EDL-Gen ໄດ້ຮັບລາງວັນ ‘the International Diamond Prize for Excellence in Quality 2023’ ທີ່ ປະເທດແບນຊິກ

          ໃນວັນທີ 9 ກໍລະກົດ 2023 ຕາງໜ້າ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ ຫຼື EDL-Gen ເຊິ່ງນຳໂດຍ ທ່ານ ວັນແສງ ວັນນະວົງ ຮັກສາການຜູ້ອຳນວຍການໃຫຍ່ EDL-Gen ພ້ອມດ້ວຍ ທ່ານ ນາງ ສຸກສັນ ພົງພິລາ ຮອງຜູ້ອຳນວຍການໃຫຍ່, ສາຍງານບໍລິຫານ ໄດ້ຮັບກຽດເຂົ້າຮ່ວມຮັບລາງວັນ ‘The International Diamond Prize for Excellence in Quality 2023’ ຈາກສະຖາບັນ European Society for Quality Research ຫຼື ESQR ປະເທດສະວິດສະແລນ, ທີ່ນະຄອນ ບຣຸກແຊນ, ປະເທດແບນຊິກ.
          ລາງວັນ ‘The International Diamond Prize for Excellence in Quality 2023’ແມ່ນລາງວັນທີ່ມອບໃຫ້ກັບບັນດາອົງກອນ, ວິສາຫະກິດ ແລະ ສະຖາບັນຕ່າງໆ ທີ່ມີຜົນງານດີເດັ່ນໃນການພັດທະນາຄວາມກ້າວໜ້າທາງດ້ານເສດຖະກິດ ແລະ ບໍລິຫານຈັດການອົງກອນທີ່ມີຄຸນນະພາບ, ມີຜົນການດຳເນີນທຸລະກິດທີ່ໂດດເດັ່ນ, ຊຶ່ງ ຜ-ຟຟລ ກໍ່ແມ່ນໜຶ່ງໃນ ອົງກອນທົ່ວໂລກທີ່ໄດ້ຖືກຄັດເລືອກໃຫ້ຮັບລາງວັນດັ່ງກ່າວ.
          ພິທີມອບ-ຮັບລາງວັນດັ່ງກ່າວ ແມ່ນໄດ້ຈັດຂຶ້ນທີ່ໂຮງແຮມ Le Plaza, ແລະ ມີນັກທຸລະກິດຈາກຫຼາຍປະເທດ ທີ່ຕາງໜ້າຈາກພາກສ່ວນຕ່າງໆ ທັງຈາກເອີຣົບ, ອາຊີ, ອາເມລິກາ, ອາຟຣິກາ, ແລະ ອົດສະຕາລີ ເຂົ້າຮ່ວມຮັບລາງວັນໃນຄັ້ງນີ້. ໃນໂອກາດການເຂົ້າຮ່ວມ ພິທີມອບລາງວັນໃນຄັ້ງນີ້ ທີມງານ EDL-Gen ຍັງໄດ້ມີໂອກາດຮ່ວມ ກອງປະຊຸມກ່ຽວກັບການຄຸ້ມຄອງຄຸນນະພາບຂອງການບໍລິຫານອົງກອນ, ໄດ້ຮັບຟັງການບັນຍາຍ ແລະ ປ່ຽນປະສົບການ ຈາກບໍລິສັດຕ່າງໆ ທີ່ໄດ້ເຂົ້າຮ່ວມຮັບລາງວັນໃນຄັ້ງນີ້.
          ກ່ຽວກັບ ສະມາຄົມ European Society for Quality Research’ ຫຼື ESQR ແມ່ນອົງການຈັດຕັ້ງທີ່ບໍ່ຫວັງຜົນກໍາໄລທີ່ອຸທິດຕົນເພື່ອສົ່ງເສີມການຄຸ້ມຄອງຄຸນນະພາບການບໍລິຫານອົງກອນ. ESQR ໄດ້ຖືກສ້າງຕັ້ງຂຶ້ນໃນປີ 1972 ແລະ ມີສະມາຊິກຫຼາຍກວ່າ 1.000 ຄົນຈາກທົ່ວໂລກ. ESQR ຈັດຕັ້ງກອງປະຊຸມ, ກອງປະຊຸມ, ແລະ ການຝຶກອົບຮົມກ່ຽວກັບການຄຸ້ມຄອງຄຸນນະພາບ ໃຫ້ແກ່ບັນດາອົງກອນໃນທົ່ວໂລກທີ່ມີຜົນງານດີເດັ່ນ ແລະ ພິມເຜີຍແຜ່ວາລະສານ “Quality – The European Journal for Quality.”

          EDL-Gen awarded ‘the International Diamond Prize for Excellence in Quality 2023’ in Brussels, Belgium
2023’ on July 9, 2023, representatives of EDL-Generation Public Company or EDL-Gen, led by Mr Vanhseng Vannavong, Acting Managing Director & Acting CEO of EDL-Generation Public Company or EDL-Gen, as well as Ms Souksanh Phongphila, Deputy Managing Director, CAO and staffs of EDL-Gen attended the awarding ceremony to receive a prize ‘the International Diamond Prize for Excellence in Quality in Brussels, Belgium.
The International Diamond Prize for Excellence in Quality is a prestigious award that is presented to organizations that have demonstrated a commitment to quality management and continuous improvement.
The awards ceremony took place at Le Plaza where representatives from Europe, Asia, the Americas, Africa, and Australia for their superior development efforts, overall excellence, and commitment to economic progress attended. The award ceremony was followed by a conference on quality management. The conference will feature presentations from leading experts in the field, and will provide attendees with an opportunity to learn about the latest trends in quality management.
About the European Society for Quality Research. The European Society for Quality Research (ESQR) is a non-profit organization dedicated to the promotion of quality management. The ESQR was founded in 1972, and has over 1,000 members from around the world. The ESQR organizes conferences, workshops, and training courses on quality management, and publishes the journal “Quality – The European Journal for Quality.”

ພາບ ແລະ ຂ່າວ: ບໍລິສັດ ຜະລິດໄຟຟ້າລາວມະຫາຊົນ
ຮຽບຮຽງ: ຄຳແສງ ແກ້ວປະເສີດ