
ໃນໄລຍະ 3 ເດືອນຄື:ເດືອນ 8-10 ປີ2022 ລຮລ ໄດ້ສຸມກໍາລັງແຮງຂອງຕົນເພື່ອຂົນຂວາຍແຫຼ່ງລາຍຮັບມາປະກອບສ່ວນໃນການຈັດຕັ້ງປະຕິບັດວາລະແຫ່ງຊາດເພື່ອແກ້ໄຂຄວາມຫຍຸຸ້ງຍາກທາງດ້ານເສດຖະກິດການເງິນຂອງລັດຖະບານ ແລະ ຍ້ອນມີການຮ່ວມມືກັບພາກສ່ວນເປັນຕົ້ນແມ່ນ: ກະຊວງການເງິນ, ບັນດາຂາຮຸ້ນ ແລະ ທະນາຄານແຫ່ງ ສປປ ລາວ ຈົນໄດ້ບັນລຸການມອບພັນທະ ແລະ ຊໍາລະໜີ້ໃຫ້ກະຊວງການເງິນ ໃນໂຄງການທີ່ ລຮລ ໄດ້ຮ່ວມຖືຮຸ້ນ. ໃນໄລຍະ 3 ເດືອນຜ່ານມາ ລຮລ ສາມາດສ້າງລາຍຮັບໃຫ້ແກ່ລັດຖະບານ ຈໍານວນ 26,31 ລ້ານໂດລາ ສະຫະລັດ (ມີແຜນທີ່ຈະໄດ້ຮັບເພີ່ມໃນທ້າຍປີ 22,5 ລ້ານໂດລາ ສະຫະລັດ), ພ້ອມທັງປະຕິບັດພັນທະໃນຮ່ວງເງິນກູ້ຢືມຕໍ່ໃຫ້ແກ່ລັດຖະບານ ຈໍານວນ 31,13 ລ້ານໂດລາ ສະຫະລັດ ໃນນີ້ລວມມີເງິນປັນຜົນຈາກໂຄງການໄຟຟ້ານໍ້າເທີນ 2: ຈໍານວນ 18,75 ລ້ານໂດລາ ສະຫະລັດ ແລະ ປະຈຸບັນກໍາລັງກະກຽມການອອກ SBLC ເພື່ອຮັບເງິນປັນຜົນຊຶ່ງໄດ້ຄໍ້າປະກັນພາຍໃຕ້ 2 ສັນຍາຄື: ສັນຍາ EGAT PPA ແລະ ສັນຍາ CA ຈໍານວນ 50 ລ້ານໂດລາ ສະຫະລັດ (ລຮລ ຈະໄດ້ປະມານ 12,5 ລ້ານໂດລາ ສຫລ) ແລະ ຈະໄດ້ຮັບເງິນປັນຜົນປົກກະຕິ ຈໍານວນ 10 ລ້ານໂດລາ ສະຫະລັດ ແລະ ຈາກໂຄງການໄຟຟ້າຫົງສາ ຈໍານວນ 287.37 ບາດ ຫຼື ທຽບເທົ່າ 7,56 ລ້ານໂດລາ ສະຫະລັດ.


