7 ບ້ານອ້ອມຂ້າງ ບໍລິສັດ ລາວຄາຍຢວນ ບໍ່ແຮ່ ຈຳກັດ ໄດ້ຮັບການຊ່ວຍເຫຼືອປຸ໋ຍ ແລະ ທຶນຊ່ວຍເຫຼືອພັດທະນາພື້ນຖານໂຄງລ່າງ

          ໃນວັນທີ26 ກໍລະກົດ 2022 ຜ່ານມາຢູ່ທີ່ໂຮງຮຽນປະຖົມສົມບູນ ບ້ານ ລຳມະລາດ ເມືອງ ທ່າແຂກ ແຂວງ ຄຳມ່ວນ ໄດ້ຈັດ ພິທີມອບຮັບປຸ໋ຍ ແລະ ທຶນຊ່ວຍເຫຼືອພັດທະນາພື້ນຖານໂຄງລ່າງໃຫ້ແກ່ບ້ານທີ່ຢູ່ອ້ອມຂ້າງ ບໍລິສັດ ລາວຄາຍຢວນ ບໍ່ແຮ່ ຈຳກັດ ຈຳນວນ 7ບ້ານ ໂດຍໃຫ້ກຽດເປັນປະທານຂອງທ່ານ ສີຫງວນ ອິນທະລາດ ຮອງເຂົ້າເມືອງ ເມືອງທ່າແຂກ, ທ່ານ ໂຈ ຊຽວຟານ ຮອງຜູ້ອຳນວຍການ ບໍລິສັດ ລາວຄາຍຢວນ ບໍ່ແຮ່ ຈຳກັດ. ນອກຈາກນີ້, ຍັງຜູ້ຕາງໜ້າຈາກຫ້ອງວ່າການແຂວງ, ຫ້ອງວ່າການເມືອງ ທ່າແຂກ, ພະແນກຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມ ແຂວງ, ຫົວໜ້າ, ຮອງຫົວນ້າຫ້ອງການອ້ອມຂ້າງເມືອງ, ຄະນະຮາກຖານເຂດ, ບັັນດາພະນັກງານວິຊາການບໍລິສັດ ລາວຄາຍຢວນບໍ່ແຮ່ ຈໍາກັດ ພ້ອມດ້ວຍອຳນາດການປົກຄອງຂອງ 7 ບ້ານ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມຢ່າງພ້ອມພຽງ.
           ທ່ານ ໂຈ ຊຽວຟານ ຮອງຜູ້ອຳນວຍການ ບໍລິສັດ ລາວຄາຍຢວນ ບໍ່ແຮ່ ຈຳກັດ ໄດ້ກ່າວເປີດພິທີຢ່າງເປັນທາງການ ພ້ອມທັງລາຍງານໂດຍຫຍໍ້ກ່ຽວກັບການໃຫ້ຄວາມຊ່ວຍເຫຼືອເຊິ່ງ ບໍລິສັດ ລາວຄາຍຢວນ ບໍ່ແຮ່ ຈຳກັດ ມີພະນັກງານທັງໝົດ 1.200 ຄົນ ໃນນັ້ນມີພະນັກງານຄົນຈີນ 350ຄົນ ແລະ ພະນັກງານລາວ 850ຄົນ. ປະຈຸບັນເປັນຜູ້ຜະລິດເກືອກາລີ ມີການລົງທຶນທີ່ໃຫຍ່ທີ່ສຸດໃນການພັດທະນາເກືອກາລີພ້ອມດ້ວຍເຕັກໂນໂລຊີທີ່ກ້າວໜ້າທີ່ສຸດ ແລະຂະໜາດໃຫຍ່ທີ່ສຸດ ຄຸນນະພາບຜະລິດຕະພັນຂອງບໍລິສັດເມ່ນດີເລີດເຊິ່ງໄດ້ຮັບການຍອມຮັບຈາກລູກຄ້າຢູ່ໃນຕະຫຼາດສາກົນ ແລະ ຕະຫຼາດພາຍໃນປະເທດ. ຜະລິດຕະພັນຂອງບໍລິສັດມີຊື່ສຽງກວ້າງໄກ ແລະໄດ້ຖືກວາງຈະໜ່າຍໄປຫຼາຍກວ່າ20ປະເທດ. ນັບຕັ້ງແຕ່ເລີ່ມສ້າງຕັ້ງບໍລິສັດໄດ້ເຄົາລົບ ແລະ ເຄື່ອນໄຫວວຽກງານກົດໝາຍແລະລະບຽບການຂອງ ສປປ ລາວ ພ້ອມທັງໄດ້ປະຕິບັດໜ້າທີ່ ແລະ ພັນທະຂອງສັງຄົມຢ່າງຕັ້ງໜ້າ ມາຮອດເດືອນມິຖຸນາ ປີ 2022 ບໍລິສັດໄດ້ມອບພັນທະອາກອນປະກອບສ່ວນເຂົ້າງົບປະມານໃຫ້ລັດຖະບານ ທັງໝົດເປັນມູນຄ່າ100ລ້ານໂດລາສະຫາລັດ ເຊິ່ງສາມາດຊຸກຍູ້ເສດຖະກິດຂອງລັດຖະບານ ກໍ່ຄືການສ້າງວຽກເຮັດງານທຳໃຫ້ແກ່ທ້ອງຖິ່ນ.

          ທ່ານ ໃຫ້ຮູ້ຕື່ມວ່າ: ການພັດທະນາໂຄງການໃນໄລຍະຜ່ານມາ, ບໍລິສັດໄດ້ເອົາໃຈໃສ່ເປັນຢ່າງດີຕໍ່ການພັດທະນາທ້ອງຖິ່ນ ແລະ ໝູ່ບ້ານອ້ອມຂ້າງ. ມາຮອດປະຈຸບັນ ບໍລິສັດ ໄດ້ນຳໃຊ້ງົບປະມານເຂົ້າໃນການຊ່ວຍເຫຼືອ ຊຸມຊົນອ້ອມຂ້າງໂຄງການທັງໝົດ 5.600.000 ໂດລາສະຫາລັດ ເຊິ່ງກິດຈະກຳການບໍລິຈາກປະກອບມີ ມອບປຸຍເຄມີໃຫ້ປະຊາຊົນ7ບ້ານອ້ອມຂ້າງຂອງໂຄງການຈຳນວນ21ໂຕນ ເພື່ອແກ້ໄຂບັນຫາຄວາມຫຍຸ້ງຍາກໃນການຊື້ປຸຍເຄມີຂອງຊາວກະສິກອນແລະສົ່ງເສີມການຜະລິດກະສິກຳໃຫ້ໝັ້ນຄົງ, ສ້າງລາຍໄດ້ເພີ່ມຂຶ້ນ. ພ້ອມກັນນີ້, ບໍລິສັດຍັງໄດ້ມອບເງິນຊຸກຍູ້ທຶນກໍ່ສ້າງໃຫ້ແກ່7ບ້ານອ້ອມຂ້າງຂອງໂຄງການລວມມູນຄ່າ70ລ້ານກີບ ເພື່ອສະໜັບສະໜູນການກໍ່ສ້າງພື້ນຖານໂຄງລ່າງ ແລະ ກໍ່ສ້າງຫ້ອງການຂອງໝູ່ບ້ານໂດຍຜ່ານອົງການຈັດຕັ້ງປະຕິບັດບັນດາໂຄງການດັ່ງກ່າວໃຫ້ເກີດຜົນປະໂຫຍດແກ່ປະຊາຊົນ ໂດຍສະເພາະແມ່ນການປັບປຸງຊີວິດການເປັນຢູ່ຂອງຊາວບ້ານໃຫ້ມີຄວາມຈະເລີນຮຸ່ງເຮືອງແລະ ສວຍງາມທາງດ້ານວັດຖຸ, ວັດທະນະທຳຂອງຊາວບ້ານກໍໄດ້ຮັບການປັບປຸງ.
          ບໍລິສັດລາວຄາຍຢວນ ບໍ່ແຮ່ ຈຳກັດ ພວມດຳເນີນການກໍ່ສ້າງພາກຂະຫຍາຍ ເພື່ອເພີ່ມກຳລັງການຜະລິດເກືອກາລີໃຫ້ໄດ້ 500.000ໂຕນຕໍ່ປີ ຄາດວ່າຈະສຳເລັດການກໍ່ສ້າງໃນທ້າຍປີ2022 ແລະຈະທົດລອງນໍໃຊ້ໃນຕົ້ນປີ2023ເຊິ່ງມາຮອດປີ2023ກຳລັງການຜະລິດຂອງບໍລິສັດສາມາດບັນລຸເຖິງ1ລ້ານໂຕນ/ປີ ຈະສາມາດສະໜອງວຽກເຮັດງານທໍາປະມານ 1.500ຄົນ ໃຫ້ແກ່ພໍ່ແມ່ປະຊາຊົນ.

          ບໍລິສັດ ລາວຄາຍຢວນ ບໍ່ແຮ່ ຈຳກັດ ມີຄວາມຍິນດີຕ້ອນຮັບປະຊາຊົນທ້ອງຖິ່ນທີ່ມີຄວາມສົນໃຈໃນການເຮັດວຽກກັບບໍລິສັດພາຍຫຼັງໄດ້ເຊັນສັນຍາການຂຸດຄົ້ນບໍ່ແຮ່ ໃນເນື້ອທີ່ 92,24 ຕາລາງກິໂລແມັດກັບ ລັດຖະບານ ບໍລິສັດມີແຜນຈະລົງທຶນ1-2ຕື້ໂດລາສະຫາລັດເພື່ອເປັນທຶນລົງທຶນກໍ່ສ້າງອຸດສາຫະກໍາເກືອກາລີເຊິ່ງມີຄວາມສາມາດການຜະລິດ3ລ້ານໂຕນ/ປີຈະສ້າງໂຮງງ ພ້ອມກັນນີ້, ຈະສ້າງເປັນໂຮງງານຜະລິດອຸດສາຫະກຳເກືອໂປຕັດທີ່ໃຫຍ່ທີ່ສຸດໃນອາຊີຕາເວັນອອກສ່ຽງໃຕ້ ສ້າງວຽກເຮັດງານທຳໃຫ້ປະຊາຊົນໃນທ້ອງຖິ່ນຫຼາຍເຖິງ 5.000 ຕໍາແໜ່ງງານ ສາມາດປະກອບສ່ວນເຂົ້າງົບປະມານໃຫ້ແກ່ລັດປະມານ60ລ້ານໂດລາສະຫາລັດຕໍ່ປີ ເຊິ່ງຈະສົ່ງເສີມເສດຖະກິດຂອງທ້ອງຖິ່ນສ້າງລາຍຮັບໃຫ້ແກ່ປະເທດຊາດຮ່ວມກັນສ້າງປະຊາຄົມທີ່ໄດ້ຮັບຜົນປະໂຫຍດຮ່ວມກັນລະຫວ່າງ2ຊາດ ລາວ ແລະ ຈີນ ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.

ແຫຼ່ງຂ່າວ: ໂທລະພາບແຂວງ ຄຳມ່ວນ
ຮຽບຮຽງຂ່າວ: ຄຳແສງ ແກ້ວປະເສີດ