ທ່ານ ຄຳໂສ້ ກຸໂພຄຳ ຫົວໜ້າຫ້ອງການກະຊວງ ເຂົ້າຮ່ວມກອງປະຊຸມຄັ້ງປະຖົມມະລືກ ການທູດເພື່ອເສດຖະກິດ, ການຄ້າ

          ຕອນເຊົ້າມື້ນີ້ ວັນທີ 5 ເມສາ 2024 ຢູ່ຫໍປະຊຸມແຫ່ງຊາດ ໄດ້ມີກອງປະຊຸມການທູດເພື່ອເສດຖະກິດ ແລະ ການຄ້າ ຄັ້ງທຳອິດຂອງ ສປປລາວ ໂດຍການເປັນປະທານຂອງ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ. ມີບັນດາ ທ່ານ ລັດຖະມົນຕີ, ຮອງລັດຖະມົນຕີ, ຫົວໜ້າຫ້ອງການ ຈາກບັນດາກະຊວງໃນຂົງເຂດເສດຖະກິດ, ບັນດາທູດຕານຸທູດ, ອົງການຈັດຕັ້ງສາກົນ ປະຈຳ ສປປລາວ ພ້ອມດ້ວຍພາກທຸລະກິດທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ. ສຳລັບກະຊວງພະລັງງານ ແລະ ບໍ່ແຮ່ ເຂົ້າຮ່ວມກອງປະຊຸມຄັ້ງນີ້ ນຳໂດຍ ທ່ານ ຄຳໂສ້ ກຸໂພຄຳ ຫົວໜ້າຫ້ອງການກະຊວງ.

          ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ກ່າວເປີດກອງປະຊຸມວ່າ: ສປປລາວ ເປັນປະເທດໜຶ່ງທີ່ນອນຢູ່ໃນວົງຄະນະຍາດສາກົນ, ມີການພົວພັນຮ່ວມມືກັບຕ່າງປະເທດ ທັງໃນດ້ານການເມືອງ, ເສດຖະກິດ, ການຄ້າ, ການທະຫານ ມາຢ່າງຍາວນານ. ພ້ອມກັນນີ້, ສປປລາວ ຍັງມີທ່າແຮງໃນການພັດທະນາເສດຖະກິດ-ສັງຄົມຢ່າງຫຼວງຫຼາຍ ອັນເນື່ອງຈາກຄວາມອຸດົມສົມບູນທາງດ້ານຊັບພະຍາກອນທຳມະຊາດເປັນຕົ້ນແມ່ນ: ການກະສິກຳ, ພະລັງງານ, ບໍ່ແຮ່, ການທ່ອງທ່ຽວ ແລະ ການບໍລິການອື່ນໆ. ຜ່ານມາ, ພັກລັດຖະບານ ໄດ້ເອົາໃຈໃສ່ຊຸກຍູ້, ສົ່ງເສີມຢ່າງແຂງແຮງ ໃນການຂຸດຄົ້ນທ່າແຮງດັ່ງກ່າວ ເພື່ອນຳມາພັດທະນາປະເທດຊາດ, ແຕ່ອີງໃສ່ຄວາມຮຽກຮ້ອງຕ້ອງການຂອງການພັດທະນາ ເຫັນວ່າການຂຸດຄົ້ນທ່າແຮງດັ່ງກ່າວບໍ່ທັນຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການຂອງປະເທດເຮົາ. ສະນັ້ນ, ເພື່ອປັບປຸງກົນໄກ, ແບບແຜນການພັດທະນາ ໂດຍສະເພາະແມ່ນລົງທຶນ ແລະ ການຄ້າ ກັບສາກົນ ໃຫ້ມີຄວາມຫຼາກຫຼາຍ, ທັນສະໄໝ ແລະ ແທດເໝາະກັບການພັດທະນາຂອງໂລກ. ລັດຖະບານ ຈຶ່ງໄດ້ມອບໃຫ້ກະຊວງການຕ່າງປະເທດ ຈັດກອງປະຊຸມດັ່ງກ່າວນີ້ຂຶ້ນ ເພື່ອເປັນພາຫະນະ ແລະ ເຄື່ອງມືຂອງ ລັດຖະບານ ໃນການເຊື່ອມໂຍງ ແລະ ດຶງດູດການລົງທຶນຈາກປະເທດເພື່ອນມິດສາກົນນັບມື້ຫຼາຍຂຶ້ນ.
          ຫຼັງຈາກນັ້ນ, ກອງປະຊຸມກໍ່ໄດ້ຮັບຟັງການນຳສະເໜີນະໂຍບາຍ ແລະ ທ່າແຮງຂອງ ສປປລາວ ໃນດ້ານການຄ້າ, ການລົງທຶນຈາກ ທ່ານ ຄຳເຈນ ວົງພູສີ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ; ທ່າແຮງ ແລະ ນະໂຍບາຍດ້ານການຄ້າຂອງ ສປປລາວ ຈາກ ທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ; ທ່າແຮງ ແລະ ຜົນສຳເລັດການດຳເນີນທຸລະກິດການລົງທຶນຢູ່ ສປປລາວ ຈາກ ທ່ານ ສາຄອນ ພິລາງາມ ຜູ້ອຳນວຍການໃຫຍ່ ທ່າບົກ-ທ່ານາແລ້ງ; ທ່າແຮງ ແລະ ຜົນສຳເລັດການດຳເນີນທຸລະກິດກະສິກຳສະອາດ ຢູ່ ສປປລາວ ຈາກ ທ່ານ ພຶດສະພາ ພູມມະສັກ ປະທານບໍລິສັດ ເອໄອອິດີ ຈຳກັດຜູ້ດ່ຽວ; ທ່າແຮງ ແລະ ນະໂຍບາຍການທ່ອງທ່ຽວຂອງ ສປປລາວ ຈາກ ທ່ານ ນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີກະຊວງຖະແຫຼ່ງຂ່າວ, ວັດທະນາທຳ ແລະ ທ່ອງທ່ຽວ; ທ່າແຮງ ແລະ ຜົນສຳເລັດການດຳເນີນທຸລະກິດດ້ານການທ່ອງທ່ຽວຢູ່ ສປປລາວ ຈາກ ທ່ານ ນາງ ດວງມາລາ ພົມມະວົງ ປະທານສະມາຄົມທຸລະກິດການທ່ອງທ່ຽວລາວ.

ພາຍຫຼັງໄດ້ຮັບຟັງການນຳສະເໜີນະໂຍບາຍ, ທ່າແຮງ ແລະ ຜົນສຳເລັດການດຳເນີນທຸລະກິດ, ການຄ້າ ຢູ່ ສປປລາວ ແລ້ວ, ບັນດາທູດຕານຸທູດ, ຜູ້ຕ່າງໜ້າອົງການຈັດຕັ້ງສາກົນ ປະຈຳ ສປປລາວ ກໍ່ໄດ້ພັດປ່ຽນກັນແລກປ່ຽນປະກອບຄຳເຫັນຢ່າງກົງໄປກົງມາ, ພ້ອມທັງຊັກຖາມ ແລະ ແລກປ່ຽນບົດຮຽນ, ປະສົບການ ການການຄ້າ, ການລົງທຶນ ຢູ່ປະເທດ, ເຂດແຄ້ວນຂອງຕົນເອງ ໃຫ້ຜູ້ເຂົ້າຮ່ວມກອງປະຊຸມໄດ້ຮັບຊາບນຳ.

ໂດຍ: ຄຳແສງ ແກ້ວປະເສີດ
Website:www.mem.gov.la
ສາຍດ່ວນ: 1506