ເມືອງຊານໄຊ ຈັດກອງປະຊຸມເຜີຍແຜ່ ຄຳສັ່ງການຕິດຕາມ, ກວດກາ ແລະ ແກ້ໄຂບັນຫາແຮ່ຄຳຕົກຂ້ອນ, ຫີນ ແລະ ຊາຍ ຕາມບັນດາສາຍນ້ຳ, ຮ່ອງຫ້ວຍ ແລະ ການຄຸ້ມຄອງການຂຸດຄົ້ນຕ່າງໆ ໃນຂອບເຂດທົ່ວປະເທດ

           ວັນທີ 20 ມີນາ 2025 ຢູ່ຫ້ອງປະຊຸມໃຫຍ່ຂອງເມືອງ ໄດ້ຈັດກອງປະຊຸມເຜີຍແຜ່ ຄຳສັ່ງເລກທີ 06/ນຍ, ລົງວັນທີ 7 ມີນາ 2025 ວ່າດ້ວຍການຕິດຕາມ, ກວດກາ ແລະ ແກ້ໄຂບັນຫາແຮ່ຄຳຕົກຂ້ອນ, ຫີນ ແລະ ຊາຍ ຕາມບັນດາສາຍນ້ຳ, ຮ່ອງຫ້ວຍ ແລະ ການຄຸ້ມຄອງການຂຸດຄົ້ນຕ່າງໆ ໃນຂອບເຂດທົ່ວປະເທດ ພາຍໃຕ້ການເປັນປະທານຂອງ ທ່ານ ຫັດສະໄນ ສີບຸນເຫຼືອງ ເຈົ້າເມືອງໆຊານໄຊ, ມີການນໍາຂອງເມືອງ ແລະ ພາກສ່ວນກ່ຽວຂ້ອງພາຍໃນເມືອງເປັນຕົ້ນ: ກຸ່ມບ້ານວັງຕັດ, ດ່ານສາກົນພູເກືອ ແລະ ດ່ານທ້ອງຖິ່ນອູ່ໜື່ງ ເຂົ້າຮ່ວມ.

          ທ່ານ ພູນສຸກ ແກ້ວຄຳເພຍ ຫົວໜ້າຫ້ອງການພະລັງງານ ແລະ ບໍ່ແຮ່ ໄດ້ຂຶ້ນຜ່ານຄຳສັ່ງຂອງ ນາຍົກລັດຖະມົນຕີ, ສະບັບເລກທີ 06/ນຍ, ລົງວັນທີ 7 ມີນາ 2025 ວ່າດ້ວຍການຕິດຕາມ, ກວດກາ ແລະ ແກ້ໄຂບັນຫາແຮ່ຄຳຕົກຂ້ອນ, ຫີນ ແລະ ຊາຍ ຕາມບັນດາສາຍນ້ຳ, ຮ່ອງຫ້ວຍ ແລະ ການຄຸ້ມຄອງການຂຸດຄົ້ນຕ່າງໆ ໃນຂອບເຂດທົ່ວປະເທດ. ຫຼັງຈາກນັ້ນ, ຜູ້ເຂົ້າຮ່ວກອງປະຊຸມ ກໍ່ໄດ້ຄົ້ນຄວ້າ-ປຶກສາຫາລື ຊອກຫາກົນໄກ ວິທີການ ໃນການ ຕິດຕາມ, ກວດກາ ແລະ ແກ້ໄຂບັນຫາ ການຂຸດຄົ້ນແຮ່ຄຳ ແລະ ແຮ່ທາດຕ່າງໆ ຢູ່ເມືອງຊານໄຊ ພ້ອມທັງຄົ້ນຄວ້າແຕ່ງຕັ້ງ ຄະນະກຳມະການ ເພື່ອຈັດຕັ້ງປະຕິບັດ ດຳເນີນການແກ້ໄຂວຽກງານດັ່ງກ່າວ ມີປະສິດທິພາບ, ມີປະສິດທິຜົນ ທັງຮັບປະກັນນຳເອົາຜົນປະໂຫຍດມາສູ່ປະເທດຊາດ ແລະ ປະຊາຊົນ.

ແຫຼ່ງຂໍ້ມູນ: ຫ້ອງການ ພບ ເມືອງຊານໄຊ
ຮຽບຮຽງ: ຄຳແສງ ແກ້ວປະເສີດ
ສາຍດ່ວນ: 1506