ບໍລິສັດ Hozon Auto New Energy Automobile ຮ່ວມກັບບໍລິສັດ ໂອໂຕ ເອເຊຍ ຈໍາກັດ ເປີດໂຕ ຍີ່ຫໍ້ລົດ NETA ແລະ NETA U Pro ຢູ່ ສປປລາວ ຢ່າງເປັນທາງການ

          ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ ການຊົມໃຊ້ພາຫະນະທີ່ຂັບເຄື່ອນດ້ວຍພະລັງງານໄຟຟ້າ ໂດຍສະເພາະແມ່ນປະຕິບັດຕາມນະໂຍບາຍ ແລະ ຍຸດທະສາດຂອງ ລັດຖະບານ ສປປ ລາວ ທີ່ສົ່ງເສີມໃຫ້ທົ່ວສັງຄົມຫັນມານຳໃຊ້ລົດໄຟຟ້າໃຫ້ຫຼາຍຂຶ້ນຢູ່ໃນປະເທດຂອງພວກເຮົາ ທັງນີ້ກໍ່ເນື່ອງຈາກວ່າ ສປປ ລາວ ມີທ່າແຮງໃນການຜະລິດກະແສໄຟຟ້າ ບວກກັບສະພາບການເໜັງຕີງຂອງລາຄ່ານໍ້າມັນ ທີ່ມີທ່າອ່ຽງນັບມື້ນັບສູງຂຶ້ນ.
          ມາໃນວັນທີ 18 ກັນຍາ 2022 ຢູ່ຮ້ານຊັບພະສິນຄ້າພາກຊັນ, ນະຄອນຫຼວງວຽງຈັນ ບໍລິສັດ Hozon Auto New Energy Automobile ເຊິ່ງເປັນບໍລິສັດຜະລິດລົດໄຟຟ້າຊັ້ນນໍາຂອງ ສປ ຈີນ ຮ່ວມກັບບໍລິສັດ ໂອໂຕ ເອເຊຍ ຈໍາກັດ ໄດ້ເປີດໂຕ ພ້ອມທັງວາງຈຳໜ່າຍລົດໄຟຟ້າຍີ່ຫໍ້ NETA ແລະ NETA U Pro ຢູ່ ສປປລາວ ຢ່າງເປັນທາງການ ໂດຍໃຫ້ກຽດເຂົ້າຮ່ວມກ່າວເປີດພິທີຂອງ ທ່ານ ປອ ດາວວົງ ພອນແກ້ວ ລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່, ທ່ານ ຫວັງ ເຊິງເຈຍ ຮອງປະທານ ບໍລິສັດ Hozon Auto New Energy Automobile, ທ່ານ ເບົາ ຈ້ວງເຟີຍ ຜູ່ຈັດການທົ່ວໄປ ບໍລິສັດ ເນ່ຕ້າ ໂອໂຕ ໄທແລນ, ແລະ ຮອງປະທານຝ່າຍທຸລະກິດພາກພື້ນອາຊຽນ, ທ່ານ ກົງເພັດ ແກ້ວມະນີວົງ ຜູ້ອໍານວຍການບໍລິສັດ ໂອໂຕ ເອເຊຍ ຈໍາກັດ ພ້ອມດ້ວຍສື່ມວນຊົນ ແລະ ມວນຊົນຊາວນະຄອນຫຼວງວຽງຈັນ ເຂົ້າຮ່ວມຢ່າງຄຶກຄື້ນ.

          ທ່ານ ປອ ດາວວົງ ພອນແກ້ວ ລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່ ໄດ້ກ່າວມີຄຳເຫັນວ່າ: ໃນນາມ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ຂ້າພະເຈົ້າຮູ້ສຶກເປັນກຽດ ແລະ ມີຄວາມຍິນດີເປັນຢ່າງຍິ່ງ ທີ່ໄດ້ຖືກຮັບເຊີນໃຫ້ມາຮ່ວມໃນພິທີເປີດໂຕ ຍີ່ຫໍ້ລົດ ເນ່ຕ້າ (NETA) ແລະ ເປີດໂຕລົດລຸ້ນ “NETA U Pro” ລົດ SUV ພະລັງງານໄຟຟ້າ 100 ຊຶ່ງແມ່ນຍີ່ຫໍ້ໃໝ່ອ່ຽມ ແລະ ມີຊື່ສຽງ ທີ່ບໍລິສັດໂອໂຕເອເຊຍ ໄດ້ນໍາເຂົ້າມາຈໍາໜ່າຍຢູ່ໃນ ສປປ ລາວ.
          ສປປ ລາວ ແມ່ນປະເທດໜຶ່ງທີ່ໄດ້ນໍາເຂົ້າພະລັງງານເຊື້ອໄຟເພື່ອຮັບໃຊ້ການພັດທະນາເສດຖະກິດ-ສັງຄົມ, ໂດຍສະເພາະໃນຂົງເຂດຄົມມະນາຄົມ-ຂົນສົ່ງ ຫຼາຍລ້ານລິດຕໍ່ປີ, ຄິດເປັນມູນຄ່າຫຼາຍຮ້ອຍລ້ານ ໂດລາສະຫະລັດ. ແຕ່..ໃນດ້ານໜຶ່ງ, ສປປ ລາວ ຊໍ້າພັດມີທ່າແຮງແຫຼ່ງພະລັງງານສະອາດທີ່ຜະລິດພາຍໃນປະເທດ ເປັນຕົ້ນພະລັງງານໄຟຟ້ານໍ້າຕົກທີ່ໄດ້ຮັບການພັດທະນາຫຼາຍສົມຄວນ.

          ສະນັ້ນເພື່ອການຫລຸດຜ່ອນການເພິ່ງພາການນໍາເຂົ້ານໍ້າມັນເຊື້ອໄຟລົງເທື່ອລະກ້າວ ຊຶ່ງໃນປັດຈຸບັນມີລາຄາສູງຂື້ນ ສົ່ງຜົນກະທົບຫລາຍດ້ານຕໍ່ການພັດທະນາເສດຖະກິດ-ສັງຄົມ ກໍຄືຕໍ່ການດຳລົງຊີວິດຂອງປະຊາຊົນບັນດາເຜົ່ານັບມື້ນັບສູງຂຶ້ນ. ນັບແຕ່ປີ 2020 ເປັນຕົ້ນມາ, ລັດຖະບານ ໄດ້ປະກາດນະໂຍບາຍສົ່ງເສີມການນໍາໃຊ້ລົດໄຟຟ້າໃນ ສປປ ລາວ ແລະ ຍຸດທະສາດໃນການສະໜອງ ພະລັງງານສະອາດ ໃຫ້ແກ່ຂະແໜງຄົມມະນາຄົມ-ຂົນສົ່ງ, ແນໃສ່ເປັນການປະກອບສ່ວນຊ່ວຍຫຼຸດປະລິມານການປ່ອຍອາຍກາກບອນອອກສູ່ບັນຍາກາດທີ່ເປັນສາເຫດຂອງສະພາວະໂລກຮ້ອນ ແລະ ການປ່ຽນແປງດິນຟ້າອາກາດຂອງໂລກ ພ້ອມກັນນີ້, ຍັງຊ່ວຍຫຼຸດຜ່ອນການນໍາຂົ້ານໍ້າມັນເຊື້ອໄຟ ຈາກຕ່າງປະເທດ, ຮັກສາຄວາມດຸ່ນດ່ຽງ ຂອງເງິນຕາຕ່າງປະເທດຕື່ມອີກ.

          ທ່ານ ລັດຖະມົນຕີກ່າວຕື່ມວ່າ: ບົນພື້ນຖານດັ່ງກ່າວ, ກະຊວງພະລັງງານ ແລະ ບໍ່ແຮ່ ກໍໄດ້ຮີບຮ້ອນ ແລະ ເປັນເຈົ້າການໃນການຜັນຂະຫຍາຍນະໂຍບາຍ ແລະ ຍຸດທະສາດຂອງລັດຖະບານ ໂດຍໄດ້ກໍານົດແຜນການສົ່ງເສີມ, ຄຸ້ມຄອງ, ຕິດຕາມ, ກວດກາ, ອຳນວຍຄວາມສະດວກໃຫ້ແກ່ບຸກຄົນ, ນິຕິບຸກຄົນ ທີ່ຈະດຳເນີນກິດຈະການກ່ຽວກັບການຈໍາໜ່າຍລົດທີ່ແລ່ນດ້ວຍໄຟຟ້າ ແລະ ການພັດທະນາສະຖານີສາກລົດໄຟຟ້າໃຫ້ຖືກຕ້ອງຕາມມາດຕະຖານ, ຮັບປະກັນຄຸນນະພາບ, ຄວາມປອດໄພ, ເປັນມິດກັບສິ່ງແວດລ້ອມ ເພື່ອຕອບສະໜອງຄວາມຕ້ອງການຂອງຜູ້ຊົມໃຊ້ຢູ່ໃນທົ່ວສັງຄົມຢ່າງທົ່ວເຖີງ.

          ການນຳເຂົ້າ ແລະ ຈຳໜ່າຍລົດໄຟຟ້າ ແມ່ນມີລັກສະນະເພີ່ມຂື້ນຖ້າທຽບໃສ່ເມື່ອກ່ອນທີ່ລັດຖະບານປະກາດໃຊ້ນະໂຍບາຍດັ່ງກ່າວ, ຊຶ່ງ ໝົດປີ 2022 ຄາດການໄວ້ວ່າການຊົມໃຊ້ລົດໄຟຟ້າ ຈະມີປະລິມານເພີ່ມຂື້ນ 30-50% ທຽບໃສ່ການຊົມໃຊ້ລົດໄຟຟ້າໃນປີ 2021.
          ດ້ານການພັດທະນາສະຖານີສາກລົດໄຟຟ້າ ປະຈຸບັນ ກະຊວງພະລັງງານ ແລະ ບໍ່ແຮ່ ກຳລັງສົມທົບກັບພາກເອກະຊົນທັງພາຍໃນ ແລະ ຕ່າງປະເທດທີ່ມີຕົວແທນຈຳໜ່າຍໃນ ສປປ ລາວດຳເນີນການພັດທະນາ ແລະ ລົງທຶນຢ່າງເຄັ່ງຮ້ອນ. ເມື່ອຮອດປີ 2025 ໃນທົ່ວປະເທດຈະສູ້ຊົນໃຫ້ສາມາດຕິດຕັ້ງໄດ້ຢ່າງໜ້ອຍໃຫ້ 50 ສະຖານີ ເພື່ອສ້າງຄວາມສະດວກ ແລະ ຄວາມໝັ້ນໃຈໃຫ້ກັບຜູ້ນຳໃຊ້ລົດໄຟຟ້າ ທີ່ນັບມື້ໄດ້ຮັບຄວາມນິຍົມສູງຂຶ້ນ.

ພາບ: ວຽງສະຫວັນ ປຣະດິດ
ຂ່າວ: ຄໍາແສງ ແກ້ວປະເສີດ