
ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 22 ກັນຍາ 2023 ທີ່ຫ້ອງປະຊຸມພະແນກພະລັງງານ ແລະ ບໍ່ແຮ່ແຂວງໄຊຍະບູລີ ພາຍໃຕ້ການເປັນປະທານຂອງ ທ່ານ ສົມຈິດ ຈັນທະວົງ ຮອງເຈົ້າແຂວງໆໄຊຍະບູລີ, ຜູ້ຊີ້ນຳວຽກງານຂົງເຂດເສດຖະກິດຂັ້ນແຂວງ, ມີບັນດາ ທ່ານ ເຈົ້າເມືອງ ແລະ ຮອງເຈົ້າເມືອງ, ຜູ້ຊີ້ນຳວຽກງານຄຸ້ມຄອງໄພພິບັດຂັ້ນເມືອງ ອ້ອມຂ້າງໂຄງການ, ທ່ານ ຮອງຫົວໜ້າກົມຄຸ້ມຄອງໄພພິບັດ, ທ່ານ ຮອງຫົວໜ້າຫ້ອງວ່າການປົກຄອງແຂວງ, ກະຊວງແຮງງງານ ແລະ ສະຫວັດດີການສັງຄົມ (ຮສສ), ຕາງໜ້າກົມຄຸ້ມຄອງຄວາມປອດໄພອຸດສາຫະກໍາພະລັງງານ, ກະຊວງພະລັງງານ ແລະ ບໍ່ແຮ່, ຕາງໜ້າກົມຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ກຊສ), ຕາງໜ້າພະແນກ ຮສສ ແຂວງ, ນາຍບ້ານ, ຮອງນາຍບ້ານ, ຜູ້ອຳວຍການເຂື່ອນໄຟຟ້ານ້ຳຂອງໄຊຍະບູລີ ແລະ ໜ່ວຍງານກ່ຽວຂ້ອງພາຍໃນໂຄງການ ເຂົ້າຮ່ວມຢ່າງພ້ອມພຽງ (ລວມທັງຜູ້ເຂົ້າຮ່ວມແບບທາງໄກ ແລະ ເຊີ່ງໜ້າທັງໝົດ 90 ທ່ານ).
ທ່ານ ຮອງເຈົ້າແຂວງກ່າວ່າ: ກອງປະຊຸມຄັ້ງນີ້, ຈັດຂຶ້ນເພື່ອເຜີຍແຜ່ແຜນການບໍລິຫານຈັດການນໍ້າ ແລະ ກົນໃກໃນການປະສານງານ ແລະ ແຈ້ງເຕືອນ ລະຫວ່າງໂຄງການ, ພາກລັດ (ສູນການ, ແຂວງ, ເມືອງ ແລະ ບ້ານ) ທີ່ອາໃນໜ້າເຂື່ອນ-ທ້າຍເຂື່ອນ ທີ່ອາດຈະໄດ້ຮັບຜົນກະທົບ ໃຫ້ມີຄວາມເຂົ້າໃຈ ແລະ ຮູ້ຈັດຕັ້ງປະຕິບັດ ໃນເວລາເພີ້ມ ຫຼື ຫຼຸດລະດັບນໍ້າ ແລະ ເຫດສຸກເສີນຕ່າງໆທີ່ອາດຈະເກີດຂຶ້ນ ແລະ ຮັບຟັງຄໍາຄິດເຫັນຂອງແຕ່ລະພາກສ່ວນ, ຊຶ່ງການເຜີຍແຜ່ດັ່ງກ່າວຍັງເປັນການປູກຈິດສຳນຶກໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງມີຄວາມຮັບຮູ້ເຂົ້າໃຈຕໍ່ແຜນຮັບມືສຸກເສີນ ແລະ ສາມາດຈັດຕັ້ງປະຕິບັດໄດ້ຢ່າງວ່ອງໄວ, ມີປະສິດທິຜົນໃນເວລາເກີດເຫດ; ໃຫ້ບໍລິສັດໂຄງການທົບທວນບັນດາກົນໄກ, ເຄື່ອງມື, ພາຫະນະ ຢ່າງຮອບດ້ານໃນຊ່ວງລະດູຝົນປີ 2023; ແລະ ເພື່ອຮັບປະກັນດ້ານຄວາມປອດໄພຂອງໂຄງການ ຕະຫຼອດຮອດຄວາມປອດໄພຕໍ່ສິ່ງແວດລ້ອມ-ສັງຄົມ, ຊີວິດ ແລະ ຊັບສິນຂອງພາກລັດ ແລະ ປະຊາຊົນ.

ຜູ້ຕາງໜ້າບໍລິສັດໂຄງການ ໄດ້ລາຍງານໃຫ້ຮູ້ວ່າ: ລະຫວ່າງວັນທີ 3-14 ສິງຫາ 2023 ມີສະພາບຝົນຕົກແຮງຕໍ່ເນື່ອງຕິດຕໍ່ກັນຫຼາຍຊົ່ວໂມງ, ຫຼາຍວັນຕິດຕໍ່ກັນ ແມ່ນ້ຳສາຂາຫຼາຍສາຍໄຫຼນອງ ແລະ ການປ່ອຍນ້ຳຂອງເຂື່ອນນ້ຳອູ, ນ້ຳເຊືອງ ແລະ ນ້ຳຄານ. ມາເຖີງວັນທີ 7 ຫາ 8 ສິງຫາ 2023, ໂຄງການ ໄດ້ລະບາຍນ້ຳອອກຈາກເຂື່ອນ ໃນປະລິມານ 14.000 ແມັດກ້ອນ/ວິນາທີ ເພື່ອຮັກສາລະດັບນ້ຳໜ້າເຂື່ອນບໍ່ໃຫ້ເກີນລະດັບ 275,50 masl ເຊີ່ງໄດ້ເຮັດໃຫ້ນ້ຳໄຫຼຊູກະຊັງລ້ຽງປາ-ກົບ, ເຮືອ, ມີດິນເຊາະເຈື່ອນຕາມແຄມຕາຝັ່ງ, ນ້ຳຖ້ວມເນື້ອທີ່ການຜະລິດ, ຜົນຜະລິດ ແລະ ສັດລ້ຽງຂອງປະຊາຊົນ ຢູ່ 03 ເມືອງ, ມີ 15 ບ້ານ, ຈຳນວນ 132 ຄອບຄົວ, ມີຈຳນວນພົນ 654 ຄົນ, ຍິງ 304 ຄົນ.
ການບໍລິຫານນ້ຳ ຂອງໂຄງການ ເບື້ອງໜ້າເຂື່ອນ: ເມື່ອລະດັບນໍ້າໜ້າອ່າງຢູ່ 275,0 masl ແລະ ມີອັດຕາການໄຫຼນ້ຳຫຼາຍກວ່າ 10.000 ແມັດກ້ອນ/ວິນາທີ ທາງໂຄງການຈະເປີດປະຕູລະບາຍນ້ຳ ເພື່ອຫຼຸດລະດັບນ້ຳໃນອ່າງ ແລະ ຮັກສາລະດັບຂອງຫຼວງພະບາງໃຫ້ຢູ່ຕ່ຳກວ່າລະດັບເຕືອນໄພ. ເບື້ອງລຸ່ມເຂື່ອນ: ໃນກໍລະນີອັດຕາການໄລຂອງນໍ້າ ຫຼາຍກວ່າ 15.000 ແມັດກ້ອນ/ວິນາທີ ໂຄງການຈະຕ້ອງຫຼຸດລະດັບນ້ໍາໃຫ້ຢູ່ທີ່ຄວາມສູງ 266,00 masl ເພື່ອໃຫ້ແຂວງຫຼວງພະບາງ ມີຄວາມປອດໄພ ແລະ ຄວບຄຸມປະຕູລະບາຍນ້ຳ ເພື່ອບໍ່ໃຫ້ລະດັບທ້າຍເຂື່ອນເພີ່ມຂື້ນເກີນ 1,5 ແມັດ/ມື້ ແລະ ບໍ່ສົ່ງຜົນກະທົບຕໍ່ການເຊາະເຈື່ອນທ້າຍເຂື່ອນໃຫ້ໜ້ອຍທີ່ສຸດ.
ໃນຊ່ວງລະດູຝົນ ບໍລິສັດໂຄງການ ໄດ້ແຕ່ງຕັ້ງໜ່ວຍງານຕອບໂຕ້ໄພນ້ຳຖ້ວມ ເພື່ອຕິດຕາມ ແລະ ຄາດຄະເນອັດຕາການໄຫຼນ້ຳຂອງ ຖ້າຫາກມີປະລິມານ 10.000 ແມັດກ້ອນ/ວິນາທີ ທາງໂຄງການ ກຽມອອກໜັງສືແຈ້ງການເຖີງພາກສ່ວນກ່ຽວຂ້ອງຂັ້ນແຂວງ, ເມືອງ ແລະ ບ້ານ ກຽມຄວາມພ້ອມຮັບມືໃຫ້ທັນສະພາບ ເປັນຕົ້ນ: ລະດັບ 1 ຄາດຄະເນອັດຕາການໄຫຼເຂົ້າ ຫຼາຍກວ່າ 8.000 ແມັດກ້ອນ/ວິນາທີ ໄດ້ອອກແຈ້ງການເຖີງໜ່ວຍງານ EMU, RMU, ພະແນກພະລັງງານ ແລະ ບໍ່ແຮ່ແຂວງ ແລະ ບັນດາບ້ານທີ່ມີຄວາມສ່ຽງລ່ວງໜ້າກ່ອນ 24 ຊົ່ວໂມງ (ກາງເວັນ) ພ້ອມຢັ້ງຢືນລະດັບນ້ຳ ກຽມຍ້າຍເຮືອໄວ້ບ່ອນປອດໄພ. ລະດັບ 2 ຄາດຄະເນວ່ານ້ຳມີການໄຫຼຢູ່ລະຫວ່າງ 10.000 ເຖິງ 12.800 ແມັດກ້ອນຕໍ່ວິນາທີ ຈະມີການຫຼຸດລະດັບນ້ຳໜ້າເຂື່ອນລົງ 1 – 1,5 ແມັດ ແຈ້ງການເຖິງໜ່ວຍງານກ່ຽວຂ້ອງພາກລັດ, ການປົກຄອງທ້ອງຖິ່ນ, ບ້ານສ່ຽງໄພ, ເຮືອດູດແຮ່, ເຮືອແກ່ເຄື່ອງ ແລະ ກະຊັງປາ ໃຫ້ຫ່າງຈາກຝັ່ງປະມານ 10 ແມັດ ຫຼື ພື້ນທີ່ປອດໄພ ແລະ ກຽມເພື່ອແຈ້ງເຕືອນເປັນລະດັບ 3 ໃນກໍລະນີທີ່ອັດຕາການໄຫຼມີແນວໂນ້ມເພີ່ມຂຶ້ນຫຼາຍກວ່າ 12.800 ແມັດກ້ອນຕໍ່ວິນາທີ ແລະ ກຽມການອົບພະຍົບປະຊາຊົນ. ລະດັບ 3 ຄາດຄະເນວ່ານ້ຳມີການໄຫຼ ຫຼາຍກວ່າ 12,800 ແມັດກ້ອນຕໍ່ວິນາທີ ແລະ ຈະໄດ້ຫຼຸດລະດັບນ້ຳໜ້າເຂື່ອນລົງ 1,5 ແມັດ ກຽມອອກໜັງສືແຈ້ງການເຖິງໜ່ວຍງານກ່ຽວຂ້ອງຂັ້ນສູນກາງໃຫ້ຮັບຊາບເຖິງສະຖານະການ ຕາມແຕ່ລະໄລຍະ ແລະ ແຈ້ງເຖີງການປົກຄອງທ້ອງຖິ່ນ, ບ້ານສ່ຽງໄພ, ເຮືອດູດແຮ່, ເຮືອແກ່ເຄື່ອງ ແລະ ກະຊັງປາ ໃຫ້ຫ່າງຈາກຝັ່ງປະມານ 30 ແມັດ ຫຼື ພື້ນທີ່ປອດໄພ ແລະ ແຈ້ງການອົບພະຍົບປະຊາຊົນໄປພື້ນທີ່ປອດໄພ.

ຜົນຂອງການເຜີຍແຜ່, ປຶກສາຫາລື, ປະກອບຄຳເຫັນ ແລະ ຊັກຖາມເຫັນວ່າ: ຜ່ານການລົງຕິດຕາມ ແລະ ເຂົ້າຮ່ວມການແຈ້ງເຕືອນແຜນຮັບມືສຸກເສີນ ຕົວຈິງຢູ່ພາກສະໜາມ ສາມາດສັງລວມຕີລາຄາໄດ້ດັ່ງນີ້: ທຸກພາກສ່ວນທີ່ເຂົ້າຮ່ວມ ໂດຍສະເພາະ ເມືອງ ແລະ ບັນດາບ້ານທີ່ມີຄວາມສ່ຽງໄພ ມີຄວາມເອົາໃຈໃສ່ ໃຫ້ການຮ່ວມມື ຕໍ່ການເຜີຍແຜ່ຂັ້ນຕອນການແຈ້ງເຕືອນແຜນຮັບມືສຸກເສີນ ໃນຄັ້ງນີ້ຢ່າງພ້ອມພຽງ ແລະ ປະກອບຄໍາເຫັນ-ຊັກຖາມແບບສ້າງສັນ ລວມທັງຜູ້ເຂົ້າຮ່ວມແບບທາງໄກ ແລະ ເຊີ່ງໜ້າທັງໝົດ 90 ທ່ານ. ການແຈ້ງເຕືອນ, ການກຽມຄວາມພ້ອມ, ການອົບພະຍົບ, ການກູ້ໄພສຸກເສີນ ແລະ ອື່ນໆ. ທາງ ບໍລິສັດ ໄຟຟ້າໄຊຍະບູລີພາວເວີ ຈຳກັດ ຊີ້ແຈງລະດັບເຫດການເມື່ອໜ່ວຍງານຮັບຜິດຊອບ ດ້ານຄວາມປອດໄພກວດກາເຂື່ອນ ໄດ້ຄາດຄະເນອັດຕາການໄຫຼເຂົ້າຂອງມວນນ້ຳຕາມແຕ່ລະໄລຍະ ໂດຍແຈ້ງໜ່ວຍງານກ່ຽວຂ້ອງພາຍໃນໂຄງການ, ອອກແຈ້ງການດ່ວນເຖີງພາກລັດ, ອົງການປົກຄອງທ້ອງຖິ່ນ, ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ, ເມືອງ ແລະ ນາຍບ້ານ ເພື່ອກຽມພ້ອມປະຕິບັດແຜນຮັບມືສຸກເສີນຢ່າງທັນການ.
ການເຜີຍແຜ່ຂອດການແຈ້ງເຕືອນ ແລະ ແຜນຮັບມືສຸກເສິນປະຈຳປິ 2023 ຄັ້ງນີ້ ໄດ້ຮັບຜົນໜ້າເພີ່ງພໍໃຈຫຼາຍສົມຄວນ ຍ້ອນມີການຊີ້ນຳ-ນຳພາຂອງພັກ-ລັດ ແລະ ການມີສ່ວນຮ່ວມຈາກຫຼາຍພາກສ່ວນ, ສີ່ງທີ່ຖອດຖອນໄດ້ຈາກການຝຶກຊ້ອມຄັ້ງນີ້ ຈະນຳໄປປັບປຸງໃຫ້ດີຂື້ນເປັນກ້າວໆ ເພື່ອປົກປ້ອງຜົນປະໂຫຍດຮອບດ້ານ, ແຈ້ງເຫດຢ່າງທັນການ, ປອດໄພ ແລະ ຮັບປະກັນການພັດທະນາເຂື່ອນ ຕາມທິດສີຂຽວ ແລະ ຍືນຍົງ, ຄົບຖ້ວນທັນການ, ສ້າງຂິດຄວາມສາມາດຮອບດ້ານ ເປັນຕົ້ນ: “ ຕ້ານແລ້ງ-ຕ້ານຖ້ວມ ແລະ ຮັບປະກັນຄວາມສ່ຽງ” ແລະ ຮັບປະກັນຄວາມປອດໄພ ພ້ອມການອົບພະຍົບວ່ອງໄວ ທັນເຫດການ ຖ້າຫາກມີເຫດການໃດໜື່ງເກີດຂື້ນ.
ກ່ອນຈົບການເຜີຍແຜ່ ແລະ ຝຶກຊ້ອມແຜນຮັບມືສຸກເສີນ ທ່ານ ຄະນະອຳນວຍການ ເຂື່ອນໄຟຟ້ານ້ຳຂອງໄຊຍະບູລີ ໄດ້ກ່າວສະແດງຄວາມຂອບໃຈມາຍັງ ພັກ-ລັດຖະບານ ແລະ ທຸກພາກສ່ວນທີ່ໃຫ້ການສະໜັບສະໜູນ ເຂົ້າຮ່ວມການເຜີຍແຜ່-ປະຊາສຳພັນແຜນຮັບມືສຸກເສີນ ຂອງເຂື່ອນໄຟຟ້ານ້ຳຂອງໄຊຍະບູລີ ໃນຄັ້ງນີ້ໄດ້ຮັບຜົນສຳເລັດຢ່າງຈົບງາມ.
ຕາງໜ້າ ອົງການປົກຄອງທ້ອງຖິ່ນ: ທ່ານ ຮອງເຈົ້າແຂວງໆໄຊຍະບູລີ ໄດ້ກ່າວບາງຕອນວ່າ: ການເຜີຍແຜ່ຂອດການແຈ້ງເຕືອນ ແລະ ຝຶກຊ້ອມແຜນຮັບມືສຸກເສີນ ເປັນວຽກໜື່ງທີ່ສຳຄັນ ແລະ ຜູ້ພັດທະນາເຂື່ອນໄຟຟ້ານ້ຳຂອງໄຊຍະບູລີ ແມ່ນໄດ້ເອົາໃຈໃສ່ໃນການເຜີຍແຜ່-ຊີ້ແຈງ ໃນຊ່ວງລະດູຝົນປີ 2023 ສະແດງເຖີງ ການກຽມຄວາມພ້ອມໃນການປ້ອງກັນເຫດການສຸກເສີນຢ່າງທັນການ ແລະ ສະເໜີໃຫ້ໂຄງການສືບຕໍ່ຈັດຕັ້ງປະຕິບັດວຽກງານດັ່ງກ່າວເປັນປະຈໍາ ແລະ ຕໍ່ເນື່ອງ.
ການເຜີຍແຜ່ ແລະ ຝຶກຊ້ອມແຜນຮັບມືສຸກເສີນປະຈຳປີ 2023 ຂອງ ບໍລິສັດ ໄຊຍະບູລີ ຈຳກັດ ໄດ້ຮັບຜົນສຳເລັດຢ່າງຈົບງາມ ເຊີ່ງໄດ້ສະແດງເຖີງການຮ່ວມມືປະສານສົມທົບ ລະຫວ່າງ ສູນກາງ, ທ້ອງຖິ່ນ ແລະ ຜູ້ພັດທະນາໂຄງການ ໄດ້ປະຕິບັດຕາມແນວທາງນະໂຍບາຍຂອງ ພັກ-ລັດ ວາງອອກຢ່າງເຂັ້ມວດ, ສອດຄ່ອງກັບກົດໝາຍ, ລະບຽບການ ຂອງ ສປປ ລາວ ເພື່ອຄວາມຍືນຍົງ, ປອດໄພ ແລະ ຮັບປະກັນຜົນປະໂຫຍດທາງດ້ານເສດຖະກິດ-ສັງຄົມຂອງຊາດ ຢ່າງບໍ່ຢຸດຢັ້ງ.
ພາບ ແລະ ແຫຼ່ງຂ່າວ: ກົມຄຸ້ມຄອງຄວາມປອດໄພອຸດສາຫະກຳພະລັງງານ
ຮຽບຮຽງ: ຄຳແສງ ແກ້ວປະເສີດ