນໃນທີ່ຜ່ານມາ ເຊັນ: ການກໍ່ສ້າງຈັດສັນບ້ານຍົກຍ້າຍ ບ້ານນາຫີນບູນ ທີ່ຂື້ນກັບເມືອງທ່າໂທມ ແຂວງໄຊສົມບູນ; ການກໍ່ສ້າງເສັ້ນທາງເຂົ້າບ້ານປຸ່ງ ແລະ ກໍາລັງກະກຽມຈະກໍ່ສ້າງສາຍສົ່ງໄຟຟ້າ 22kV/0,4kV ເຂົ້າບ້ານປຸ່ງ, ເມືອງຜ່າໄຊ ແຂວງຊຽງຂວາງ ທີ່ຍັງເຫັນວ່າເປັນບ້ານໜຶ່ງ ທີ່ຍັງຂາດໄຟຟ້າຢູ່ພາຍໃນແຂວງຊຽງຂວາງ. ພ້ອມນີ້, ກໍ່ຂໍສະແດງຄວາມຊົມເຊີຍ ແລະ ຂອບໃຈມາຍັງບັນດາທ່ານ ທີ່ໄດ້ປະກອບສວນທາງດ້ານເຮື່ອແຮງ, ສະຕິປັນຍາເຂົ້າການກໍ່ສ້າງໂຄງການ ໂດຍສະເພາະແມ່ນໂຄງການກໍ່ສ້າງເຂື່ອນໄຟຟ້າ ນໍ້າງຽບ 2 ໄດ້ຮັບຜົນສໍາເລັດ ແລະ ດໍາເນີນການຜະລິດໄຟຟ້າ ມາຮອດປະຈຸບັນນີ້.

          ການຈັດພິທີ ມອບ-ຮັບ ການຍ້ອງຍໍຂື້ນໃນມື້ນີ້ ແມ່ນໄດ້ຈັດຂຶ້ນໃນທ່າມກາງເວລາທີ່ຂະບວນການການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໃນຂົງເຂດທົ່ວປະເທດເວົ້າລວມ ແລະ ເວົ້າສະເພາະພາຍໃນບັນດາແຂວງ, ບົນພື້ນຖານການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງ, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີຄັ້ງທີ IX (2021-2025) ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ເຂົ້າສູ່ການປະຕິບັດຕົວຈິງ ທີ່ພວມມີໝາກມີຜົນ ເຖິງວ່າຈະດໍາເນີນຢູ່ໃນທ່າມກາງ ສະພາບການລະບາດຂອງພະຍາດໂຄວິດ-19 ຢ່າງຮ້າຍແຮງກໍ່ຕາມ ແຕ່ກໍ່ເຫັນວ່າ: ບັັນຍາກາດຍັງສືບຕໍ່ ແລະ ດໍາເນີນໄປຢ່າງເປັນຂະບວນ ທີ່ຟົດຟື້ນ ແລະ ມີຊີວິດຊີວາ.ໃນເວລາດຽວກັນນີ້, ການພັດທະນາໂຄງການເຂື່ອນໄຟຟ້າ ແມ່ນໂຄງການພັດທະນາອຸດສາຫະກໍາພະລັງງານໄຟຟ້າທີ່ສໍາຄັນ, ມີລັກສະນະຍຸດທະສາດຂອງປະເທດເຮົາ ກໍມີຜົນສໍາເລັດທີ່ຕໍ່ເນື່ອງ, ຫຼາຍແຜນງານທີ່ສໍາຄັນໄດ້ຮັບການຈັດຕັ້ງປະຕິບັດ ແລະ ມີຜົນສໍາເລັດທີ່ໜັກແໜ້ນ, ໂດຍສະເພາະແມ່ນການປະຕິບັດແຜນງານພັດທະນາພື້ນຖານໂຄງລ່າງທີ່ຕິດພັນ ແລະ ການປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ບັນດາເຜົ່າທີ່ຢູ່ອ້ອມຂ້າງໂຄງການແມ່ນແຜນງານທີ່ມີຄວາມສໍາຄັນ, ຖືເປັນວຽກງານບູລິມະສິດ ແລະ ໄດ້ຮັບຜົນສໍາເລັດທີ່ມີລັກສະນະຕໍ່ເນື່ອງ, ໜັກແໜ້ນ, ປະກອບສ່ວນທີ່ສໍາຄັນ ເຂົ້າໃນການພັດທະນາຊົນນະບົດ, ການພັດທະນາພື້ນຖານໂຄງລ່າງຂອງທ້ອງຖິ່ນ, ການປັບປຸງ ແລະ ການພັດທະນາຊຸມຊົນ ເພື່ຶອຍົກສູງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໃຫ້ດີຂື້ນ.

          ເຂື່ອນໄຟຟ້າ ນຳ້ງຽບ 2 ເປັນໂຄງການໃນຮູບແບບ BOT ໂຄງການທີສອງຂອງ ບໍລິສັດ CWE ໃນ ສປປລາວ, ໂຄງການ ເຂື່ອນໄຟຟ້າ ນຳ້ງຽບ 2 ໄດ້ເຊັນ MOU ໃນວັນທີ 30 ທັນວາ 2008, ໄດ້ເລີ່ມລົງມືກໍ່ສ້າງຢ່າງເປັນທາງການໃນວັນທີ 1 ຕຸລາ 2011 ມີເຄື່ອງຈັກປັ້ນໄຟ 3ໜ່ວຍ (Unit) ໄດ້ເລີ່ມດຳເນີນງານການຜະລິດໄຟຟ້າຢ່າງເປັນທາງການໃນວັນທີ 1 ຕຸລາ 2015, ມີກຳລັງຕິດຕັ້ງ 180 ເມກາວັດ, ມາຮອດທ້າຍເດືອນສິງຫາ 2022, ເຂື່ອນໄຟຟ້າ ນໍ້າງຽບ 2 ສາມາດຜະລິດກະແສໄຟຟ້າໄດ້ແລ້ວທັງໝົດ 2.860 ລ້ານkWh

ພາບ: ວຽງສະຫວັນ ປຣະດິດ
ຂ່າວ: ຄຳແສງ ແກ້ວປະເສີດ