ທ່ານ ລັດຖະມົນຕີ ກະຊວງ ພະລັງງານ ແລະ ບໍ່ແຮ່ ໄດ້ຕິດຕາມການຢ້ຽມຢາມຂອງທ່ານ ນາຍົແຫ່ງ ສປປ ລາວ ຢ້ຽມຢາມຣາຊະອານາຈັກໄທ.

          ໃນວັນທີ 1 ມິຖຸນາ 2022 ທ່ານ ລັດຖະມົນຕີ ກະຊວງ ພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍຄະນະ ໄດ້ຕິດຕາມການຢ້ຽມຢາມຂອງທ່ານ ນາຍົກ…ແຫ່ງ ສປປ ລາວ ຢ້ຽມຢາມຣາຊະອານາຈັກໄທ ຢ່າງເປັນທາງການ ເຊິ່ງໃນນີ້ໄດ້ມີພິທີແລກປ່ຽນບົດບັນທຶກຄວາມເຂົ້າໃຈການຮ່ວມມືການຊື້ຂາຍພະລັງງານໄຟຟ້າ ຈາກ 9000 MW ເປັນ 10.500 MW ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກໄທ ທີ່ລົງນາມໃນວັນທີ 4 ມີນາ 2022. ເພື່ອເສີມຂະຫຍາຍການຮ່ວມມື ຄ້າຂາຍພະລັງງານໄຟຟ້າ ລະຫວ່າງ ສປປ ລາວ ແລະ ຣາຊາອານະຈັກໄທ ໃຫ້ເຕີບໃຫຍ່ຂະຫຍາຍຕົວຍິ່ງໆຂື້ນໄປ. ໂດຍສອດຄອງກັບແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2020-2025) ຕື່ມອີກ.