ພິທີເຊັນສັນຍາ ສໍາປະທານ (CA) ໂຄງການຂຸດຄົ້ນ ແລະ ປຸ່ງແຕ່ງແຮ່ຄໍາ, ແຮ່ມັງການ ຢູ່ເມືອງອະນຸວົງ ແລະ ເມືອງລ້ອງແຈ້ງ ແຂວງໄຊສົມບູນ ໄດ້ຈັດຂຶ້ນຢ່າງເປັນທາງ ໃນວັນທີ 17 ມັງກອນ 2023 ຜ່ານມານີ້, ຢູ່ຫ້ອງປະຊຸມໃຫຍ່ຫ້ອງວ່າການປົກຄອງແຂວງໄຊສົມບູນ. ຕາງໜ້າລັດຖະບານ ລົງນາມເຊັນສັນຍາສຳປະທານໂຄງການໂດຍທ່ານ ພອຍຄໍາ ຮຸ່ງບຸນຍວງ ເຈົ້າແຂວງໆໄຊສົມບູນ, ທ່ານ ບຸນທ່ຽມ ໄຊສົງຄາມ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ແຂວງ, ທ່ານ ສົມລິດ ສຸພັດດີ ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງ ແລະ ຕາງໜ້າຝ່າຍບໍລິສັດ ເຊັນໂດຍທ່ານ ຢັງຮົງເວີຍ ປະທານບໍລິສັດ ຮ່ວມມືພັດທະນາບໍ່ແຮ່ ໄຊສົມບູນ ຈໍາກັດ ແລະ ທ່ານ ວັນດີ ກວາລີວົງ ອໍານວຍການບໍລິສັດ ຮ່ວມມືພັດທະນາບໍ່ແຮ່ ໄຊສົມບູນ ຈໍາກັດ ໂດຍຊ່ອງໜ້າການເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ປອ ດາວວົງ ພອນແກ້ວ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ມີການນໍາຂອງແຂວງ, ຂອງເມືອງ ຕະຫຼອດຮອດພາກສ່ວນທີ່ກ່ຽວຂ້ອງຂອງທັງສອງຝ່າຍເຂົ້າຮ່ວມ.