ງານແຂ່ງຂັນໂຄງການ ເວທີຂອງນັກວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ໝຸ່ມນ້ອຍໄລຍະທີ 2

          ໃນວັນທີ 30 ມີຖຸນາ 2022 , ທີ່ໂຮງແຮມ ແລນມາກ ລີເວີໄຊ ໄດ້ຈັດງານແຂ່ງຂັນ Start up ທາງດ້ານພະລັງງານ ພາຍໃຕ້ໂຄງການ ເວທີຂອງນັກວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ໝຸ່ມນ້ອຍໄລຍະທີ 2 ຂຶ້ນ ຊຶ່ງຄັ້ງນີ້ ໄດ້ຈັດຂຶ້ນເປັນປີທີ 2 ພາຍໃຕ້ຫົວຂໍ້ “ການປູກຈິດສຳນຶກຂອງໄວໜຸ່ມ ໃນການນຳໃຊ້ ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ເຂົ້າໃນການໝູນໃຊ້ພະລັງງານສະອາດ ແລະ ພະລັງງານທົດແທນ”.ໂຄງການດັ່ງກ່າວຈັດຕັ້ງປະຕິບັດໂດຍ ກົມແຜນການ ແລະ ການຮ່ວມມື, ກະຊວງ ພະລັງງານ ແລະ ບໍ່ແຮ່ ຮ່ວມມືກັບ ຄະນະວິສະວະກຳສາດ, ມະຫາວິທະຍາໄລ ແຫ່ງຊາດ ພາຍໃຕ້ການຊ່ວຍເຫຼືອຈາກ ກອງທຶນພິເສດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໃຫ້ກຽດເປັນປະທານໂດຍ ທ່ານ ບຸນທັນ ວົງຊະນະ, ຮອງຫົວໜ້າກົມແຜນການ ແລະ ການຮ່ວມມື, ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ທ່ານ ປອ ສົມພອນ ກັນທະວົງ ຮອງຄະນະບໍດີ ຄະນະວິສະວະກໍາສາດ, ມະຫາໄລແຫ່ງຊາດ ພ້ອມດ້ວຍບັນດາແຂກຈາກ ຂະແໜງການທີ່ກ່ຽວຂ້ອງ ແລະ ບັນດາອາຈານພ້ອມດ້ວຍນັກສຶກສາຈາກມະຫາວິທະຍາໄລແຫ່ງຊາດ ແລະ ວິທະຍາໄລທີ່ກ່ຽວຂ້ອງ ເຂົ້າຮ່ວມຈໍານວນ 100 ກວ່າທ່ານ.
ໂຄງການດັ່ງກ່າວ ມີຄວາມມຸ້ງຫວັງແນ່ໃສ່ການເປີດໂອກາດໃຫ້ໄວໜຸ່ມນໍາໃຊ້ເວທີດັ່ງກ່າວ ເປັນບາດກ້າວໃຫ້ແກ່ນ້ອງນັກສຶກສາ ໄດ້ຄົ້ນຄິດສິ່ງໃໝ່ໆຂຶ້ນມາ ແລະ ເວທີໃນການແລກປ່ຽນຄວາມຮູ້ກັນ ໃນຮູບແບບທຸລະກິດ. ການແຂ່ງຂັນຄັ້ງນີ້ ກໍເປັນໂອກາດໃຫ້ນ້ອງໆ ນັກສຶກສາ ໄດ້ສະແດງແນວຄວາມຄິດສ້າງສັນຂອງໄວໝຸ່ມໃນເວທີພາຍໃນ ແລະ ຕ່າງປະເທດ.
          ສະນັ້ນ, ແຕ່ລະທີມທີ່ໄດ້ຜ່ານການຄັດເລືອກໃນຄັ້ງນີ້ ມາແຂ່ງຂັນກັນ ເພື່ອຄົ້ນເອົາ 3 ທີມທີ່ດີທີ່ສຸດ ຈາກທັງໝົດ 10 ທີມທີ່ໄດ້ຄັດເລືອກມາຈາກມະຫາວິທະຍາໄລ ຫລື ວິິທະຍາໄລທີ່ກ່ຽວຂ້ອງໃນຂອບທົ່ວປະເທດ. ໂດຍການແຂ່ງຂັນຈະໃຫ້ ທີມນັກສຶກສາ ນຳສະເໜີ ວິທີການນໍາ ໃຊ້ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ເຂົ້າໃນວຽກງານຂະແໜງພະລັງງານສະອາດ ແລະ ພະລັງງານທົດແທນ ໂດຍຜ່ານຮູບແບບການດຳເນີນທຸລິກິດໃນຮູບແບບໃໝ່ ຫຼື Start up . ສະນັ້ນ, ການແຂ່ງຂັນໃນຄັ້ງນີ້ ຈຶ່ງເປັນການເລືອກເຟັ້ນເອົາທີມທີ່ດີສຸດ 3 ທີມ ທີ່ຈະໄດ້ຮັບລາງວັນ ແລະ ໄປສືບຕໍ່ຮ່ວມງານຝຶກອົບຮົມຮ່ວມກັບ 5 ປະເທດ ລູ່ມແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ເພື່ອສ້າງເຄື່ອຂ່າຍຂອງນັກວິທິຍາສາດທາງດ້ານພະລັງງານ ແລະ ໄປທັດຖະສາສຶກສາສະຖານທີ ທີ່ນໍາໃຊ້ພະລັງງານ ສະອາດ ແລະພະລັງງານທົດແທນ.
ພາບ ແລະ ຂ່າວ: ກົມແຜນການ ແລະ ການຮ່ວມມື