ນັກກິລາ ກະຊວງ ພະລັງງານ ແລະ ບໍ່ແຮ່ ສາມາດຍາດໄດ້ຫຼາຍຫຼຽນ ຈາກກິລາ

            ມື້ວານນີ້ວັນທີ 5 ທັນວາ 2022 ນັກກິລາ ກະຊວງພະລັງງານ ແລະ ບໍ່ແຮ່ ທີ່ເຂົ້າຮ່ວມໃນງານມະຫາກຳກິລາແຫ່ງຊາດ ຄັ້ງທີ XI ຫຼື ຊຽງຂວາງເກມ ສາມາດຍາດເພີ່ມອີກ 1 ຫຼຽນເງິນ ແລະ 1 ຫຼຽນທອງ;
1 ຫລຽນເງິນ ໄດ້ຈາກ ນາງ ປ້ອມ ລໍມະນີ ແລ່ນ100ມ. ສ່ວນ 1 ຫລຽນທອງໄດ້ຈາກ ນາງ ແລ້ນລີ ພຸດທະວົງ ເຕັ້ນ 3 ກ້າວຍິງ
ສະຫລຸບຢ່າງເປັນທາງການຮອດເວລາ 20ໂມງ, ຂອງວັນທີ 5 ທັນວາ 2022 ນັກກິລາກະຊວງ ພະລັງງານ ແລະ ບໍ່ແຮ່ ສາມາດຄວ້າມາໄດ້ແລ້ວ 4 ຫລຽນເງິນ ແລະ 2 ຫລຽນທອງ.
ລາຍງານສົດຈາກແຂວງ ຊຽງຂວາງ
ໂດຍ: ມີລູ່ ຄຳປະເສີດ