
ວັນທີ 02 ເມສາ 2025 ນີ້, ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານຂົງເຂດ ເສດຖະກິດ ແລະ ການພົວພັນຮ່ວມມື ຕ່າງປະເທດ ໃຫ້ກຽດເຂົ້າຮ່ວມພິທີວາງສີລາລຶກ ໂຄງການກໍ່ສ້າງໂຮງໄຟຟ້າພະລັງງານຄວາມຮ້ອນຖ່ານຫີນ ເຊກອງ ຂອງກຸ່ມບໍລິສັດ ພອນສັກ ຈຳກັດ ທີ່ເມືອງ ກະລຶມ, ແຂວງ ເຊກອງ; ມີທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ເຈົ້າແຂວງໆ ເຊກອງ, ທ່ານ ຮອງລັດຖະມົນຕີ ກະຊວງ ພະລັງງານ ແລະ ບໍ່ແຮ່ ແລະ ພະລັງງານ ແຫ່ງ ຣາຊະອານາຈັກ ກຳປູເຈຍ; ບັນດາທ່ານ ຮອງລັດຖະມົົນຕີກະຊວງ-ອົງການ, ຜູ້ຕາງໜ້າບັນດາແຂວງໃກ້ຄຽງ, ຄະນະບໍລິຫານໂຄງການ, ພະນັກງານທີ່ກ່ຽວຂ້ອງ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ທ່ານ ພອນສັກ ວິໄລສັກ ປະທານກຸ່ມບໍລິສັດ ພອນສັກ ຈຳກັດ ໄດ້ລາຍງານໃຫ້ຮູ້ວ່າ: ໂຄງການກໍ່ສ້າງໂຮງໄຟຟ້າພະລັງງານຄວາມຮ້ອນຖ່ານຫີນແຫ່ງນີ້ ມີກຳລັງການຜະລິດທັງໝົດ 1,800 ເມກາວັດ, ປະກອບມີ 6 ໂຮງ, ໂຮງລະ 300 ເມກາວັດ, ເຊິ່ງກະແສໄຟຟ້າທີ່ຜະລິດໄດ້ ຈະສົ່ງອອກໄປປະເທດກຳປູເຈຍ ພາຍໃຕ້ສັນຍາຊື້-ຂາຍໄຟຟ້າ (PPA) ກັບລັດວິສາຫະກິດໄຟຟ້າກຳປູເຈຍ. ໂຄງການດັ່ງກ່າວ ມີມູນຄ່າກໍ່ສ້າງທັງໝົດປະມານ 4 ຕື້ໂດລາສະຫະລັດ ໂດຍເລີ່ມກໍ່ສ້າງຢ່າງເປັນທາງການ ໃນວັນທີ 01 ເມສາ 2025 ເຊິ່ງໂຮງໄຟຟ້າຫຼັງທໍາອິດ ຈະເປີດດໍາເນີນການຜະລິດກະແສໄຟຟ້າ ໃນເດືອນ ມັງກອນ 2028 ແລະ ຈະຜະລິດກະແສໄຟຟ້າເຕັມຮູບແບບທັງ 6 ໂຮງ ໃນເດືອນມັງກອນ 2030; ມີອາຍຸສຳປະທານ 30 ປີ (2030-2060) ເຊິ່ງຈະຕ້ອງນໍາໃຊ້ຖ່ານຫີນ ເພື່ອຜະລິດພະລັງງານໄຟຟ້າ ປະມານ 10-11 ລ້ານໂຕນ/ປີ. ນອກຈາກການກໍ່ສ້າງໂຮງໄຟຟ້າແລ້ວ, ຍັງຈະມີການກໍ່ສ້າງສາຍສົ່ງກະແສໄຟຟ້າ 500 ກິໂລວັດ, ຄວາມຍາວ 253 ກິໂລແມັດ ເຊື່ອມຕໍ່ຈາກໂຮງໄຟຟ້າແຫ່ງນີ້ ຫາ ຊາຍແດນລາວ-ກໍາປູເຈຍ. ສໍາລັບຜູ້ດໍາເນີນການກໍ່ສ້າງໂຮງໄຟຟ້າ ແມ່ນບໍລິສັດ ພີເອັສຈີຊີ ໄທ (PSGC Thai); ສ່ວນຜູ້ສະໜອງອຸປະກອນ ແລະ ເຄື່ອງຈັກຫຼັກ ໃນການກໍ່ສ້າງໂຮງໄຟຟ້າ ແລະ ຜູ້ຮັບເໝົາກໍ່ສ້າງສາຍສົ່ງໄຟຟ້າດັ່ງກ່າວ ແມ່ນບໍລິສັດ ຊີດັບເບີ້ນຢູພີຊີ ຈຳກັດ (CWPC Co., Ltd.).
