ກອງປະຊຸມ ຜ່ານເນື້ອໃນຮ່າງຂໍ້ຕົກລົງວ່າດ້ວຍສະຖານີປະຈຸລົດໄຟຟ້າ ຢູ່ໃນ ສປປ ລາວ.

          ໃນລະຫວ່າງວັນທີ 28-30 ມິຖຸນາ 2022, ທີ່ເມືອງ ວັງວຽງ, ແຂວງ ວຽງຈັນ, ກົມສົ່ງເສີມ ແລະ ປະຢັດພະລັງງານ, ກະຊວງ ພະລັງງານ ແລະ ບໍ່ແຮ່, ໄດ້ຈັດກອງປະຊຸມຜ່ານເນື້ອໃນຮ່າງຂໍ້ຕົກລົງ ວ່າດ້ວຍ ການຄຸ້ມຄອງກິດຈະການສະຖານີປະຈຸລົດໄຟຟ້າ, ໂດຍໃຫ້ກຽດເປັນປະທານຮ່ວມລະຫວ່າງທ່ານ ຄຳໂສ້ ກຸໂພຄຳ, ຫົວໜ້າຫ້ອງການກະຊວງ, ແລະ ທ່ານ ຣານໂດ ໂນດຕິງແຮມ ຫົວໜ້າໂຄງການສ້າງຄວາມໝັ້ນຄົງດ້ານພະລັງງານ ອົງການ USAID ແລະ ທ່ານ ຈັນໂທ ມີລັດຕະນະແພງ, ຫົວໜ້າກົມສົ່ງເສີມ ແລະ ປະຢັດພະລັງງານ ແລະ ຍັງມີຜູ້ຕາງໜ້າຈາກບັນດາກະຊວງທີ່ກ່ຽວຂ້ອງ ແລະ ບັນດາກົມກອງອ້ອມຂ້າງກະຊວງ ພະລັງງານ ແລະ ບໍ່ແຮ່, ຕາງໜ້າຈາກ ພະແນກ ພະລັງງານ ແລະ ບໍ່ແຮ່ ປະຈຳແຂວງ ແລະ ບໍລິສັດຜູ້ປະກອບການລົດໄຟຟ້າ ເຂົ້າຮ່ວມ.
          ກອງປະຊຸມ ຜ່ານເນື້ອໃນຮ່າງຂໍ້ຕົກລົງ ວ່າດ້ວຍສະຖານີປະຈຸລົດໄຟຟ້າ ແລະ ການນໍາສະເໜີບົດຮຽນກ່ຽວກັບມາດຕະຖານລົດໄຟຟ້າ ແລະ ລາຄາປະຈຸ(ສາກ)ໄຟ ຂອງຕ່າງປະເທດ.
ທ່ານ ຄຳໂສ້ ກຸໂພຄຳ ຍັງໄດ້ກ່າວຕໍ່ກອງປະຊຸມຕື່ມວ່າ: ປັດຈຸບັນ, ມີຫຼາຍປະເທດໃນໂລກໄດ້ເລີ່ມນໍາໃຊ້ລົດໄຟຟ້າ ພ້ອມທັງພັດທະນາລະບົບປະຈຸ(ສາກ)ໄຟຟ້າ ຕາມສະຖານທີ່ຕ່າງໆ ນັບມື້ນັບຫຼາຍຂຶ້ນໃນສັງຄົມ, ເຊີ່ງມີເປົ້າໝາຍຫລັກ ເພື່ອຫຼຸດຜ່ອນຜົນກະທົບຈາກມົນລະພິດທາງອາກາດ ທີ່ເກີດຂຶ້ນຈາກການປ່ອຍກ໊າສ CO2 ຂອງໂຮງງານອຸດສາຫະກໍາ ແລະ ຈາກພາຫະນະທີ່ໃຊ້ນໍ້າມັນເຊື້ອໄຟ. ຫຼາຍປະເທດໄດ້ເລີ່ມປະກາດຈຸດຢືນໃນການຮັກສາສິ່ງແວດລ້ອມພັນທະຂອງຕົນຕໍ່ການຫຼຸດຜ່ອນມົນລະພິດທາງອາກາດ ໂດຍສະເພາະແມ່ນກໍານົດທິດທາງການພັດທະນາ ແລະ ນໍາໃຊ້ພາຫະນະທີ່ບໍ່ມີມົນລະພິດ.
          ດັ່ງທີ່ບັນດາທ່ານຮູ້ວ່າ ພາຍຫລັງທີ່ລັດຖະບານ ໄດ້ອອກມະຕິ ວ່າດ້ວຍການຮັບຮອງ ແລະ ປະກາດໃຊ້ ນະໂຍບາຍ ການນຳໃຊ້ລົດໄຟຟ້າ ໃນ ສປປລາວ ສະບັບເລກທີ 08/ລບ, ລົງວັນທີ 04 ຕຸລາ 2021 ໂດຍມີທິດຊີ້ນຳ ໃຫ້ກະຊວງ ພະລັງງານ ແລະ ບໍ່ແຮ່ ເປັນໃຈກາງ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດນະໂຍບາຍ ແລະ ແຜນຈັດຕັ້ງປະຕິບັດຕົວຈິງ ໃນການຫັນໄປສູ່ການນຳໃຊ້ລົດໄຟຟ້າ ເຊິ່ງໃນນັ້ນ, ກະຊວງພະລັງງານ ແລະ ບໍ່ແຮ່ ຮັບຜິດຊອບ ໃນການສ້າງນິຕິກຳທີ່ກ່ຽວຂ້ອງກັບສະຖານີປະຈຸ(ສາກ)ລົດໄຟຟ້າ, ການກຳນົດໂຄງສ້າງລາຄາໄຟຟ້າສຳລັບທີ່ຢູ່ອາໃສ ແລະ ການສາກລົດໄຟຟ້າແບບສາທາລະນະ.
          ສຳລັບ ສປປລາວ ໂດຍອີງໃສ່ສະພາບການຜັນປ່ຽນລາຄານໍ້າມັນເຊື້ອໄຟມີລັກສະນະເພີ່ມຂື້ນ ໃນປະຈຸບັນ. ເພື່ອເປັນການຜັນຂະຫຍາຍມະຕິຂອງລັດຖະບານເລກທີ່ 08/ລບ ເຫັນໄດ້ວ່າຄວາມສົນໃຈຂອງສັງຄົມຫັນມານໍາໃຊ້ລົດໄຟຟ້າມີລັກສະນະເພີ່ມຂື້ນຫລາຍ ມາຮອດປະຈຸບັນ ມີຫລາຍກວ່າ 166 ຄັນ(ຂໍ້ມູນພະແນກ ຍທຂ ນະຄອນລວງວຽງຈັນ, 11/5/2022) ແລະ ສະຖານີປະຈຸ(ສາກ)ສາກລົດໄຟຟ້າ ມີຈຳນວນ 15 ຈຸດ ໃນນັ້ນ, 1 ຈຸດແມ່ນລະບົບສາກໄວ ໃນນະຄອນຫລວງວຽງຈັນ ຕາມຂໍ້ມູນຂອງບໍລິສັດນໍາເຂົ້າ ແລະ ຈຳໜ່າຍລົດໄຟຟ້າຢູ່ ສປປ ລາວ ແລະ ມີແນວໂນ້ມຈະເພິ່ມຂື້ນ.
           ພ້ອມດຽວກັນນັ້ນ, ໃນເບື້ອງພາກລັດ ໄດ້ສົ່ງເສີມໃຫ້ມີການນຳໃຊ້ລົດໄຟຟ້າ ໂດຍເລີ່ມຈາກການນຳຂັ້ນສູງ ໃນໄລຍະເລີ່ມຕົ້ນ. ແລະ ໄດ້ວາງເປົ້າໝາຍສູ້ຊົນຮອດປີ 2025 ໃຫ້ໄດ້ 1% ຂອງການນໍາໃຊ້ພາຫະນະທັງໝົດ ແລະ ແຜນປີ 2025-2030 ໃຫ້ໄດ້ 30%. ນອກຈາກນັ້ນ, ແຜນພັດທະນາ ສະຖານີປະຈຸ(ສາກ)ລົດໄຟຟ້າແບບສາທາລະນະ ແບບປານກາງຫາໄວ ຮອດປີ 2025 ໃຫ້ໄດ້ຢ່າງໜ້ອຍ 50 ສະຖານີທີ່ມີຫົວສາກແຕ່ 5-10 ໜ່ວຍ ແລະ 100 ສະຖານີ ໃນປີ 2030 ໃນຂອບເຂດທົ່ວປະເທດ.
        
         ທ່ານ ຈັນໂທ ມີລັດຕະນະແພງ ຍັງໄດ້ນຳສະເໜີຜ່ານ ເນື້ອໃນຮ່າງຂໍ້ຕົກລົງ ວ່າດ້ວຍສະຖານີປະຈຸລົດໄຟຟ້າ, ເປັນຕົ້ນແມ່ນການກຳນົດຫຼັກການ, ລະບຽບ ການ, ມາດ ຕະຖານ ໃນ ການດຳເນີນທຸລະ ກິດ, ການຕິດຕັ້ງ, ການຄຸ້ມຄອງ ແລະ ການກວດກາກິດຈະການສະຖານນີປະຈຸລົດໄຟຟ້າ. ການຜ່ານເນື້ອໃນຮ່າງຂໍ້ຕົກລົງດັ່ງກ່າວລວມມີ 10 ໝວດ, 65 ມາດຕາ ທີ່ນຳມາປຶກສາຫາລືກັນ, ກອງປະຊຸມໄດ້ປະກອບຄໍາຄິດເຫັນແບບກົງໄປກົງມາ ຕໍ່ກັບເນື້ອໃນຮ່າງຂໍ້ຕົກລົງດັ່ງກ່າວ ໃຫ້ມີເນື້ອໃນຄົບຖ້ວນ ແລະ ສົມບູນຂື້ນ.
ທ່ານ ຣານໂດ ໂນດຕິງແຮມ ຫົວໜ້າໂຄງການສ້າງຄວາມໝັ້ນຄົງດ້ານພະລັງງານ ອົງການ USAID: ຍັງໄດ້ນໍາສະເໜີ ບົດຮຽນ ແລະ ການຈັດຕັ້ງປະຕິບັດບັນດານະໂຍບາຍຕ່າງໆ ກ່ຽວກັບ ການນໍາໃຊ້ລົດໄຟຟ້າ ຢູ່ຕ່າງປະເທດ ຊຶ່ງເພີນໄດ້ຍົກບົດຮຽນ ຈາກ ສ.ອາເມລິກາ, ທີ່ມີເທັກໂນໂລຊີ ໃນການສາກໄຟ ເຊັ່ນ: (1).ເທັກໂນໂລຊີຮຸ່ນຍົນສຳລັບການສາກໄຟ Ziggy Robotic Charging (www.evsafecharge.com); (2).ແບັດເຕີລີສໍາຮອງ (ສຳລັບເຂດພື້ນທີ່ບໍ່ມີສະຖານີສາກໄຟ) SparkCharge Potable DC Fast Charging (www.sparkcharge.io). ນຳສະເໜີ ຕາລະລາງ ຄິດໄລ່ ລະຫວ່າງ ລົດທີ່ໃຊ້ນ້ຳມັນ ແລະ ລົດທີ່ນຳໃຊ້ໄຟຟ້າ ຊຶ່ງສະແດງອັດຕາສະເລ່ຍ ການຈ່າຍຄ່ານຳມັນ ແລະ ຄ່າໄຟຟ້າ ຕໍ່/km.
ພາບ: ວຽງສະຫວັນ ປຣະດິດ
ແຫຼ່ງຂໍ້ມູນ: ກົມສົ່ງເສີມ ແລະ ປະຢັດພະລັງງານ