
ກອງປະຊຸມໄດ້ຈັດຂຶ້ນຢູ່ຫ້ອງປະຊຸມຫ້ອງວ່າການເມືອງຊານໄຊ, ແຂວງອັດຕະປື ໃນວັນທີ 8 ສິງຫາ 2024 ນີ້, ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ສາຍທະລາ ໂສທິດາ ຮອງເຈົ້າເມືອງ ຜູ້ຊີ້ນໍາຂົງເຂດເສດຖະກິດ, ທ່ານ ອູທອງ ສິດທິຍະວົງ ຮອງຫົວໜ້າພະແນກ ພະລັງງານ ແລະ ບໍ່ແຮ່ແຂວງ ແລະ ທ່ານ ພູນສຸກ ແກ້ວຄຳເພຍ ຫົວໜ້າຫ້ອງການພະລັງງານ ແລະ ບໍ່ແຮ່ ເມືອງຊານໄຊ, ມີບັນດາທ່ານ ຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການອ້ອມຂ້າງເມືອງ ແລະ ຕາງໜ້າບໍລິສັດ ວັງຕັດຂຸດຄົ້ນບໍ່ແຮ່ຈຳກັດ ເຂົ້າຮ່ວມ ທັງໝົດ 32 ຄົນ, ຍິງ 3 ຄົນ.

ທ່ານ ສຸວັນ ແກ້ວປະເສີດ ຮອງຫົວໜ້າຫ້ອງການພະລັງງານ ແລະ ບໍ່ແຮ່ເມືອງຊານໄຊ ຂື້ນຜ່ານເນື້ອໃນສັນຍາສຳປະທານ ເພື່ອພັດທະນາແຮ່ທາດ ໂຄງການຂຸດຄົ້ນແຮ່ເຫຼັກ ຂອງບໍລິສັດ ບໍ່ເຫຼັກວັງຕັດ ຈຳກັດຜູ້ດຽວ ທີ່ເຊັນສັນຍາລະຫວ່າງ ລັດຖະບານ ສປປລາວ ແລະ ບໍລິສັດວັງຕັດຂຸດຄົ້ນບໍ່ແຮ່ ຈຳກັດ ສະບັບລົງວັນທີ 16 ມັງກອນ 2024.
ຫຼັງຈາກນັ້ນ, ທ່ານ ພຸດດາວັນ ເພັງອຳພອນ ຕາງໜ້າບໍລິສັດ ວັງຕັດ ຂຸດຄົ້ນບໍ່ແຮ່ ຈຳກັດ ຂື້ນລາຍງານໂດຍຫຍໍ້ ກ່ຽວກັບການພັດທະນາໂຄງການແຕ່ຕົ້ນ ຈົນເຖິງປະຈຸບັນ, ຍົກໃຫ້ເຫັນດ້ານດີ, ຜົນສຳເລັດ, ດ້ານອ່ອນ-ຂໍ້ຄົງຄ້າງ, ແຜນສືບຕໍ່ໃນຕໍ່ໜ້າ ແລະ ຄຳສະເໜີ ໃຫ້ພາກລັດ, ອຳນາດການປົກຄອງເມືອງ, ບ້ານ ແລະ ພໍແມ່ປະຊາຊົນມີສ່ວນຮ່ວມ ຊ່ວຍສະໜັບສະໜູນ, ອຳນວຍຄວາມສະດວກ, ແກ້ໄຂ, ແລະ ຈັດຕັ້ງປະຕິບັດ ເພື່ອໃຫ້ໂຄງການໄດ້ດຳເນີນໄປຕາມແຜນການທີ່ວາງໄວ້.

ຕອນທ້າຍຂອງກອງປະຊຸມ ຍັງໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງ ສະບັບເລກທີ 334/ຈມ.ຊຊ, ລົງວັນທີ 12 ມິຖຸນາ 2023 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຫ້ອງການພະລັງງານ ແລະ ບໍ່ແຮ່ເມືອງຊານໄຊ ຕື່ມອີກ.
ພາບ ແລະ ຂໍ້ມູນ: ຫ້ອງການ ພບ ເມືອງຊານໄຊ
ຂ່າວ: ຄຳແສງ ແກ້ວປະເສີດ
Website: www.mem.gov.la