6 ເດືອນ ຕົ້ນປີ 2023 ລວມຍອດມູນຄ່າການຜະລິດ ຂອງຂະແໜງພະລັງງານ ແລະ ບໍ່ແຮ່ ແຂວງອຸດົມໄຊ ປະຕິບັດໄດ້ 926,78 ຕື້ກວ່າກີບ

           ຂໍ້ມູນດັ່ງກ່າວ ໄດ້ຖືກເປີດເຜີຍ ໃນກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ, ແຜນພັດທະນາພະລັງງານ ແລະ ບໍ່ແຮ່ ພາຍໃນແຂວງ ອຸດົມໄຊ ປະຈຳປີ 2023 ທີ່ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ່ 28 ກໍລະກົດ 2023 ນີ້ ທີ່ຫ້ອງປະຊຸມຄຸ້ມຄອງລະບົບສາຍສົ່ງ ບ້ານດອນແກ້ວ ເມືອງໄຊ ແຂວງອຸດົມໄຊ ໂດຍການເປັນປະທານຂອງທ່ານ ອາລຸນ ບຸນວິໄລ ຫົວໜ້າພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງ, ໃຫເກຽດເຂົ້າຮ່ວມມີບັນດາ ທ່ານ ຄະນະພະແນກ, ຄະນະຂະແໜງ, ຫ້ອງການພະລັງງານ ແລະ ບໍ່ແຮ່ ປະຈຳເມືອງ ພ້ອມດ້ວຍພະນັກງານ-ລັດຖະກອນພາຍໃນພະແນກເຂົ້າຮ່ວມຢ່າງພ້ອມພຽງ.

          ທ່ານ ອາລຸນ ບຸນວິໄລ ຫົວໜ້າພະແນກ ພະລັງງານ ແລະ ບໍ່ແຮ່ ໄດ້ກ່າວວ່າ: ດ້ວຍຄວາມເອົາໃຈໃສ່ຂອງ ຄະນະພັກ, ຄະນະນຳທຸກຂັ້ນ ຕະຫຼອດຮອດພະນັກງານ-ລັດຖະກອນໃນຂົງເຂດພະລັງງານ ແລະ ບໍ່ແຮ່ ໄດ້ພ້ອມກັນສຸມທຸກກຳລັງຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນສາມາດປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງ ຊຶ່ງໃນໄລຍະ 6 ເດືອນຕົ້ນປີ 2023 ສາມາດຍາດໄດ້ຜົນງານຫຼາຍດ້ານເຊັ່ນ: ລວມຍອດມູນຄ່າ ການຜະລິດຂອງຂະແໜງພະລັງງານ ແລະ ບໍ່ແຮ່ປະຕິບັດໄດ້ທັງໝົດ 926,78 ຕື້ກວ່າກີບ ທຽບໃສ່ໄລຍະດຽວກັນຂອງປີ 2022 ເພີ່ມຂຶ້ນ 178,67%, ທຽບໃສ່ແຜນປີ 2023 ປະຕິບັດໃຫ້ໄດ້ 732,56 ຕື້ກວ່າກີບ ເຫັນວ່າປະຕິບັດບັນລຸ 126,51%. ໃນນີ້, ຂະແໜງພະລັງງານ ປະຕິບັດໄດ້ 73,51 ຕື້ກວ່າກີບ ແລະ ຂະແໜງບໍ່ແຮ່ ປະຕິບັດໄດ້ 853,26 ຕື້ກວ່າກີບ.

ພາບ ແລະ ແຫຼ່ງຂ່າວ: ພບ ແຂວງ ອຸດົມໄຊ
ຮຽບຮຽງຂ່າວ: ຄຳແສງ ແກ້ວປະເສີດ