
ວັນທີ 24 ກຸມພາ 2023 ພະແນກພະລັງງານ ແລະ ບໍ່ແຮ່ແຂວງອັດຕະປື ໄດ້ຈັດກອງສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການປີ 2023 ຂື້ນທີ່ຫໍປະຊຸມໃຫຍ່ຂອງແຂວງ,ພາຍໃຕ້ການເປັນປະທານຂອງທ່ານ ວິທະຍາ ພົມມະຈັນ ກຳມະການພັກແຂວງ, ເລຂາຄະນະພັກຮາກຖານ, ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ແຂວງ,ເປັນກຽດເຂົ້າຮ່ວມຂອງ ທ່ານ ທະນູໄຊ ບັນຊາລິດ ຄະນະປະຈຳພັກແຂວງ, ຮອງເຈົ້າໆແຂວງອັດຕະປື, ມີຄະນະພະແນກ,ພະນັກງານວິຊາການພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຕີລາຄາຄືນການຈັດຕັ້ງປະຕິບັດວຽກງານວຽກງານພະລັງງານ ແລະບໍ່ແຮ່ ທົ່ວແຂວງ ປະຈຳປີ 2022,ເຊິ່ງໄລຍະ1 ປີຜ່ານມາ ຂະແໜງການ ພະລັງງານ ແລະ ບໍ່ແຮ່ ແຂວງອັດຕະປື ໄດ້ສຸມໃສ່ສຶກສາສຳຫຼວດ ແລະ ພັດທະນາໂຄງການກິດຈະການ ດ້ານພະລັງງານ ແລະ ກິດຈະການແຮ່ທາດ ຫຼາຍໂຄງການ, ໄດ້ເອົາໃຈໃສ່ໃນການຮ່ວມມື ຊຸກຍູ້ ແລະ ຄຸ້ມຄອງກວດກາຕິດຕາມປະຈຳຢູ່ພາກສະໜາມຢ່າງເປັນປົກກະຕິບັນດາໂຄງການເຂື່ອນໄຟຟ້າພາຍໃນແຂວງທັງ ໝົດມີ 31 ໂຄງການ,ຕາມພາລະບົດບາດ ແລະ ກົດໝາຍວ່າດ້ວຍໄຟຟ້າ ເຮັດໃຫ້ໂຄງການໄດ້ປະຕິບັດຕາມແຜນເຄື່ອນໄຫວ ໂຄງການມີຄວາມຄືບໜ້າ,ຖຶກຕ້ອງຕາມຂັ້ນຕອນ ຕາມລະບຽບກົດໝາຍ,ໃນນີ້ເຂື່ອນໄຟຟ້າຂະໜາດນ້ອຍ 5 ເມກາວັດລົງມາ ມີ 2 ໂຄງການ,ລວມກຳລັງຕິດຕັ້ງປະມານ 5,65 ເມກາວັດ ກຳລັງການຜະລິດລວມ 40 ກວ່າກິໂລວັດໂມງຕໍ່ປີ,ເຊິ່ງແມ່ນການລົງທຶນຂອງຄົນລາວ,


