

ປະຕິບັດຕາມແນວທາງນະໂຍບາຍຂອງພັກ, ລັດຖະບານ ກໍ່ຄືອຳນາດການປົກຄອງທ້ອງຖິ່ນ ໃນການສະກັດກັ້ນ, ຕ້ານ ແລະ ປ້ອງກັນການແຜ່ລະບາດຂອງພະຍາດ ໂຄວິດ-19 ຢູ່ປະເທດເຮົາ ເວົ້າລວມ, ເວົ້າສະເພາະຢູ່ ແຂວງ ຈຳປາສັກ ໃຫ້ໝົດໄປ. ບໍລິສັດ ພະລັງງານບໍລິສຸດ ຈຳກັດ ມະຫາຊົນ ໄດ້ນຳເອົາວັດຖຸປັດໄຈເປັນເງິນສົດຈຳນວນ 114.240.000 ກີບ ນຳມາມອບໃຫ້ອົງການປົກຄອງແຂວງຈຳປາສັກ ໃນຕອນເຊົ້າ ວັນທີ 9 ມີນາ 2022 ນີ້, ທີ່ຫ້ອງວ່າການປົກຄອງແຂວງຈຳປາສັກ. ເຊິ່ງຕາງໜ້າໃຫ້ ແກ່ ບໍລິສັດ ພະລັງງານບໍລິສຸດ ຈຳກັດ ມະຫາຊົນ ກ່າວມອບໂດຍ ທ່ານ ຄວນຕິພົງ ດວນຫວັນ ຮອງຜູ້ອຳນວຍການໂຄງການ ຫ້ອງການຜູ້ຕາງໜ້າປະຈຳລາວ ແລະ ກ່າວຮັບຂອງ ທ່ານ ໂສມ ບຸດຕະກຸນ ຮອງເຈົ້າແຂວງໆຈຳປາສັກ ທັງເປັນ ຜູ້ປະຈຳການຊີ້ນຳ ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ -19 ຂັ້ນແຂວງ, ມີພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີ່ພິຍານ.
ໂອກາດນີ້, ທ່ານ ຮອງເຈົ້າແຂວງໆ ຈຳປາສັກ ໄດ້ສະແດງຄວາມຂອບໃຈໄປຍັງຄະນະຜູ້ບໍລິຫານ ຂອງ ບໍລິສັດ ພະລັງງານບໍລິສຸດ ຈຳກັດ ມະຫາຊົນ ທີ່ໄດ້ ມອບເງິນ ຈຳນວນ 114.240.000 ກີບ ໃຫ້ແຂວງຈຳປາສັກ ແລະ ຈະນຳໃຊ້ເງິນ ດັ່ງກ່າວ ເຂົ້າໃນວຽກງານປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ -19 ເພື່ອໃຫ້ເກີດປະໂຫຍດສູງສຸດ, ພ້ອມນີ້ ທ່ານ ຮອງເຈົ້າແຂວງຈຳປາສັກ ຍັງໄດ້ຍົກໃຫ້ຮູ້ສະພາບການຈັດຕັ້ງປະຕິບັດ ວຽກງານປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ -19 ມາຮອດເດືອນ ມີນາ 2022 ນີ້ ທົ່ວແຂວງສາມາດສັກວັກຊິນປ້ອງກັນພະຍາດໂຄວິດ-19 ເຂັມທີ 1 ກວມ 63%, ເຂັມ 2 ກວມ 57% ແລະ ເຂັມເຂັມ 3 ກວມ 13%. ສ່ວນອັດຕາການສັກວັກຊິນຫຼາຍກ່ວາໝູ່ແມ່ນນະຄອນປາກເຊ ຄື: ເຂັມທີ 1 ກວມ 88%, ເຂັມທີ 2 ກວມ 83%, ເຂັມທີ 3 (ກະຕຸ້ນ) ກວມ 24%. ແລະ ໄດ້ຈັດຕັ້ງປະຕິບັດ ວັນສັກວັກຊິນແຫ່ງຊາດ (ວສຊ) ເພື່ອປ້ອງກັນພະຍາດໂຄວິດ-19 ທົ່ວ ແຂວງຈຳປາສັກ ເຊີ່ງເລີ່ມສັກແຕ່ວັນທີ 4 -19 ມີນາ 2022 ເພື່ອແນໃສ່ໃຫ້ ອັດການສັກວັກຊິນກວມ 80% ຂອງປະຊາກອນໃນປີນີ້.
ພາບ ແລະ ແຫຼ່ງຂ່າວ: ສະຖານີວິທະຍຸແຂວງ ຈຳປາສັກ
ຮຽບຮຽງຂ່າວ: ຄຳແສງ ແກ້ວປະເສີດ