
ໃນຕອນບ່າຍ ເວລາ 14:00 ຂອງວັນທີ່ 05 / 04 / 2023 ນີ້ ທີ່ຫ້ອງປະຊຸມພະແນກພະລັງງານ ແລະ ບໍ່ແຮ່ ແຂວງອຸດົມໄຊ ໄດ້ຈັດພິທີເຊັນສັນຍາຮັບເໝົາໂຄງການຍົກຍ້າຍຕາຂ່າຍແຮງດັນກາງ 22 ກວ, ແຮງດັນຕໍາ 0,4ກວ, ໝໍ້ແປງ ແລະ ໝໍ້ນັບໄຟ ອອກຈາກເຂດການຂະຫຍາຍເສັ້ນທາງເທດສະບານເມືອງໄຊ ແລະ ເມືືອງນາໝໍ້ ແຂວງ ອຸດົມໄຊ ພິທີໃນໃນຄັ້ງນີ້ເປັນປະທານໂດຍ ທ່ານ ທອງເພັດ ເພັດສຸພາພອນ ຮອງຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່, ມີແຂກເຊີນຈາກບັນດາພະແນກການທີ່ກຽ່ວຂ້ອງ, ບໍລິສັດຜູ້ຮັບເໝົາ ແລະ ບັນດາຫົວໜ້າຂະແໜງພາຍໃນພະແນກເຂົ້າຮ່ວມຈຳນວນ 15 ທ່ານ ຍິງ 3 ທ່ານ.

ເຊິ່ງຮ່ວມລົງນາມໃນສັນຍາ ຝ່າຍເຈົ້າຂອງໂຄງການ ແມ່ນທ່ານ ທອງເພັດ ເພັດສຸພາພອນ ຮອງຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແລະ ບໍລິສັດຮັບເໝົາ ໂຄງການຍົກຍ້າຍຕາຂ່າຍແຮງດັນກາງ 22 ກວ, ແຮງດັນຕໍາ 0,4ກວ, ໝໍ້ແປງ ແລະ ໝໍ້ນັບໄຟ ອອກຈາກເຂດການຂະຫຍາຍເສັ້ນທາງເທດສະບານເມືອງໄຊ ແມ່ນ ລັດວິສາຫະກິດໄຟຟ້າລາວ ສາຂາ ແຂວງອຸດົມໄຊ ຕາງໜ້າໂດຍທ່ານ ສຸນັນໂທ ສຸວັນນະໄມຕີ ຮອງຫົວໜ້າລັດວິສາຫະກິດໄຟຟ້າລາວ ສາຂາແຂວງອຸດົມໄຊ ມູນຄ່າຕາມສັນຍາຂອງໂຄງການແມ່ນ 366.284.984 ກີບ (ສາມຮ້ອຍຫົກສິບຫົກລ້ານ ສອງແສນແປດສິບສີ່ພັນ ເກົ້າຮ້ອຍແປດສິບສີ່ກີບ) ກຳນົດເວລາການຈັດຕັ້ງປະຕິບັດໂຄງການ 45 ວັນໃຫ້ສຳເລັດ ໂຄງການຍົກຍ້າຍຕາຂ່າຍແຮງດັນກາງ 22 ກວ, ແຮງດັນຕ່ຳ 0,4ກວ, ໝໍ້ແປງ ແລະ ໝໍ້ນັບໄຟ ອອກຈາກເຂດການຂະຫຍາຍເສັ້ນທາງເທດສະບານ ເມືືອງນາໝໍ້
