ໜ່ວຍຮາກຖານ ຊປປລ ຫ້ອງການພະລັງງານ ແລະ ບໍ່ແຮ່ ແລະ ໜ່ວຍບໍລິການໄຟຟ້າ ເມືອງຊານໄຊ ໄດ້ຮັບທຸງໄຊນຳໜ້າ ແລະ ນາມມະຍົດຊາວໜຸ່ມ 4 ບຸກ ປະຈຳປີ 2022

          ພິທີດັ່ງກ່າວ ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 25 ຕຸລາ 2023 ຢູ່ຫ້ອງປະຊຸມໃຫຍ່ ຫ້ອງວ່າການປົກຄອງເມືອງຊານໄຊ, ແຂວງ ອັດຕະປື ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ນາງ ມັງສີ ບຽດມະນີ ກຳມະການພັກເມືອງ, ກຳມະການຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວແຂວງ, ເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວເມືອງຊານໄຊ, ສະຫາຍ ພູນສຸກ ແກ້ວຄໍາເພຍ ເລາຂາໜ່ວຍພັກ, ຫົວໜ້າຫ້ອງການ ພະລັງງານ ແລະ ບໍ່ແຮ່ ເມືອງຊານໄຊ. ມີບັນດາ ສະຫາຍ ຄະນະໜ່ວຍ, ສະມາຊິກຊາວໜຸ່ມພາຍໃນໜ່ວຍ ແລະ ຕາງໜ້າຊາວໜຸ່ມອ້ອມຂ້າງເມືອງເຂົ້າຮ່ວມ.

          ໃນພີທີ ສະຫາຍ ເກດນະຄອນ ຈັນທະວົງໄຊ ເລຂາໜ່ວຍຊາວໜຸ່ມ ຫ້ອງການພະລັງານ ແລະ ບໍ່ແຮ່ ແລະ ສູນບໍລິການໄຟຟ້າເມືອງ ຂື້ນຜ່ານບົດສະຫຼຸບ ການຈັດຕັ້ງປະຕິບັດ ວຽກງານ 4ບຸກ ຕະຫຼອດໄລຍະ 3ປີຜ່ານມາ ແລະ ຜ່ານແຜນເປີດຂະບວນການຈັດຕັ້ງປະຕິບັດ 3ປີຕໍ່ໜ້າ. ຫຼັງຈາກນັ້ນ, ກໍ່ໄດ້ມີພິທີປະດັບທຸງໄຊນຳໜ້າ ແລະ ມອບນາມມະຍົດຊາວໜຸ່ມ4ບຸກ ໃຫ້ໜ່ວຍຮາກຖານ ຊປປລ ຫ້ອງການພະລັງງານ ແລະ ບໍ່ແຮ່ ແລະ ສູນບໍລິການໄຟຟ້າເມືອງຊານໄຊ ໂດຍແມ່ນ ສະຫາຍ ນາງ ມັງສີ ບຽດມະນີ ກຳມະການພັກເມືອງ, ກຳມະການຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວແຂວງ, ເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວເມືອງຊານໄຊ ເປັນຜູ້ມອບ.

          ຕອນທ້າຍຂອງພິທີ ສະຫາຍ ນາງ ມັງສີ ບຽດມະນີ ກຳມະການພັກເມືອງ, ກຳມະການຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວແຂວງ, ເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວເມືອງ ກໍ່ໄດ້ໃຫ້ກຽດໂອ້ລົມ ກ່ອນອື່ນ ສະຫາຍ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນງານທີ່ໜ່ວຍຮາກຖານ ຊປປລ ຫ້ອງການພະລັງງານ ແລະ ບໍ່ແຮ່ ເມືອງຍາດມາໄດ້. ພ້ອມກັນນີ້, ສະຫາຍ ກໍ່ໄດ້ເນັ້ນໜັກຫຼາຍບັນຫາ ເພື່ອໃຫ້ຄະນະຊາວໜຸ່ມໃນຂົງເຂດພະລັງງານ ແລະບໍ່ແຮ່ ພາຍໃນເມືອງ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດໃນຕໍ່ໜ້າໃຫ້ໄດ້ຮັບຜົນສຳເລັດທີ່ໜັກແໜ້ນກວ່າເກົ່າ.

ພາບ ແລະ ຂ່າວ: ຫ້ອງການ ພບ ເມືອງຊານໄຊ
ຮຽບຮຽງ: ຄຳແສງ ແກ້ວປະເສີດ