ທ່ານ ຮອງຫົວໜ້າຫ້ອງການກະຊວງ ຕ້ອນຮັບ ຮອງອຳນວຍການບໍລິສັດ ເບສທີລີຄ້ອມ (Best Telecom) ເຂົ້າພົບປະ ແລະ ອວຍພອນ

          ເພື່ອສືບຕໍ່ເສີມຂະຫຍາຍການຮ່ວມມືກັນລະຫວ່າງ ກະຊວງພະລັງງານ ແລະ ບໍ່ແຮ່ ກັບບໍລິສັດ Best Telecom ໂດຍສະເພາະ ການຮ່ວມມືກັນໃນການສະໜອງ-ການນຳໃຊ້ ການບໍລິການລະບົບອິນເຕີເນັດ (Internet ) ທາງລັດຖະການ ໃຫ້ມີຄວາມວ່ອງໄວ, ໝັ້ນຄົງ ແລະ ມີປະສິດທິພາບຂຶ້ນກວ່າເກົ່າ. ທ່ານ ນາງ ສົມຈິດ ເລືອງວັນໄຊ, ຮອງຜູ້ອຳນວຍການບໍລິສັດ Best Telecom ໄດ້ເຂົ້າພົບ ແລະ ເຮັດວຽກກັບຫ້ອງການກະຊວງ ໂດຍໃຫ້ການຕ້ອນຮັບຂອງ ທ່ານ ສຸລິຍາ ແສງດາລາວົງ ຮອງຫົວໜ້າຫ້ອງການກະຊວງ, ຜູ້ຊີ້ນຳວຽກງານປະຊາສຳພັນ ແລະ ໄອທີ. ໃນໂອກາດດັ່ງກ່າວ ທ່ານ ຮອງຫົວໜ້າຫ້ອງການກະຊວງ ໄດ້ສະແດງຄວາມຕ້ອນຮັບຕໍ່ ທ່ານ ຮອງຜູ້ອຳນວຍການບໍລິສັດ ພ້ອມຄະນະທີ່ໄດ້ມາຢ້ຽມຢາມກະຊວງພະລັງງານ ແລະ ບໍ່ແຮ່. ພ້ອມກັນນີ້, ທ່ານ ຮອງຫົວໜ້າຫ້ອງການກະຊວງ ກໍ່ໄດ້ລາຍງານຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດແຜນຍຸດທະສາດຂອງ ລັດຖະບານ ໃນການສ້າງລັດຖະບານດີຈີຕ໋ອນ ຢູ່ກະຊວງພະລັງງານ ແລະ ບໍ່ແຮ່ ໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ. ທ່ານ ຮອງຫົວໜ້າຫ້ອງການກະຊວງ ສະແດງຄວາມຊົມເຊີຍຕໍ່ບໍລິສັດ ທີ່ໄດ້ສະໜອງການບໍລິການດ້ານອິນເຕີເນັດໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ ເຊິ່ງເປັນສ່ວນໜຶ່ງໃນການຈັດຕັ້ງປະຕິບັດຍຸດທະສາດດັ່ງກ່າວ.

          ທ່ານ ນາງ ສົມຈິດ ເລືອງວັນໄຊ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງສູງ ຕໍ່ກະຊວງພະລັງງານ ແລະ ບໍ່ແຮ່ ເຊິ່ງຍາມໃດກໍ່ໃຫ້ການຊຸກຍູ້, ໃຊ້ບໍລິການຜະລິດຕະພັນຂອງບໍລິສັດຕະຫຼອດມາ ເປັນຕົ້ນແມ່ນ: ການນຳໃຊ້ບໍລິການ ລະບົບ Internet, ບໍລິການເຊົ່າສາຍສົ່ງ DPLC ແລະ ບໍລິການອື່ນໆ ພ້ອມກັັນນີ້, ບໍລິສັດກໍ່ໄດ້ນຳສະເໜີຜະລິດຕະພັນໃໝ່ຂອງຕົນ ເຊັ່ນ: ການໃຫ້ບໍລິການເຊົ່າຖານຂໍ້ມູນ (Server), ເບີໂທລະສັບຫຼັກ 8 ທີ່ສາມາດ ໂທເຂົ້າ-ອອກພາຍໃນເຄື່ອຂ່າຍ ແລະ ສາມາດໂທຫາເຄື່ອຂ່າຍອື່ນໆໄດ້, ການໃຫ້ຄຳປຶກສາດ້ານໄອທີ ແລະ ການບໍລິການດ້ານອື່ນໆ. ພິທີພົບປະດັ່ງກ່າວ ໄດ້ຈັດຂຶ້ນຢ່າງເປັນທາງການໃນວັນທີ 29 ພຶດສະພາ 2023 ທີ່ຫ້ອງປະຊຸມ 102.
ພາບ: ລຸ້ງຟ້າ ອົບພະຈັນ
ຂ່າວ: ສົມສະໜຸກ ທອງສະຫງວນ
ຮຽບຮຽງ ແລະ ກວດແກ້: ຄຳແສງ ແກ້ວປະເສີດ