ຄະນະພັກຮາກຖານ ພະແນກພະລັງງານ ແລະ ບໍ່ແຮ່ ແຂວງຫຼວງພະບາງ ຕີລາຄາການຊີ້ນຳ-ນຳພາຂອງຄະນະພັກຮາກຖານ ໃນໄລຍະກາງສະໄໝ

          ກອງປະຊຸມດັ່ງກ່າວ, ໄດ້ຈັດຂຶ້ນໃນວັນທີ 14 ມີນາ 2023 ນີ້, ທີ່ຫ້ອງປະຊຸມຂອງພະແນກດັ່ງກ່າວ ໂດຍການເປັນປະທານຂອງ ສະຫາຍ ສົມໄຈ ວັນນະສີ ເລຂາຄະນະພັກຮາກຖານ, ຫົວໜ້າພະແນກພະລັງງານ ແລະບໍ່ແຮ່ ແຂວງຫຼວງພະບາງ, ມີບັນດາ ສະຫາຍ ຄະນະພັກຮາກຖານ, ເລຂາ, ຮອງເລຂາ, ຄະນະໜ່ວຍພັກ ແລະ ສະມາຊິກພັກ ທີ່ຂຶ້ນກັບຄະນະພັກຮາກຖານເຂົ້າຮ່ວມຢ່າງພ້ອມພຽງ.

          ສະຫາຍ ສົມໄຈ ວັນນະສີ ເລຂາຄະນະພັກຮາກຖານ ກ່າວເປີດກອງປະຊຸມ ໂດຍຮຽກຮ້ອງໃຫ້ບັນດາ ສະຫາຍ ສະມາຊິກພັກ ຈົ່ງຍົກສູງຄວາມຮັບຜິດຊອບທາງດ້ານການເມືອງ ໃນການຄົ້ນຄວ້າປະກອບຄໍາຄິດຄໍາເຫັນ, ບຸກທະລຸທາງດ້ານແນວຄິດ, ກ້າສະເໜີບັນຫາ, ກ້າຮັບຜິດຊອບ, ເປັນເອກະພາບໃນໜູ່ຄະນະ ເພື່ອພ້ອມກັນວາງທິດທາງແຜນການຕ່າງໆ ນຳໄປຈັດຕັ້ງປະຕິບັດໜ້າທີ່ວຽກງານໃນຕໍ່ໜ້າໃຫ້ໄດ້ຮັບຜົນສຳເລັດ. ຈາກນັ້ນຜູ້ຕາງໜ້າຄະນະຈັດຕັ້ງແຂວງໄດ້ຂຶ້ນຜ່ານບົດແນະນຳ ການທາບທາມຄວາມເຊື່ອໝັ້ນໄວ້ວາງໃຈຂອງຄະນະພັກ ໃນການຊີ້ນຳ-ນຳພາວຽກງານ ໃນໄລຍະກາງສະໄໝຜ່ານມາ.
          ພ້ອມກັນນີ້, ກອງປະຊຸມຍັງໄດ້ຕີລາການນຳພາຮອບດ້ານຂອງຄະນະພັກຮາກຖານໃນໄລຍະຜ່ານ ແລະ ທິດທາງແຜນການຕໍ່ໜ້າ, ຕີລາຄາແບບແຜນພັດທະນາເສດຖະກິດ-ສັງຄົມ ໃນໄລຍະກາງສະໄໝ ແລະ ທິດທາງແຜນການທ້າຍສະໄໝ, ຜ່ານບົດສຳຫຼວດການນຳພາລວມກາງສະໄໜຂອງຄະນະພັກຮາກຖານ, ເຊື່ອມຊຶມເອກະສານຍົກສູງຄວາມສາມາດນຳພາ ແລະ ຄວາມເປັນແບບຢ່າງນຳໜ້າຂອງພັກ ແລະ ດຳເນີນຊີວິດການເມືອງ, ສຳຫຼວດກວດກາ, ດຳເນີນການທາບທາມຄວາມໄວ້ວາງໃຈ ຕໍ່ຄະນະພັກ.

ທັງນີ້ກໍເພື່ອເປັນການກໍ່ສ້າງຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ຍົກສຸງຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ,ແບບແຜນການນຳພາຂອງພັກ, ຄວາມຮູ້ຄວາມສາມາດຂອງສະມາຊິກພັກ ແລະ ເພີ່ມປະສິດທິພາບ-ປະສິດທິຜົນຂອງວຽກງານ ທີ່ການຈັດຕັ້ງມອບໜາຍໃຫ້ ແລະ ຮັບປະກັນຄວາມສາມັກຄີ ພາຍໃນພັກໃຫ້ແໜ້ນແຟ້ນ.

ພາບ ແລະ ແຫຼ່ງຂໍ້ມູນ: ຂ່າວສານຫຼວງພະບາງ
ຮຽບຮຽງຂ່າວ: ຄຳແສງ ແກ້ວປະເສີດ