ຕອນເຊົ້າ ວັນພະຫັດ ວັນທີ 6 ເມສາ 2023 ທີ່ສະໂມສອນຫ້ອງວ່າການເມືອງ ໂດຍໃຫ້ກຽດເປັນປະທານພິທີ ຂອງທ່ານ ບົວລາ ພັນມີໄຊ ຄະນະປະຈໍາພັກເມືອງ, ຮອງເຈົ້າເມືອງ ແລະ ທ່ານ ອູທອງ ສິດທິຍະວົງ ຄະນະພັກຮາກຖານ, ຮອງຫົວໜ້າພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງ ອັດຕະປື ແລະ ມີບັນດາທ່ານ ຫົວໜ້າຫ້ອງການ ອ້ອມຂ້າງເມືອງ, ບັນດາທ່ານ ຫົວໜ້າຂະແໜງ ຂອງພະແນກ, ຫົວໜ້າຫ້ອງການ ພບ 4 ຕົວເມືອງ ແລະ ພະນັກງານ-ລັດຖະກອນ ພາຍໃນຫ້ອງການເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ ທ່ານ ຄໍາເຄັງ ແກ້ວບົວພາດ ກໍາມະການພັກເມືອງ ຫົວໜ້າຫ້ອງການ ພາຍໃນເມືອງ ຂື້ນຜ່ານຂໍ້ຈົກລົງ ຂອງທ່ານເຈົ້າເມືອງ ວ່າດ້ວຍການອະນຸມັດໃຫ້ ທ່ານ ວົງຈັນ ເສີມທະວີສຸກ ຫົວໜ້າຫ້ອງການ ພະລັງງານ ແລະ ບໍ່ແຮ່ ເມືອງ ຊານໄຊ ອອກພັກຜ່ອນ ຮັບເບ້ຍບໍານານ ນັບແຕ່ວັນທີ 1 ມັງກອນ 2023 ເປັນຕົ້ນໄປ ຕໍ່ມາ ທ່ານ ຄໍາຈັນ ແກ່ຕາພັນ ຮອງຫົວໜ້າ ຄະນະຈັດຕັ້ງເມືອງ ໄດ້ຂື້ນຜ່ານຂໍ້ຕົກລົງ ຂອງທ່ານ ເຈົ້າເມືອງ ວ່າດ້ວຍແຕ່ງຕັ້ງ ທ່ານ ພູນສຸກ ແກ້ວຄໍາເພຍ ເລາຂາໜ່ວຍພັກ, ຮັກສາການຫົວໜ້າຫ້ອງການ ຂື້ນມາເປັນ ວ່າການແທນ ຫົວໜ້າຫ້ອງການພະລັງງານ ແລະ ບໍ່ແຮ່ ເມືອງ ຊານໄຊ