ທ່ານ ຫົວໜ້າຫ້ອງການກະຊວງ ຕ້ອນຮັບ ທ່ານ ເອກອັກຄະລັດຖະທູດ ແຫ່ງ ສປປລາວ ປະຈຳ ສສ. ມຽນມາ

          ເນື່ອງໃນໂອກາດທີ່ ທ່ານ ບຸນພຽງ ຈັນທະວົງ, ຮອງຫົວໜ້າຫ້ອງການຄະນະກຳມະທິການຊາຍແດນແຫ່ງຊາດ ທີ່ຖືກແຕ່ງຕັ້ງເປັນ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ. ມຽນມາ ໄດ້ເຂົ້າຢ້ຽມຢາມ ແລະ ເຮັດວຽກນຳກະຊວງ ພະລັງງານ ແລະ ບໍ່ແຮ່ ກ່ອນຈະໄປຮັບໜ້າທີ່ໃໝ່ທີ ສສ. ມຽນມາ, ຢູ່ຫ້ອງຮັບແຂກຊັ້ນ 2 ເມື່ອບ່າຍວັນທີ 6 ທັນວາ 2024 ນີ້.
ໃນໂອກາດດັ່ງກ່າວ ທ່ານ ຫົວໜ້າຫ້ອງການ ໄດ້ສະແດງຄວາມຕ້ອນຮັບ ແລະ ຂອບໃຈຢ່າງສູງ ຕໍ່ ທ່ານ ທີ່ໄດ້ເຂົ້າພົບປະ ແລະ ເຮັດວຽກກັບ ກະຊວງພະລັງງານ ແລະ ບໍ່ແຮ່ ໃນຄັ້ງນີ້. ພ້ອມກັນນີ້, ທ່ານ ຫົວໜ້າຫ້ອງການ ຍັງໄດ້ລາຍງານຫຍໍ້ກ່ຽວກັບສະພາບທີ່ພົ້ນເດັ່ນການຈັດຕັ້ງປະຕິບັດແຜນພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ໃນໄລຍະຜ່ານມາ ພ້ອມຍົກໃຫ້ເຫັນຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ທິດທາງການຈັດຕັ້ງປະຕິບັດໃນຕໍ່ໜ້າ ໃນການຮ່ວມມືລະຫວ່າງ ສປປ ລາວ ແລະ ສສ. ມຽນມາ. ທ່ານ ຫົວໜ້າຫ້ອງການ ໄດ້ຖືໂອກາດນີ້, ສະແດງຄວາມຂອບໃຈຢ່າງສູງຕໍ່ການເຂົ້າຢ້ຽມຢາມ ແລະ ປຶກສາຫາລືແລກປ່ຽນຂໍ້ມູນໃນຄັ້ງນີ້ ຕໍ່ການພັດທະນາຂະແໜງການພະລັງງານ ແລະ ບໍ່ແຮ່.
ຂະນະດຽວກັນ ທ່ານ ບຸນພຽງ ກໍ່ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການຕ້ອນຮັບ ແລະ ລາຍງານສະພາບການລົງທຶນດ້ານພະລັງງານ ຢູ່ ສປປ ລາວ ຂອງ ທ່ານ ຫົວໜ້າຫ້ອງການ. ພ້ອມກັນນີ້, ທ່ານ ຈະຊຸກຍູ້ຕື່ມກ່ຽວກັບ ວຽກງານ ພະລັງງານ ແລະ ວຽກງານບໍ່ແຮ່ ລະຫວ່າງ ສອງຊາດ ຂອງ ສປປ ລາວ ແລະ ສສ. ມຽນມາ ໃຫ້ເຊື່ອມຈອດກັນ ໃຫ້ນັບມື້ນັບຫຼາຍຂຶ້ນ.
ພາບ ແລະ ຂ່າວ: ສົມສະນຸກ
ຮຽບຮຽງ: ຄໍາແສງ ແກ້ວປະເສີດ
ສາຍດ່ວນ: 1506