ສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານ ກ່ຽວກັບ “ຄວາມຮູ້ພື້ນຖານດ້ານອຸທົກກະສາດ” Post author:mem admin Post published:04/03/2024 Post category:ການເຄື່ອນໄຫວຂອງບັນດາກົມ ແລະ ສະຖາບັນ / ກົມຄຸ້ມຄອງຄວາມປອດໄພອຸດສາຫະກຳພະລັງງານ / ຂ່າວສານກິລາ ໃນຊຽງຂວາງເກມ ໃນລະຫວ່າງ ວັນທີ 12 – 16 ກຸມພາ 2024, ຢູ່ທີ່ ເມືອງແກ້ວອຸດົມ, ແຂວງ ວຽງຈັນ, ກົມຄຸ້ມຄອງຄວາມປອດໄພອຸດສະຫະກຳພະລັງງານ (ກປພ) ກະຊວງພະລັງງານ ແລະ ບໍ່ແຮ່, ໄດ້ຈັດຝຶກອົບຮົມ ວຽກງານຄວາມປອດໄພຂອງເຂື່ອນ (ຫົວຂໍ້ ຄວາມຮູ້ພື້ນຖານດ້ານທໍລະນີສາດ, ການເລືອກຈຸດທີ່ຕັ້ງຂອງເຂື່ອນ, ໂຄງປະກອບຮາກຖານເຂື່ອນ ແລະ ຕິດຕາມອ່າງເກັບນ້ຳ), ໂດຍກ່າວເປີດ ແລະ ນໍາພາການຝຶກອົບຮົມ ຂອງ ທ່ານ ພູທະນູທອງ ໄຊສົມບັດ, ຮອງຫົວໜ້າກົມຄຸ້ມຄອງຄວາມປອດໄພອຸດສາຫະກຳພະລັງງານ, ກະຊວງພະລັງງານ ແລະ ບໍ່ແຮ່, ມີຜູ້ເຂົ້າຮ່ວມຈາກ ກົມຄຸ້ມຄອງຄວາມປອດໄພອຸດສາຫະກຳພະລັງງານ, ພະແນກພະລັງງານ ແລະ ບໍ່ແຮ່ ແຂວງວຽງຈັນ ແລະ ອົງການເຮວວີຕັດ ປະຈຳ ສປປ ລາວ ລວມທັງໝົດ 21 ທ່ານ, ຍິງ 4 ທ່ານ. ຈຸດປະສົງ: ຂອງການຝຶກອົບຮົມໃນຄັ້ງນີ້ເພື່ອ ຖ່າຍທອດຄວາມຮູ້ ແລະ ປະສົບການດ້ານຄວາມປອດໄພຂອງເຂື່ອນໃຫ້ ນັກສຳມະນາກອນ ດ້ານເຕັກນິກ, ລະບຽບການ ແລະ ພັດທະນາຄວາມສາມາດ ມາຈາກຂັ້ນສູນກາງ ແລະ ທ້ອງຖິ່ນ ເພື່ອເສີມສ້າງຄວາມຮູ້, ຄວາມສາມາດ, ບົດຮຽນ ແລະ ປະສົບການ ດ້ານຄວາມປອດໄພຂອງເຂື່ອນໃຫ້ສູງຂື້ນ. ຝຶກອົບຮົມໃນຄັ້ງນີ້ ກໍ່ແມ່ນກິດຈະກຳໜື່ງ ທີ່ນອນຢູ່ໃນບັນດາກິດຈະກຳ ຂອງໂຄງການຊ່ວຍເຫຼືອດ້ານວິຊາການ ແລະ ລະບຽບຫຼັກການດ້ານຄວາມປອດໄພຂອງເຂື່ອນ, ເຊີ່ງເປັນໂຄງການຮ່ວມມື ລະຫວ່າງ ກົມຄຸ້ມຄອງຄວາມປອດໄພອຸດສາຫະກຳພະລັງງານ, ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ອົງການເຮວວີຕັດ ປະຈຳ ສປປ ລາວ ໂດຍໄດ້ຮັບການສະໜັບສະໜູນຈາກອົງການພັດທະນາ ແລະ ຮ່ວມມືຂອງປະເທດສະວິດເຊີແລນ (Swiss Agency for Development and Cooperation (SDC)) ແລະ ເປັນການຜັນຂະຫຍາຍ ແຜນການເຄື່ອນໄຫວ ຂອງ ກປພ ແຕ່ປີ 2023 ເຖີງ 2025 ໃນວຽກງານສ້າງຄວາມແຂ້ມແຂງດ້ານວິຊາການ, ແລະ ໄດ້ເຊີນຊ່ຽວຊານທີ່ມີປະສົບການດ້ານຄວາມປອດໄພຂອງເຂື່ອນລະດັບສາກົນຈາກ ປະເທດ ສະວິດເຊີແລນ ໂດຍທ່ານ Dr. Thierry Bussard ຊ່ຽວຊານທາງດ້ານທໍລະນີວິທະຍາ ທີ່ມາຖ່າຍທອດຄວາມຮູ້, ປະສົບການ (ຄວາມຮູ້ພື້ນຖານດ້ານທໍລະນີສາດ, ການເລືອກຈຸດທີ່ຕັ້ງຂອງເຂື່ອນ, ການວາງແຜນກໍ່ສ້າງຮາກຖານເຂື່ອນ ແລະ ຕິດຕາມອ່າງເກັບນ້ຳ) ແກ່ນັກສຳມະນາກອນ, ເພື່ອໃຫ້ໂຄງການຕ່າງໆມີຄວາມໝັ້ນຄົງ, ຍືນຍົງ ແລະ ມີຄວາມປອດໄພ. ຜ່ານການຝຶກອົບຮົມຄັ້ງນີ້ ນັກສຳມະນາກອນ ໄດ້ຍົກລະດັບຄວາມເຂົ້າໃຈ ຕໍ່ກັບບົດບາດການເກັບກຳຂໍ້ມູນທາງດ້ານທໍລະນີສາດ ຕໍ່ກັບຄວາມປອດໄພຂອງເຂື່ອນ ແລະ ສາມາດແລກປ່ຽນບົດຮຽນ ໃນການຄິດໄລ່ຄ່າຕ່າງໆ ເຊັ່ນ ດ້ານທໍລະນີວິທະຍາ, ການຄິດໄລ່ຈຸດທີ່ຕັ້ງຂອງເຂື່ອນ, ການຄິດໄລ່ຮາກຖານຂອງເຂື່ອນ ແລະ ການບຳລຸງຮັກສາອ່າງເກັບນ້ຳ, ເພື່ອນຳໄປອອກແບບໂຕເຂື່ອນໃຫ້ເໝາະສົມກັບຂໍ້ມູນການວິເຄາະທາງດ້ານທໍລະນີ ໃນຈຸດທີ່ຕັ້ງດັ່ງກ່າວ, ພ້ອມທັງຝຶກປະຕິບັດຕົວຈິງໃຫ້ພະນັກງານ ກປພ ໃນການໃຫ້ຄຳແນະນຳກ່ຽວກັບທໍລະນີວິທະຍາສຳລັບເຂື່ອນ, ການເລືອກທີ່ຕັ້ງຂອງເຂື່ອນ, ການລາດຕະເວນກວດກາສຳຫຼວດຮາກຖານຂອງເຂື່ອນ, ການປະເມີນຄວາມອັນຕະລາຍຈາກເຫດແຜ່ນດິນໄຫວ, ພ້ອມທັງໄດ້ຝຶກອົບຮົມຂັ້ນພື້ນຖານກ່ຽວກັບສາເຫດການຮົ່ວຊຶມຂອງເຂື່ອນ, ບັນຫາທໍລະນີວິທະຍາທີ່ກ່ຽວຂ້ອງກັບຫີນຫຼາກຫຼາຍປະເພດ, ການປະເມີນຄວາມຊັນ ແລະ ຄວາມໜາແໜ້ນຂອງນ້ຳ, ການປ່ຽນແປງດິນຟ້າອາກາດ, ລັກສະນະຂອງເຂື່ອນທີ່ມີຄວາມປອດໄພ ແລະ ປັດໄຈທີ່ເຮັດໃຫ້ເຂື່ອນແຕກພັງ ລວມເຖິງໂຄງສ້າງຕໍ່ທ້າຍເຂື່ອນ, ຮັບປະກັນໃຫ້ການຈັດຕັ້ງປະຕິບັດໂຄງການໄດ້ຮັບໝາກຜົນ ແລະ ບັນລຸຕາມແຜນການທີ່ໄດ້ວາງໄວ້, ຊຸດຝຶກອົບຮົມແມ່ນໄດ້ປິດລົງດ້ວຍຜົນສຳເລັດຢ່າງຈົບງາມ.ພາບ ແລະ ຂ່າວ: ສົມສະນຸກຮຽບຮຽງ: ຄຳແສງ ແກ້ວປະເສີດWebsite: www.mem.gov.laສາຍດ່ວນ: 1506 You Might Also Like ສອງກະຊວງ ເພີ້ມທະວີໃນການຮ່ວມມືໃນຂົງເຂດ ພະລັງງານ ແລະ ບໍ່ແຮ່ 24/02/2022 ຢີ່ປຸ່ນ ໃຫ້ການຊ່ວຍເຫຼືອ ສປປ ລາວ ເພື່ອຫຼຸດຜ່ອນການປ່ອຍກາກບອນໄດອອກໄຊ (CO2) 07/09/2022 ກອງປະຊຸມປຶກສາຫາລືກ່ຽວກັບການປັບປຸງກົດໝາຍວ່າດ້ວຍແຮ່ທາດ 24/02/2022