ກອງປະຊຸມ ການທົດລອງເຄື່ອງວິດີໂອ ແບບອອນໄລ

         ຕອນເຊົ້າ ວັນທີ 29 ມີຖຸນາ 2022 ທີ່ຫ້ອງປະຊຸມຊັ້ນ 5 ກະຊວງ ພະລັງງານ ແລະ ບໍ່ແຮ່ ໄດ້ຈັດກອງປະຊຸມ ການທົດລອງເຄື່ອງວິດີໂອ ແບບອອນໄລ ແລະ ປຶກສາຫາລືວຽກງານ ປະຊາສຳພັນແລະ ໄອທີ ຂອງກະຊວງ ພະລັງງານ ແລະ ບໍ່ແຮ່ ໂດຍພາຍໃຕ້ການເປັນປະທານ ຂອງ ທ່ານ ສຸລິຍາ ແສງດາລາວົງ ຮອງຫົວໜ້າຫ້ອງການກະຊວງ ແລະ ຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະ ວິຊາການ ພະແນກ ປະຊາສຳພັນ ແລະ ໄອທີ, ນອກຈາກນີ້ຍັງມີຜູ້ຕາງໜ້າຈາກບັນດາພະແນກ ພະລັງງານ ແລະ ບໍ່ແຮ່ ປະຈຳແຕ່ລະແຂວງ ແລະ ນະຄອນຫຼວງ ເຂົ້າຮ່ວມ.
ກອງປະຊຸມໄດ້ມີການທົດສອບລະບົບພາບ, ສຽງ ສັນຍານອິນເຕີເນັດ ມີຄວາມຈະແຈ້ງ ຊັດເຈນ ຊໍ່າໃດ ຊຶ່ງແຕ່ລະພະແນກພະລັງງານ ແລະ ແຮ່ ໄດ້ສະເໜີລາຍງານກ່ຽວກັບການນຳໃຊ້ລະບົບວີດີໂອ ແບບອອນໄລ ເພື່ອເຮັດໃຫ້ການນຳໃຊ້ ຢ່າງມີປະສິດທິພາບ ເຊິ່ງເຫັນວ່າການທົດລອງຂອງແຕ່ລະພາກສ່ວນແມ່ນພາບແຈ້ງ, ສຽງຊັດເຈນ ແລະ ສັນຍານອິນເຕີເນັດບໍ່ມີບັນຫາຫຍັງ ແຕ່ກໍ່ຍັງມີບາງແຂວງ ແມ່ນສຽງ, ພາບ ແລະ ສັນຍານຍັງບໍ່ທັນໄດ້ ອາດເກີດມາຈາກ ສັນຍານອິນເຕີເນັດຊ້າ.
ພາບ ແລະ ຂ່າວ: ພະແນກ ປະຊາສຳພັນ ແລະ ໄອທີ