ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ບໍລິສັດ ໄຊຍະສິດ ໄອທີ ທີ່ປຶກສາ ຈຳກັດ ຈະຮ່ວມກັນພັດທະນາລະບົບເກັບກຳຂໍ້ມູນດ້ານພະລັງງານ ແລະ ບໍ່ແຮ່ ທີ່ທັນສະໄໝ

          ປະຕິບັດຕາມຍຸດທະສາດ ການຫັນເປັນລັດຖະບານດີຈີຕອລ ແລະ ການພັດທະນາເສດຖະກິດແບບດີຈິຕອລ ຂອງ ລັດຖະບານ ແຫ່ງ ສປປລາວ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້. ຫ້ອງການ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຮ່ວມກັບບໍລິສັດ ໄຊຍະສິດ ໄອທີ ທີ່ປຶກສາ ຈຳກັດ ໄດ້ຈັດກອງປະຊຸມປຶກສາຫາລືກັນເພື່ອວາງແຜນພັດທະນາລະບົບການເກັບກຳຂໍ້ມູນການລົງທຶນໃນຂະແໜງການພະລັງງານ ແລະ ບໍ່ແຮ່ ຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 17 ຕຸລາ 2023 ນີ້, ຢູ່ຫ້ອງປະຊຸມ 102 ກະຊວງພະລັງງານ ແລະ ບໍ່ແຮ່ ພາຍໃຕ້ການເປັນປະທານຂອງ ທ່ານ ຄໍາໂສ້ ກຸໂພຄໍາ ຫົວໜ້າຫ້ອງການກະຊວງ, ມີ ທ່ານ ອາລຸນຍາເດດ ສະລິດທິລາດ ຜູ້ອຳນວຍການຝ່າຍເຕັກນິກ ຂອງບໍລິສັດ ໄຊຍະສິດ ໄອທີ ທີ່ປຶກສາ ຈຳກັດ. ມີຜູ້ຕາງໜ້າຈາກພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

          ທ່ານ ຫົວໜ້າຫ້ອງການ ໄດ້ຍົກໃຫ້ເຫັນເຖິງຄວາມສຳຄັນ ແລະ ຄວາມຈໍາເປັນໃນການພັດທະນາລະບົບດັ່ງກ່າວນີ້ວ່າ: ຂະແໜງການພະລັງງານ ແລະ ບໍ່ແຮ່ ເປັນຂະແໜງການໜຶ່ງ ເຊິ່ງມີບົດບາດສຳຄັນ ໃນການຊຸກຍູ້ໃຫ້ເສດຖະກິດແຫ່ງຊາດມີການຈະເລີນເຕີບໂຕຢ່າງແຂງແຮງ ຕິດພັນກັບການພັດທະນາເສດຖະກິດ-ສັງຄົມ ແລະ ພັດທະນາຊົນນະບົດຢ່າງຮອບດ້ານ ຕາມແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ.
          ຢ່າງໃດກໍ່ຕາມ, ຕະຫຼອດໄລຍະຜ່ານມາ ເຖິງວ່າຂະແໜງການພະລັງງານ ແລະ ບໍ່ແຮ່ ຈະໄດ້ຮັບການພັດທະນາຢ່າງກ້າວກະໂດດ ແລະ ມີທ່າອຽງຂະຫຍາຍຕົວເພີ້ມຂຶ້ນເລືອຍໆກໍ່ຕາມ ແຕ່ກໍ່ມີຂໍ້ຈຳກັດໃນການເກັບກຳສະຖິຕິ, ຂໍ້ມູນ ທີ່ກ່ຽວຂ້ອງກັບຂະແໜງການ ເພື່ອເປັນບ່ອນອີງໃນການວາງແຜນພັດທະນາ, ການຕິດຕາມຄຸ້ມຄອງ ແລະ ລວມເຖິງການຄົ້ນຄວ້າວິໄຈ ໃນແຕ່ລະໄລຍະ ເຊັ່ນ: ຂໍ້ມູນດ້ານການລົງທຶນ, ຂໍ້ມູນການປະຕິບັດພັນທະໃຫ້ ລັດຖະບານ ຂອງຜູ້ລົງທຶນ, ຂໍ້ມູນດ້ານການເງິນ-ການຕະຫຼາດ ແລະ ຂໍ້ມູນອື່ນໆ ເຊິ່ງຜ່ານມາບັນດາຂໍ້ມູນເຫຼົ່ານັ້ນ ບໍ່ທັນໄດ້ເຊື່ອມໂຍງເຂົ້າກັນລະຫວ່າງຂະແໜງການທີ່ກ່ຽວຂ້ອງ ທັງຢູ່ສູນກາງ ແລະ ທ້ອງຖິ່ນ.

           ເພື່ອເຮັດໃຫ້ການຄຸ້ມຄອງວຽກງານພະລັງງານ ແລະ ບໍ່ແຮ່ ໃນຕໍ່ໜ້າ ມີຄວາມທັນສະໄໝ, ວ່ອງໄວ ແລະ ໂປ່ງໃສ. ກະຊວງພະລັງງານ ແລະ ບໍ່ແຮ່ ຈຶ່ງໄດ້ຄົ້ນຄວ້າຊອກຫາວິທີການ ແລະ ກົນໄກ ການສ້າງຖານຂໍ້ມູນ ເພື່ອເຮັດໃຫ້ຂໍ້ມູນທີ່ຕິດພັນກັບການພັດທະນາຂະແໜງພະລັງງານ ແລະ ບໍ່ແຮ່ ເຊື່ອມໂຍງ-ເຊື່ອມຈອດເຂົ້າກັນກັບທຸກຂະແໜງການທີ່ກ່ຽວຂ້ອງເຊັ່ນ: ກັບກະຊວງການເງິນ, ກະຊວງແຜນການ ແລະ ການລົງທຶນ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ພາກສ່ວນ ອື່ນໆ.

           ບໍລິສັດ ໄຊຍະສິດ ໄອທີ ທີ່ປຶກສາ ຈຳກັດ ເປັນບໍລິສັດນຳໜ້າທາງດ້ານການພັດທະນາລະບົບໄອທີຢູ່ ສປປລາວ ແລະ ກໍ່ເປັນບໍລິສັດທີ່ໄດ້ຮັບອະນຸຍາດຈາກ ລັດຖະບານ ເພື່ອພັດທະນາລະບົບຖານຂໍ້ມູນໃຫ້ບັນດາຂະແໜງການຂອງ ລັດຖະບານ ເຊິ່ງຜ່ານມາບໍລິສັດ ກໍ່ໄດ້ຮ່ວມມືກັບກະຊວງການເງິນ, ກະຊວງແຜນການ ແລະ ການລົງທຶນ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທະນາຄານແຫ່ງ ສປປລາວ ແລະ ກະຊວງອຸດສາຫະກຳ ແລະ ການຄ້າ. ສຳລັບກະຊວງພະລັງງານ ແລະ ບໍ່ແຮ່ ຜ່ານມາໄດ້ຮ່ວມມືກັບບໍລິສັດ ໄຊຍະສິດ ໄອທີ ທີ່ປຶກສາ ຈຳກັດ ພັດທະນາລະບົບການຈັດເກັບເອກະສານແບບເອເລັກໂຕຣນິກ ເຊິ່ງເລີ່ມຈັດຕັ້ງປະຕິບັດມາແຕ່ປີ 2018 ທີ່ຜ່ານມາ ແລະ ໃນວັນທີ 1 ມັງກອນ 2024 ທີ່ຈະມາເຖິງນີ້ ຈະເລີ່ມຈັດຕັ້ງປະຕິບັດຢູ່ບັນດາກົມກອງ ແລະ ສະຖາບັນອ້ອມຂ້າງກະຊວງ ໂດຍມີເປົ້າໝາຍເພື່ອຫຼຸດຜ່ອນການນຳໃຊ້ເຄື່ອງໃຊ້ຫ້ອງການ ແລະ ງົບປະມານທີ່ຈຳເປັນເຊັນ: ນໍ້າມຶກ, ເຈ້ຍ, ເຄື່ອງປຣິ່ນເຕີ, ຈັກກ໋ອບປີ້ເອກະສານ. ພ້ອມກັນນີ້ ກໍ່ເພີ້ມປະສິດທິພາບ ໃນການຄຸ້ມຄອງເອກະສານໃຫ້ວ່ອງໄວ, ທັນສະໄໝ ແລະ ຍາວນານ.

ພາບ ແລະ ຂ່າວ: ພະແນກ ປະຊາສຳພັນ ແລະ ໄອທີ
ຮຽບຮຽງ: ຄຳແສງ ແກ້ວປະເສີດ