
ກອງປະຊຸມດັ່ງກ່າວ ໄດ້ຈັດຂືຶ້ນໃນວັນທີ 21 ມັງກອນ 2022 ຢູ່ຫ້ອງປະຊຸມກົມຄຸ້ມຄອງບໍ່ແຮ່ ພາຍໃຕ້ການເປັນປະທານຂອງ ທ່ານ ຄຳໂສ້ ກຸໂພຄຳ ຫົວໜ້າກົມນິຕິກຳ, ກະຊວງ ພະລັງງານ ແລະ ບໍ່ແຮ່. ມີຄະນະກົມທໍລະນີສາດ ແລະ ແຮ່, ກົມຄຸ້ມຄອງບໍ່ແຮ່ ແລະ ຄະນະອຳນວຍການລັດວິສາຫະກິດພັດທະນາແຮ່ທາດລາວ ພິເສດມີ ທ່ານ ຄຳຕັນ ວົງພັນສີປະເສີດ ອາດີດຫົວໜ້າກົມຄຸ້ມຄອງບໍ່ແຮ່ ແລະ ທ່ານ ແກ້ວ ຄຳພາວົງ ອາດີດຫົວໜ້າກົມທໍລະນີສາດ ແລະ ແຮ່ທາດ ພ້ອມດ້ວຍພະນັກງານ-ອາວຸໂສ-ບຳນານ ທີ່ເຄີຍເຮັດວຽກດ້ານທໍລະນີສາດ ແລະ ບໍ່ແຮ່ ແລະ ກົມກ່ຽວຂ້ອງພາຍໃນກະຊວງ ພະລັງງານ ແລະ ບໍ່ແຮ່ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ພ້ອມກັນຄົ້ນຄວ້າ ແລະ ປຶກສາຫາລື ກ່ຽວກັບການປັບປຸງເນື້ອໃນກົດໝາຍວ່າດ້ວຍແຮ່ທາດ ເພື່ອກໍານົດແຈ້ງ ກ່ຽວກັບເຫດຜົນ ແລະ ຄວາມຈໍາເປັນ, ຈຸດປະສົງ, ຄາດໝາຍ, ຂອບເຂດໃນການປັບປຸງເນື້ອໃນກົດໝາຍວ່າດ້ວຍ ແຮ່ທາດ ທີ່ໄດ້ປັບປຸງ ແລະ ປະກາດໃຊ້ສະບັບລ້າສຸດມາແຕ່ປີ 2017 ເພື່ອໃຫ້ມີເນື້ອໃນຖືກຕ້ອງ, ສອດຄ່ອງຕາມ ແນວທາງນະໂຍນາຍຂອງພັກ, ສອດຄ່ອງກັບການຂະຫຍາຍຕົວທາງດ້ານເສດຖະກິດ ແລະ ສັງຄົມ ແລະ ສາມາດຈັດ ຕັ້ງປະຕິບັດ.

ພ້ອມກນນີ້, ກອງປະຊຸມຕົກລົງເຫັນດີເປັນເອກະພາບໃຫ້ກົມຄຸ້ມຄອງບໍ່ແຮ່ ເປັນເຈົ້າການປະສານສົມທົບກັບ ກົມທໍລະນີສາດ ແລະ ແຮ່ທາດ ແລະ ສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່ ປະເມີນຜົນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍແຮ່ທາດ ໃນໄລຍະຜ່ານມາວ່າມີຈຸດດີ, ຈຸດອ່ອນ ແລະ ເປັນຊ່ອງຫວ່າງຄືແນວໃດ ເພື່ອປັບປຸງແກ້ໄຂຂໍ້ບົກຜ່ອງດັ່ງກ່າວໃຫ້ຮັດກຸມກວ່າເກົ່າ; ຈັດກອງປະຊຸມຮ່ວມກັບພາກສ່ວນທີ່ກ່ຽວຂ້ອງ ພາຍຫຼັງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ອອກຂໍ້ຕົກລົງແຕ່ງຕັ້ງຄະນະຮັບຜິດຊອບປັບປຸງກົດໝາຍວ່າດ້ວຍແຮ່ທາດ ເພື່ອຄົ້ນຄວ້າໃນລາຍລະອຽດຕື່ມ; ສະເໜີໂຈະການນໍາເອົາກົດໝາຍວ່າດ້ວຍແຮ່ທາດ ສະບັບປັບປຸງ ລວມທັງກົດໝາຍວ່າດ້ວຍ ໄຟຟ້າສະບັບປັບປຸງ ເຂົ້າຜ່ານກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ໃນກາງປີ 2022 ໄປກ່ອນ, ເນື່ອງຈາກວ່າຍັງມີຫຼາຍປະເດັນທີ່ຈະຕ້ອງໄດ້ພ້ອມກັນຄົ້ນຄວ້າ ແລະ ທາບທາມຄໍາເຫັນຄືນໃໝ່ ເພື່ອໃຫ້ສອດຄ່ອງກັບສະພາບຄວາມເປັນຈິງຂອງປະເທດໃນປັດຈຸບັນ, ຊຶ່ງອາດໃຊ້ເວລາດົນພໍສົມຄວນ ແລະ ຄາດວ່າຈະສະເໜີເຂົ້າຜ່ານກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ໃນກາງປີ 2023 ພ້ອມດຽວກັນນີ້, ກອງປະຊຸມຍັງເຫັນດີມອບໃຫ້ກອງເລຂາຮ່າງໜັງສືສະເໜີໃນນາມກະຊວງ ພະລັງງານ ແລະ ບໍ່ແຮ່ ເຖິງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ເພື່ອຂໍເລື່ອນເວລາການປັບປຸງກົດໝາຍວ່າດ້ວຍ ແຮ່ທາດສະບັບປັບປຸງ ແລະ ກົດໝາຍວ່າດ້ວຍ ໄຟຟ້າສະບັບປັບປຸງ ອອກໄປຕື່ມອີກ.
ພາບ: ວຽງສະຫວັນ ປຣະດິດ
ແຫຼ່ງຂໍ້ມູນ: ກົມນິຕິກຳ
ຂ່າວ: ຄຳແສງ ແກ້ວປະເສີດ