ພະນັກງານຫຼັກແຫຼ່ງ ພະແນກ ພະລັງງານ ແລະ ບໍ່ແຮ່ ອັດຕະປື ເຊື່ອມຊຶມເອກະສານສຳຄັນຂອງພັກຂອງລັດ

          ໃນວັນທີ 15 ກັນຍາ 2023 ນີ້, ທີ່ຫ້ອງປະຊຸມສະພາປະຊາຊົນ ແຂວງ ອັດຕະປື. ພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງອັດຕະປື ໄດ້ຈັດກອງປະຊຸມເຊື່ອມຊຶມເອກະສານສຳຄັນຂອງພັກຂອງລັດ ໂດຍການເປັນປະທານ ຂອງ ທ່ານ ວິທະຍາ ພົມມະຈັນ ກຳມະການພັກແຂວງ, ເລຂາຄະນະພັກຮາກຖານ, ຫົວໜ້າພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງອັດຕະປື, ມີຄະນະພັກ, ຄະນະນຳພາຍໃນພະແນກ, ຄະນະນຳຈາກຫຼາຍຂະແໜງການກ່ຽວຂ້ອງ, ລັດວິສະຫະກິດໄຟຟ້າລາວ ແລະ ແຂກຖືກເຊີນເຂົ້າຮ່ວມ.

           ເອກະສານທີ່ນຳມາເຜີຍແຜ່ເຊື່ອມຊຶມໃນຄັ້ງນີ້ປະກອບມີ ມະຕິກອງປະຊຸມ ລັດຖະບານ ປະຈຳເດືອນ ສິງຫາ 2023 ຄັ້ງວັນທີ 24-25 ສິງຫາ 2023, ມະຕິກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 8 ສະໄໝທີ XI ຄັ້ງວັນທີ 24-25 ເມສາ 2023, ບົດບັນທຶກກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ກາງສະໄໝທີ XI ຄັ້ງວັນທີ 29 ພຶດສະພາ – 01 ມິຖຸນາ 2023, ມະຕິກອງປະຊຸມອົງການປົກຄອງແຂວງ ປະຈໍາງວດ II ປີ 2023 ຄັ້ງວັນທີ 18 – 19 ກໍລະກົດ 2023, ຂໍ້ຕົກລົງຂອງ ທ່ານ ເຈົ້າແຂວງ ສະບັບເລກທີ 991/ຈຂອປ, ລົງວັນທີ 14 ສິງຫາ 2023 ວ່າດ້ວຍການມອບຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດວຽກງານຈຸດສຸມ ແລະ ເຄັ່ງຮ້ອນ ຂອງລັດຖະບານ ແລະ ຂອງແຂວງ ໃນໄລຍະ 6 ເດືອນທ້າຍປີ 2023, ພາລະບົດບາດໃໝ່ ສະບັບເລກທີ 1392/ຈຂອປ, ລົງວັນທີ 17 ພະຈິກ 2022 ຂອງພະແນກພະລັງງານ ແລະ ບໍ່ແຮ່ ແຂວງອັດຕະປື ແລະ ພາລະບົດບາດໃໝ່ ຂອງ ຫ້ອງການພະລັງງານ ແລະ ບໍ່ແຮ່ ປະຈຳ 5 ຕົວເມືອງ

           ຈຸດປະສົງການເຜີຍແຜ່, ເຊື່ອມຊຶມ ກໍ່ເພື່ອແນ່ໃສ່ເຮັດໃຫ້ພະນັກງານ-ລັດຖະກອນ ທົ່ວພັກ, ທົ່ວລັດ ເວົ້າລວມ, ເວົ້າສະເພາະແມ່ນພະນັກງານ-ລັດຖະກອນ ໃນຂົງເຂດພະລັງງານ ແລະ ບໍ່ແຮ່ ແຂວງ ອັດຕະປື ມີຄວາມຮັບຮູ້ເຂົ້າໃຈ ກຳແຫນ້ນບັນດາເນື້ອໃນສຳຄັນແນວທາງແຜນນະໂຍບາຍຂອງພັກ ແລະ ລັດ, ນຳເອົາເອກະສານສຳຄັນຄັ້ງນີ້ໄປຜັນຂະຫຍາຍໃຫ້ແກ່ສະມາຊິກທັງລວງເລິກ ແລະ ລວງກ້ວາງ, ເຮັດໃຫ້ຄະນະພັກ, ສະມາຊິກພັກ, ພະນັກງານ-ລັດຖະກອນ ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ ເພື່ອແນໃສ່ສ້າງຄວາມຮັບຜິດຊອບຕໍ່ຫນ້າທີ່ການເມືອງ ແລະ ໃຫ້ເຮັດສຳເລັດຫນ້າທີ່ຕາມການມອບຫມາຍໃຫ້ສູງຂຶ້ນກວ່າເກົ່າ.

ພາບ ແລະ ແຫຼ່ງຂ່າວ: ອັດຕະປື ອອນລາຍ
ຮຽບຮຽງຂ່າວ: ຄຳແສງ ແກ້ວປະເສີດ