ກອງປະຊຸມຄະນະກຳມະການຄຸ້ມຄອງການລົງທຶນດ້ານແຮ່ທາດ

          ກອງປະຊຸມດັ່ງດ່າວ ໄດ້ຈັດຂຶ້ນໃນວັນທີ 6 ທັນວາ 2024 ນີ້ ຢູ່ຫ້ອງປະຊຸມ 102 ພາຍໃຕ້ການເປັນປະທານຂອງ ທ່ານ ຄຳໂສ້ ກຸໂພຄຳ ຫົວໜ້າຫ້ອງການກະຊວງ, ຮອງຫົວໜ້າຄະນະຮັບຜິດຊອບຕິດຕາມ, ກວດກາ ແລະ ປະເມີນການລົທຶນດ້ານແຮ່ທາດ. ມີຄະນະຮັບຜິດຊອບຈາກບັນດາກົມ, ສະຖາບັນອ້ອມຂ້າງກະຊວງເຂົ້າຮ່ວມ.

          ໃນພິທີ ທ່ານ ຫົວໜ້າຫ້ອງການ ໄດ້ຍົກໃຫ້ເຫັນເຖິງຄວາມຈຳເປັນ ແລະ ຄວາມສຳຄັນ ຂອງການດຳເນີນກອງປະຊຸມຄະນະຮັບຜິດຊອບດັ່ງກ່າວນີ້ ເນື່ອງຈາກວ່າ ຂະແໜງແຮ່ທາດ ເປັນຂະແໜງການໜຶ່ງ ທີ່ມີບົດບາດສຳຄັນ ໃນການຂຸດຄົ້ນແຫຼ່ງລາຍຮັບເພື່ອນຳມາພັດທະນາເສດຖະກິດສັງຄົມ ແລະ ແກ້ໄຂຄວາມທຸກຫຍາກຂອງປະຊາຊົນ. ຢ່າງໃດກໍ່ຕາມ ເພື່ອຮັບກັນໃຫ້ການຕິດຕາມ, ກວດກາ ແລະ ຄຸ້ມຄອງການລົງທຶນຂະແໜງແຮ່ທາດ ມີຄວາມເຂັ້ມງວດ, ຮັບປະກັນການສົ່ງຜົນກະທົບຕໍ່ສະພາບແວດລ້ອມນ້ອຍທີ່ສຸດ ແລະ ທັງສ້າງຜົນປະໂຫຍດໃຫ້ແກ່ປະເທດຊາດ ແລະ ປະຊາຊົນສູງ ຈຶ່ມີຄວາມເປັນຈໍາເປັນຈະຕ້ອງໄດ້ຕິດຕາມ, ກວດກາ ແລະ ຄຸ້ມຄອງຢ່າງເຂັ້ມງວດ.

          ຫຼັງຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມແຕ່ລະພາກສ່ວນກໍ່ໄດ້ແລກປ່ຽນ, ປະກອບຄຳເຫັນຢ່າງກົງໄປກົງມາ ໃນນີ້ມີ ທ່ານ ສຸຂັນສັກ ສີສຸກ ຫົວໜ້າກົມທໍລະນີສາດ ແລະ ແຮ່ທາດ, ທ່ານ ສົມພິດ ແກ້ວວິຈິດ ຫົວໜ້າກົມທຸລະກິດພະລັງງານ, ທ່ານ ຈັນທະເລດ ວໍລະບຸດ ຜູ້ອຳນວຍການລັດວິສາຫະກິດພັດທະນາແຮ່ທາດລາວ, ທ່ານ ນາງ ໂຄຕາມີ ຈັນທະມາລິນ ຮັກສາການຫົວໜ້າກົມແຜນການ ແລະ ການຮ່ວມມື, ຕາງໜ້າຈາກກົມຄຸ້ມຄອງບໍ່ແຮ່ ແລະ ພາກສ່ວນອື່ນໆ.
ພາບ ແລະ ຂ່າວ: ວຽງສະຫວັນ ປຣະດິດ
ຮຽບຮຽງ: ຄໍາແສງ ແກ້ວປະເສີດ
ສາຍດ່ວນ: 1506