ໜ່ວຍພັກ ລັດວິສາຫະກິດຖືຮຸ້ນລາວ ສຳເລັດການດຳເນີນກອງປະຊຸມກາງສະໄໝ Post author:mem admin Post published:04/07/2023 Post category:ການເຄື່ອນໄຫວຂອງບັນດາກົມ ແລະ ສະຖາບັນ ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 27 ມິຖຸນາ 2023 ນີ້, ພາຍໃຕ້ການເປັນປະທານຂອງ ສະຫາຍ ມານະສິນ ວົງໄຊ ເລຂາໜ່ວຍພັກ,ຜູ້ອຳນວຍການ ລັດວິສາຫະກິດຖືຮຸ້ນລາວ. ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ທອງຂັນ ພິມວິໄລ ຄະນະປະຈຳພັກກະຊວງ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ. ມີຄະນະໜ່ວຍພັກ, ສະມາຊິກພັກສົມບູນ, ສຳຮອງ ເຂົ້າຮ່ວມຢ່າງພ້ອມພຽງ. ໃນວາລະການດຳເນີນກອງປະຊຸມ ສະຫາຍ ມານະສິນ ວົງໄຊ ເລຂາໜ່ວຍພັກ,ຜູ້ອຳນວຍການ ລັດວິສາຫະກິດຖືຮຸ້ນລາວ ໄດ້ຂຶ້ນຜ່ານບົດສະຫຼຸບການນຳພາຂອງຄະນະໜ່ວຍພັກ ໃນໄລຍະ 2ປີເຄິ່ງຜ່ານມາ, ຫຼັງຈາກນັ້ນ, ສະຫາຍ ເລຂາໜ່ວຍພັກ ຍັງໄດ້ຜ່ານບົດສຳຫຼວດການນຳພາຂອງຄະນະໜ່ວຍພັກຕື່ມອີກ. ພ້ອມກັນນີ້, ກອງປະຊຸມຍັງໄດ້ປະກອບຄໍາຄິດຄໍາເຫັນ ແລະ ຕໍານິກໍ່ສ້າງເຊິ່ງກັນ ແລະ ກັນຢ່າງກົງໄປກົງມາ ພ້ອມທັງຖອດຖອນບົດຮຽນທີ່ປະຕິບັດ ແລະ ຂໍ້ບົກຜ່ອງ ທີ່ຈະຕ້ອງສືບຕໍ່ແກ້ໄຂ. ຫຼັງຈາກນັ້ນ ຜູ້ແທນກອງປະຊຸມກໍ່ໄດ້ດຳເນີນການລົງຄະແນນສຽງຄວາມໄວ້ວາງໃຈຕໍ່ການນຳພາລວມຂອງໜ່ວຍພັກ ແລະ ຕໍ່ຄະນະໜ່ວຍພັກ. ຕອນທ້າຍຂອງພິທີ ຍັງໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນໍາຂອງ ສະຫາຍ ຄະນະປະຈຳພັກກະຊວງຕື່ມອີກ. ພາບ: ລັດວິສາຫະກິດຖືຮຸ້ນລາວຂ່າວ: ຄໍາແສງ ແກ້ວປະເສີດ You Might Also Like ພະແນກພະລັງງານ ແລະ ບໍ່ແຮ່ ແຂວງໄຊສົມບູນ ລົງຊຸກຍູ້, ຕີດຕາມການຜະລິດກະແສໄຟຟ້າຢູ່ບໍລິສັດ ເຂື່ອນໄຟຟ້ານ້ຳຕົກ ນ້ໍາແຈ1 ຈໍາກັດ ປະຈໍາປີ 2024. 17/02/2025 ພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງອຸດົມໄຊ ສຳເລັດລົງເຜີຍແຜ່ແຜນພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ໄລຍະ 5 ປີຄັ້ງທີ 9 (2021-2025) ຢູ່ 3 ເມືອງ 16/08/2022 ກອງປະຊຸມວິຊາການ ປຶກສາຫາລືແລກປ່ຽນ ກ່ຽວກັບ ວຽກງານຄວາມປອດໄພຂອງເຂື່ອນ 27/05/2024
ພະແນກພະລັງງານ ແລະ ບໍ່ແຮ່ ແຂວງໄຊສົມບູນ ລົງຊຸກຍູ້, ຕີດຕາມການຜະລິດກະແສໄຟຟ້າຢູ່ບໍລິສັດ ເຂື່ອນໄຟຟ້ານ້ຳຕົກ ນ້ໍາແຈ1 ຈໍາກັດ ປະຈໍາປີ 2024. 17/02/2025
ພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງອຸດົມໄຊ ສຳເລັດລົງເຜີຍແຜ່ແຜນພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ໄລຍະ 5 ປີຄັ້ງທີ 9 (2021-2025) ຢູ່ 3 ເມືອງ 16/08/2022