ໜ່ວຍພັກ ກົມຄຸ້ມຄອງຄວາມປອດໄພອຸດສາຫະກຳພະລັງງານ ສຳເລັດການດຳເນີນກອງປະຊຸມກາງສະໄໝ ຂອງຕົນ

          ໃນຕອນເຊົ້າຂອງວັນທີ່ 23 ມີຖຸນາ 2023 ຢູ່ທີຫ້ອງປະຊຸມຂອງກົມຄຸ້ມຄອງຄວາມປອດໄພອຸດສາຫະກຳພະລັງງານໄດ້ເປີດກອງປະຊຸມກາງສະໄໝ ຂອງຕົນຂື້ນ, ໂດຍປະຕິບັດຕາມຄຳສັ່ງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການດຳເນີນງານກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກແຕ່ລະຂັ້ນ ສະບັບເລກທີ 268/ຄລສພ, ລົງວັນທີ 20 ມັງ ກອນ 2023, ຄຳແນະນຳຂອງຄະນະຈັດຕັ້ງສູນງການພັກ ສະບັບເລກທີ 25/ຄຈສພ, ລົງວັນທີ 24 ມັງກອນ2023 ແລະ ແຈ້ງການ ຫ້ອງການຄະນະພັກບໍລິຫານງານກະຊວງ ສະບັບເລກທີ 0512 ລົງວັນທີ່ 19 ພຶດສະພາ 2023 ສະນັ້ນ, ໃນຕອນເຊົ້າຂອງວັນທີ 22 ມິຖຸນາ 2023 ໜ່ວຍພັກກົມຄຸ້ມຄອງຄວາມປອດໄພອຸດສາຫະກຳພະລັງງານ (ກປພ) ໄດ້ຈັດກອງປະຊຸມກາງສະໄໝຂອງຕົນຂຶ້ນຢ່າງເປັນທາງການ ໂດຍການເປັນປະທານຂອງ ສະຫາຍ ປອ ສີນາວາ ສຸພານຸວົງ ຄະນະປະຈໍາພັກ, ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່, ເຊິ່ງ ເປັນກຽດເຂົ້າຮ່ວມຂອງ ສະຫາຍ ບົວເທບ ມາໄລຄຳ, ກຳມະການພັກກະຊວງ, ເລຂາໜ່ວຍພັກກົມ, ມີຄະນະໜ່ວຍພັກ, ສະມາຊິກພັກຂອງກົມ ແລະ ແຂກຖືກເຊີນເຂົ້າຮ່ວມ ຢ່າງພ້ອມພຽງ.

          ກອງປະຊຸມ ໄດ້ສະຫຼຸບຕີລາຄາ ການຊີ້ນຳ ນຳພາໜ້າທີ່ການເມືອງຂອງໜ່ວຍພັກ ໃນການຈັດຕັ້ງ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງພັກປະຊາຊົນປະຕິວັດລາວ ຄັ້ງທີ XI, ມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກ ກະຊວງພະລັງງານ ແລະ ບໍ່ແຮ່ ຄັ້ງທີ່ III, ແຜນພັດທະນາພະລັງງານ ແລະ ບໍ່ແຮ່ ໄລຍະ 5 ປີ ຄັ້ງທີ 9 (ປີ 2021-2025) ແລະ ປ່ອນບັດທາບທາມຄວາມໄວ້ວາງໃຈຂອງບຸກຄົນໃນຄະນະໜ່ວຍພັກ ເພື່ອຕີລາຄາດ້ານດີ ຜົນສຳເລັດ, ດ້ານອ່ອນຄົງຄ້າງ ແລະ ມີມາດຕະການແກ້ໄຂ.

          ໜ່ວຍພັກ ກປພ ແມ່ນເປັນໜ່ວຍພັກໜຶ່ງທີ່ກັບອົງຄະນະພັກກະຊວງພະລັງງານ ແລະ ບໍ່ແຮ່, ມີສະມຊິກພັກທັງໝົດ 24 ສະຫາຍ, ຍິງ 4 ສະຫາຍ. ໜ່ວຍພັກກົມຄຸ້ມຄອງຄວາມປອດໄພອຸດສາຫະກຳພະລັງງານແມ່ນເປັນໜ່ວຍພັກ, ເປັນກົມວິຊາການ ທີ່ເປັນເສນາທິການຊ່ວຍຄະນະພັກ ກະຊວງພະລັງງານ ແລະ ບໍ່ແຮ່ ໃນການຄຸ້ມຄອງ, ຕິດຕາມ ແລະ ກວດກາວຽກງານຄວາມປອດໄພຂອງໂຄງການອຸດສາຫະຫໍາພະລັງງານ ໂດຍສະເພາແມ່ນການຄຸ້ມຄອງຄວາມປອດໄພຂອງເຂື່ອນໄຟຟ້າ, ໂຮງໄຟຟ້າພະລັງງານຄວາມຮ້ອນ ແລະ ວຽກງານແຜນຮັບມືສຸກເສີນ ໃຫ້ສອດຄ່ອງຕາມກົດໝາຍກົດໝາຍວ່າດ້ວຍໄຟຟ້າ, ກົດໝາຍວ່າດ້ວຍຄວາມປອດໄພຂອງເຂື່ອນ ແລະ ມາດຕະຖານເຕັກນິກໄຟຟ້າຂອງລາວ. 

ການດຳເນີນກອງປະຊຸມ ແມ່ນປະຕິບັດຕາມຄໍາສັ່ງ ແລະ ຄໍາແນະນໍາ ຂອງຄະນະພັກຂັ້ນເທິງ ຢ່າງຄົບຖ້ວນຖືກຕ້ອງ. ສະຫາຍ ເລຂາໜ່ວຍພັກ ໄດ້ລາຍງານ ຜ່ານຮ່າງບົດສະຫຼຸບກາງສະໄໝ ການຊີ້ນຳ-ນຳພາ ຂອງ ໜ່ວຍພັກ ກປພ ແລະ ທິດທາງແຜນການໄລຍະທ້າຍສະໄໝ, ຜ່ານບົດສໍາຫຼວດການນໍາພາລວມຂອງຄະນະໜ່ວຍພັກ ແລະ ຜ່ານບົດສຳຫລວດບຸກຄົນໃນຄະນະໜ່ວຍພັກ, ສາມາດສັງລວມຜົນສໍາເລັດທີ່ພົ້ນເດັ່ນ ທີ່ຍາດມາໄດ້ໃນຫຼາຍດ້ານ ຄື:
– ການຊີ້ນຳນຳພາ ດ້ານການເມືອງ, ດ້ານແນວຄິດ, ແບບແຜນຊີ້ນໍາ-ນໍາພາ ໃຫ້ແກ່ພະນັກງານພາຍໃນກົມ ແມ່ນມີຄວາມໜັກແໜ້ນ, ມີຄວາມສາມນັກຄີ, ເອກະພາບ ຕໍ່ບັນດາມະຕິ, ຄໍາສັ່ງຂອງພັກ;
– ວຽກງານ 3 ອົງການຈັດຕັ້ງມະຫາຊົນ ແມ່ນມີຄວາມເຂັ້ມແຂງ, ໜັກແໜ້ນ ແລະ ມີບັນຍາກາດຟົດຟື້ນເບີນບານ;
– ດ້ານວິຊາສະເພາະ ແມ່ນມີຜົນສຳເລັດຫຼາຍດ້ານຕາມທີ່ໄດ້ກໍານົດໄວ້ໃນແຜນການກໍ່ສ້າງ ໜ່ວຍພັກ ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນຂອງຕົນ. ໄດ້ສໍາເລັດການສ້າງປັບປຸງ ແລະ ເຜີຍແຜ່ ບັນດາລະບຽບການ, ນິຕິກໍາທີ່ສໍາຄັນໃນການຄຸ້ມຄອງຄວາມປອດໄພອຸດສາຫະກໍາພະລັງງານ ໂດຍສະເພາະແມ່ນ ສໍາເລັດການສ້າງກົດໝາຍວ່າດ້ວຍ ຄວາມປອດໄພຂອງເຂື່ອນ. ການຄຸ້ມຄອງຄວາມປອດໄພ ໃນໄລຍະການອອກແບບ, ການກໍ່ສ້າງ ແລະ ດໍາເນີນການ ແມ່ນມີຄວາມຮັດກຸມ, ເຂັ້ມງວດຕາມຂັ້ນຕອນມາດຕະຖານເຕັກນິກ. ວຽກງານ ແຜນຮັບມືກໍລະນີສຸກເສີນຂອງໂຄງການເຂື່ອນ ໄດ້ຮັບການຈັດຕັ້ງປະຕິບັດຢ່າງຕັ້ງໜ້າ.

ເພື່ອສືບຕໍ່ຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກ ກະຊວງພະລັງງານ ແລະ ບໍ່ແຮ່ ຄັ້ງທີ່ III, ແຜນພັດທະນາພະລັງງານ ແລະ ບໍ່ແຮ່ ໄລຍະ 5 ປີ ຄັ້ງທີ 9 ແລະ ສູ້ຊົນສ້າງຜົນງານໃໝ່ຂອງຕົນ, ໜ່ວຍພັກ ກປພ ຍັງມີແຜນປັບປຸງພາລະບົດບາດຂອງຕົນ, ສ້າງ, ປັບປຸງບາງນິຕິກຳລຸ່ມກົດໝາຍຈໍານວນໜຶ່ງ, ເຂັ້ມງວດການປະຕິບັດລະບຽບການ, ມາດຕະຖານເຕັກນິກ ແນ່ໃສ່ການຄຸ້ມຄອງຄວາມປອດໄພບັນດາໂຄງການອຸດສາຫະກໍາພະລັງງານ ໃຫ້ຮັບປະກັນຄວາມປອດໄພ ຕາມທິດຍືນຍົງ ແລະ ຫັນເປັນທັນສະໄໝເທື່ອລະກ້າວ.
ກອງປະຊຸມຍັງໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດນໍາ ໃນການປະຕິບັດວຽກງານໃນໄລຍະທ້າຍ ໄໝ ຈາກຄະນະພັກຂັ້ນເທິງ ຊຶ່ງຄະນະພັກຂັ້ນເທິງໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນສຳເລັດທີ່ຍາດມາໄດ້ໃນໄລຍະຜ່ານມາ ພ້ອມທັງມີຄຳເຫັນເໜັ້ນໜັກໃຫ້ໜ່ວຍພັກ ກປພ ຈົ່ງສືບຕໍ່ຮັກສາມູນເຊື້ອຜົນ ງານທີ່ຍາດມາໄດ້ນັ້ນ, ເໜັ້ນໜັກໃຫ້ຄະນະພັກ ໃຫ້ສືບຕໍ່ເອົາໃຈໃສ່ວຽກງານການເມືອງ, ແນວຄິດ ໃຫ້ແກ່ສະມາຊິກພັກ, ພະນັກງານຂອງກົມ ເພື່ອຕີຕ້ານທຸກປະກົດການຫຍໍ້ທໍ້, ການເຊື່ອມຖອຍຄຸນທາດການເມືອງ, ການຫັນປ່ຽນດ້ວຍຕົນເອງ. ເອົາໃຈໃສ່ໃນການຊີ້ນໍາ ນໍາພາຄຸ້ມຄອງວຽກງານລັດ ຕາມລະບຽບການ, ກົດໝາຍຢ່າງເຂັ້ມງວດ ຕາມທິດຍືນຍົງ ແລະ ຫັນເປັນທັນສະໄໝ.

ຂ່າວ: ກົມຄຸ້ມຄອງຄວາມປອດໄພອຸດສາຫະກຳພະລັງງານ
ພາບ: ວິລະຊາດ