ພິທີເຊັນສັນຍາ ໂຄງການດຶງຕາຂ່າຍໄຟຟ້າແຮງຕ່ຳ ເຂົ້າບ້ານນ້ຳງາວ ທີ່ຍົກຍ້າຍມາຢູ່ບ້ານຫ້ວຍເຊີຍ ເມືອງງາ ແຂວງອຸດົມໄຊ

         ໃນວັນທີ 31 ສິງຫາ 2023 ທີ່ຫ້ອງປະຊຸມພະແນກພະລັງງານ ແລະ ບໍ່ແຮ່ ແຂວງອຸດົມໄຊ ໄດ້ຈັດພິທີເຊັນສັນຍາ ໂຄງການດຶງຕາຂ່າຍໄຟຟ້າແຮງຕ່ຳ ເຂົ້າບ້ານນ້ຳງາວ ທີ່ຍົກຍ້າຍມາຢູ່ບ້ານຫ້ວຍເຊີຍ ເມືອງງາ ແຂວງອຸດົມໄຊ ລະຫວ່າງພະແນກພະລັງງານ ແລະ ບໍ່ແຮ່ ແຂວງອຸດົມໄຊ (ເຈົ້າຂອງໂຄງການ) ແລະ ບໍລິສັດ ພີດີແອວ ພັດທະນາພະລັງງານ ແລະ ບໍ່ແຮ່ຈຳ ກັດຜູ້ດຽວ (ຜູ້ຮັບເໝົາກໍ່ສ້າງ) ໂດຍການ ເຂົ້າຮ່ວມເປັນກຽດຂອງ ທ່ານ ສົມຈິດ ປັນຍາສັກ ຮອງເຈົ້າແຂວງ ປະທານຄະນະຮັບຜິດຊອບຄຸ້ມຄອງໂຄງການ. ຕາງໜ້າລົງນາມເຊັນ ຝ່າຍເຈົ້າຂອງໂຄງການ ແມ່ນ ທ່ານ ອາລຸນ ບຸນວິໄລ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ແຂວງ ອຸດົມໄຊ ແລະ ຝ່າຍບໍລິສັດຜູ້ຮັບເໝົາກໍ່ສ້າງແມ່ນ ທ່ານ ອຸດົມສິນ ເພັດໄຊສີ ປະທານບໍລິສັດ ພີດີແອວ ພັດທະນາພະລັງງານ ແລະ ບໍ່ແຮ່ຈຳກັດຜູ້ດຽວ. ມູນຄ່າຕາມສັນຍາຂອງໂຄງການແມ່ນ 797.687.140 ກີບ (ເຈັດຮ້ອຍເກົ້າສິບເຈັດລ້ານ ຫົກແສນແປດສິບເຈັດພັນ ໜຶ່ງຮ້ອຍສີ່ສິບ ກີບ) ເຊິ່ງນຳໃຊ້ທຶນພັດທະນາທ້ອງຖິ່ນ-ສັງຄົມ (ທຶນພັດທະນາຊຸມຊົນ) ຂອງໂຄງການພັດທະນາແຫຼ່ງຜະລິດໄຟຟ້າ ແລະ ໂຄງການຊອກຄົ້ນ, ສຳຫຼວດ ແລະ ຂຸດຄົ້ນ, ປຸງແຕ່ງແຮ່ທາດ ຢູ່ແຂວງອຸດົມໄຊ 100%.
ພາບ ແລະ ຂ່າວ: ພະແນກ ພບ ອຸດົມໄຊ