
ກອງປະຊຸມຖະແຫຼ່ງຂ່າວດັ່ງກ່າວ ໄດ້ຈັດຂຶ້ນຢູ່ກະຊວງພະລັງງານ ແລະ ບໍ່ແຮ່ ໃນວັນທີ 13 ມິຖຸນາ 2024 ນີ້ ໂດຍການຖະແຫຼ່ງຂ່າວຮ່ວມຂອງ ທ່ານ ຄຳໂສ້ ກຸໂພຄຳ ຫົວໜ້າຫ້ອງການກະຊວງ ທັງເປັນຫົວໜ້າໂຄສົກ ປະຈຳກະຊວງ ແລະ ທ່ານ ບຸນຍົງ ສີດາວົງ ຮັກສາການແທນຫົວໜ້າກົມຄຸ້ມຄອງບໍ່ແຮ່. ມີຜູ້ຕາງໜ້າຈາກຂະແໜງການທີ່ກ່ຽວຂ້ອງຂອງກະຊວງ ແລະ ສຳນັກຂ່າວຕ່າງໆເຂົ້າຮ່ວມຢ່າງຫຼວງຫຼາຍ.

ໃນພິທີ ທ່ານ ຫົວໜ້າຫ້ອງການກະຊວງ, ຫົວໜ້າໂຄສົກປະຈຳກະຊວງ ໄດ້ສະແດງຄວາມເສຍໃຈຕໍ່ເຫດການດັ່ງກ່າວ ເຊິ່ງສ້າງຄວາມຕື່ນຕົກໃຈຕໍ່ກັບສັງຄົມ ໂດຍສະເພາະແມ່ນພໍ່ແມ່ປະຊາຊົນຢູ່ພາຍໃນເມືອງຫົວເມືອງ ແລະ ເມືອງຊຳເໜືອ ແຂວງຫົວພັນ. ທ່ານ ຫົວໜ້າຫ້ອງການກະຊວງ, ຫົວໜ້າໂຄສົກປະຈຳກະຊວງ ໄດ້ກ່າວຕື່ມວ່າ: ພາຍຫຼັງມີເຫດການດັ່ງກ່າວເກີດຂຶ້ນ ກະຊວງພະລັງງານ ແລະ ບໍ່ແຮ່ ກໍ່ບໍ່ໄດ້ນີ້ງນອນໃຈ ແລະ ໄດ້ສຸມທຸກຄວາມພະຍາຍາມເພື່ອແກ້ໄຂບັນຫາດັ່ງກ່າວ ຢ່າງຮີບດ່ວນ ແລະ ທັນການ ເພື່ອສ້າງຄວາມເຊື່ອໝັ້ນໃຫ້ແກ່ພໍ່ແມ່ພີ່ນ້ອງປະຊາຊົນທີ່ດຳລົງຊີວິດໃນເຂດພື້ນທີ່ດັ່ງກ່າວ.

ຂະນະທີ່ ທ່ານ ບຸນຍົງ ສີດາວົງ ຮັກສາການແທນຫົວໜ້າກົມຄຸ້ມຄອງບໍ່ແຮ່ ໄດ້ໃຫ້ຮູ້ວ່າ: ບໍລິສັດ ລາວ-ຈີນ ພັດທະນາແຮ່ທາດຫາຍາກ ພາກເໜືອ (2) ຈໍາກັດ ໄດ້ເຊັນສັນຍາສໍາປະທານຂຸດຄົ້ນ ແລະ ປຸງແຕ່ງແຮ່ຫາຍາກ (ແບບທົດລອງ) ຢູ່ເຂດບ້ານອຸໄທ, ເມືອງຫົວເມືອງ ແລະ ບ້ານສົບຊາຍ, ບ້ານທັບເຜິ້ງ, ເມືອງຊໍາເໜືອ, ແຂວງຫົວພັນ ກັບ ລັດຖະບານແຫ່ງ ສປປ ລາວ ຄັ້ງວັນທີ 28 ມັງກອນ 2022 ໃນເນື້ອທີ່ 5 ກິໂລຕາແມັດ (500 ເຮັກຕາ), ອາຍຸສັນຍາ 3 ປີ ແລະ ໄດ້ມອບຄ່າຊື້ສິດສໍາປະທານໃຫ້ແກ່ລັດຖະບານ ເປັນຈໍວນເງິນ 66,260,000,000 ກີບ(ຫົກສິບຫົກຕື້ ສອງຮ້ອຍ ຫົກສິບລ້ານກີບ); ຫຼັງຈາກນັ້ນບໍລິສັດ ກໍໄດ້ຮັບໃບອະນຸຍາດລົງທຶນ ສະບັບເລກທີ 010/ກຜທ.ລທ3, ລົງວັນທີ 4 ກຸມພາ 2022, ໃບອະນຸຍາດຂຸດຄົ້ນບໍ່ແຮ່ (ແບບທົດລອງ) ສະບັບເລກທີ 6-22/ພບ.ກຄບ, ລົງວັນທີ 01 ມີນາ 2023. ພາຍຫຼັງໄດ້ຮັບອະນຸຍາດແລ້ວບໍລິສັດກໍໄດ້ເລີ່ມວຽກງານບຸກເບີກເນື້ອທີ່ ເພື່ອກໍ່ສ້າງໂຮງງານ ແລະ ກະກຽມພື້ນຖານໂຄ່ງລ່າງຮັບໃຊ້ວຽກງານຂຸດຄົ້ນ-ປຸງແຕ່ງແຮ່ທາດຫາຍາກ ຈົນຮອດຕົ້ນປີ 2023 ຈຶ່ງໄດ້ເລີ່ມຂຸດຄົ້ນ ແລະ ປຸງແຕ່ງ. ນັບແຕ່ ປີ 2023 ຈົນເຖິງປັດຈຸບັນ ບໍລິສັດສາມາດປຸງແຕ່ງແຮ່ທາດຫາຍາກໄດ້ທັງໝົດ 8,860 ໂຕນ ແລະ ສາມາດຈໍາໜ່າຍໄດ້ 7,500 ໂຕນ (ແຮ່ປຽກ 4,500 ໂຕນ ແລະ ແຮ່ອົບແຫ້ງ 3,000 ໂຕນ) ມູນຄ່າ 50,429,360 ໂດລາສະຫະລັດ ແລະ ມອບຄ່າຊັບພະຍາກອນໃຫ້ລັດຖະບານໄດ້ 10,085,872 ໂດລາສະຫະລັດ. ສໍາລັບປີ 2024 ບໍລິສັດຍັງບໍ່ທັນໄດ້ສະເໜີແຜນຈໍາໜ່າຍເທື່ອ.

ພາຍຫຼັງດໍາເນີນວຽກງານຂຸດຄົ້ນ-ປຸງແຕ່ງ ແຮ່ທາດຫາຍາກ ມາໄດ້ 1 ປີ. ໃນຄ່ຳຄືນວັນທີ 21 ຕໍ່ໃສ່ວັນທີ 22 ກຸມພາ 2024 ໄດ້ມີເຫດການອ່າງເກັບນໍ້າໝູນວຽນຂອງບໍລິສັດໄດ້ແຕກຫັກ ແລະ ມີຕະກອນດິນຈໍານວນຫຼາຍໄຫຼລົງສູ່ຫ້ວຍຕະບູນ ແລ້ວໄຫຼປ່ອງໃສ່ ນ້ຳຫ້ວຍມັນ ຊຶ່ງເປັນຫ້ວຍນໍ້າສາຂາຂອງນໍ້າແວ່ນ ເຮັດໃຫ້ມີປາຕາຍຈໍານວນໜຶ່ງ. ຕໍ່ມາໃນວັນ 23 ກຸມພາ 2024 ຂ່າວດັ່ງກ່າວກໍຖືກເຜີຍແຜ່ອອກສູ່ສື່ສັງຄົມອອນລາຍ (Facebook) ເມື່ອໄດ້ຮັບຂ່າວຄືແນວນັ້ນ ໃນວັນທີ 24 ກຸມພາ 2024 ພະນັກງານວິຊາການລັດທີ່ປະຈໍາໂຄງການດັ່ງກ່າວກໍໄດ້ສົມທົບກັບບໍລິສັດລົງກວດກາຈຸດເກີດເຫດເລີ່ມຕັ້ງແຕ່ຈຸດອ່າງເກັບນໍ້າໝູນວຽນ ລົງໄປຕາມຫ້ວຍຕະບູນ ເປັນໄລຍະທາງປະມານ 3 ກິໂລແມັດ ຈົນຮອດຄັງລ້ຽງສັດຂອງປະຊາຊົນ ເຂດບ້ານອຸໄທ ແຕ່ບໍ່ພົບເຫັນປາຕາຍ.

ພາຍຫຼັງທີ່ມີເຫດການເກີດຂຶ້ນ, ອົງການປົກຄອງແຂວງຫົວພັນແຕ່ລະຂັ້ນ ແລະ ບັນດາກະຊວງ-ຂະແໜງການທີ່ກ່ຽວຂ້ອງ ກໍໄດ້ເອົາໃຈໃສ່ຕິດຕາມຢ່າງໃກ້ສິດ ເພື່ອແກ້ໄຂບັນຫາດັ່ງກ່າວໂດຍໄວ:
ວັນທີ 25 ກຸມພາ 2024 ວິຊາການພາກລັດທີ່ປະຈໍາຢູ່ສະໜາມຈຶ່ງໄດ້ປະສານຫາ ຄະນະກຸ່ມແວ່ນ ແລະ ບ້ານໄກ້ຄຽງ, ເພື່ອສົມທົບກັນລົງກວດກາຕາມສາຍຫ້ວຍດັ່ງກ່າວ ໂດຍເລີ່ມຈາກເຂດຊົນລະປະທານ ບ້ານເມືອງແວ່ນ ຫາ ສາຍນ້ຳຫ້ວຍມັນ ຊຶ່ງມີໄລຍະທາງປະມານ 6 ກິໂລແມັດ ແລະ ໄດ້ຍ່າງເລາະກວດກາຂຶ້ນຕາມສາຍນ້ຳຫ້ວຍມັນ ຈາກຈຸດທີ່ໄຫຼມາປ່ອງໃສ່ສາຍນໍ້າແວ່ນ ປະມານ 100 ແມັດ ກໍໄດ້ພົບເຫັນປານ້ອຍຕາຍຕາມສາຍນ້ຳຫ້ວຍມັນ ຈໍານວນໜຶ່ງ (ເກັບທ້ອນໄດ້ປະມານ 2 ກິໂລ) ຈຶ່ງໄດ້ລາຍງານຂະແໜງການທີ່ກ່ຽວຂ້ອງຂັ້ນທ້ອງຖິ່ນຊາບ.
ວັນທີ 1 ມີນາ 2024 ຄະນະວິຊາຂອງກົມຄຸ້ມຄອງບໍ່ແຮ່ ກະຊວງພະລັງງານ ແລະ ບໍ່ແຮ່ ຈຶ່ງໄດ້ສົມທົບກັບຂະ ແໜງການທີ່ກ່ຽວຂ້ອງເປັນຕົ້ນ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແລະ ພະແນກການທີ່ກ່ຽວຂ້ອງຂອງ ແຂວງຫົວພັນ ເພື່ອລົງກວດກາ ແລະ ແກ້ໄຂສະພາບການດັ່ງກ່າວ. ຜ່ານການລົງກວດກາພາກສະໜາມຕົວຈິງເຫັນວ່າ: ມີມູນຄວາມຈິງແທ້ຕາມການລາຍງານຂອງພະແນກການກ່ຽວຂ້ອງຂອງແຂວງ ແລະ ຕາມທີ່ມີຂ່າວປະກົດຢູ່ສື່ສັງຄົມອອນລາຍ. ສາເຫດເກີດຈາກ ອ່າງເກັບນໍ້າໝູນວຽນຂອງໂຄງການ ທີ່ກໍ່ສ້າງດ້ວຍດິນໜຽວອັດແໜ້ນຂະໜາດ ກວ້າງ 12 ແມັດ, ຍາວ 40 ແມັດ ແລະ ເລິກປະມານ 6 ແມັດ ໄດ້ມີການແຕກຫັກ ເຮັດໃຫ້ນໍ້າທີ່ເກັບຢູ່ໃນອ່າງ 200 ກວ່າແມັດກ້ອນ ແລະ ຕະກອນດິນ 100 ກວ່າແມັດກ້ອນ ໄຫຼລົງຕາມສາຍຫ້ວຍນໍ້າຕະບູນ ໄຫຼປ່ອງໃສ່ຫ້ວຍມັນ ແລ້ວໄຫຼໃສ່ນໍ້າແວ່ນ ເຮັດໃຫ້ມີຜົນກະທົບຕໍ່ສັດນໍ້າ ແລະ ເນື້ອທີ່ທໍາການຜະລິດຂອງປະຊາຊົນຈໍານວນໜຶ່ງ, ເຮັດໃຫ້ປະຊາຊົນບໍ່ກ້ານໍາໃຊ້ນໍ້າເຂົ້າໃນການດໍາລົງຊີວິດ ແລະ ຜະລິດກະສິກຳ. ຄະນະທີມງານກວດກາຈຶ່ງໄດ້ເກັບຕົວຢ່າງນໍ້າຈໍານວນ 3 ຈຸດ ຄື: ຈຸດກ້ອງອ່າງເກັບນໍ້າໝູນວຽນ (ຍອດ ຫ້ວຍຕະບູນ), ຈຸດຫ້ວຍມັນ ແລະ ຈຸດນໍ້າແວ່ນ ໄປວິໄຈຄຸນນະພາບ ຢູ່ຫ້ອງທົດລອງສິ່ງແວດລ້ອມຂອງສະຖາບັນຄົ້ນຄວ້າຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ຊຶ່ງເປັນຫ້ອງວິໄຈທີ່ທັນສະໄໝ ແລະ ໄດ້ຮັບການຢັ້ງຢືນດ້ານມາດຕະຖານສິ່ງແວດລ້ອມສາກົນ ເຫັນວ່າບໍ່ພົບຄ່າໂລຫະໜັກເກີນມາດຕະຖານສິ່ງແວດລ້ອມກຳນົດ, ແຕ່ພົບວ່າຄ່າອົກຊີເຈນໃນນ້ຳມີອັດຕາຕ່ຳ ແລະ ຄ່າຊັນເຟດ ໃນນໍ້າຂ້ອນຂ້າງສູງ. ໃນການແກ້ໄຂບັນຫາຜົນກະທົບເບື້ອງຕົ້ນ ບໍລິສັດໄດ້ຖົມອ່າງເກັບນໍ້າໝູນວຽນທີ່ມີການແຕກຫັກ ແລະ ໄດ້ຊົດເຊີຍແນວພັນປາໃຫ້ບ້ານທີ່ໄດ້ຮັບຜົນກະທົບຄື: ມອບພັນປາໃຫ້ ບ້ານຫົວພູ ແລະ ບ້ານນາຄູນ ຈໍານວນ 400 ກິໂລ ມູນຄ່າ 40,000,000 ກີບ ເພື່ອນໍາໄປປ່ອຍຄືນສູ່ທໍາມະຊາດ.

ວັນທີ 6 ມີນາ 2024 ຫ້ອງການກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ອອກໜັງສືແຈ້ງການ ສະບັບເລກທີ 919/ພບ.ຫກ, ລົງວັນທີ 6 ມີນາ 2024 ໃຫ້ ບໍລິສັດ ລາວ-ຈີນ ພັດທະນາແຮ່ຫາຍາກພາກເໜືອ 2 ຈໍາກັດ ໂຈະຊົ່ວຄາວການຈັດຕັ້ງປະຕິບັດວຽກງານຂຸດຄົ້ນ-ປຸງແຕ່ງແຮ່ທາດຫາຍາກ ເພື່ອໃຫ້ບໍລິສັດໄດ້ປັບປຸງແກ້ໄຂຂໍ້ບົກຜ່ອງ ແລະ ດໍາເນີນການຊົດເຊີຍຜົນກະທົບທີ່ເກີດຂຶ້ນ ໃຫ້ສໍາເລັດໂດຍໄວ.
– ໂດຍປະຕິບັດຕາມແຈ້ງການ ຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສະບັບເລກທີ 695/ຫສນຍ, ລົງວັນທີ 03 ເມສາ 2024 ແລະ ທິດຊີ້ນໍາຂອງທ່ານ ນາຍົກລັດຖະມົນຕີ ຄັ້ງວັນທີ 7 ພຶດສະພາ 2024 ໃຫ້ຂະແໜງການທີ່ກ່ຽວຂ້ອງຂັ້ນສູນກາງ ແລະ ທ້ອງຖິ່ນເອົໃຈໃສ່ລົງຕິດຕາມກວດກາ ແລະ ແກ້ໄຂບັນຫາດັ່ງກ່າວ. ມາຮອດວັນທີ 10-12 ພຶດສະພາ 2024 ກົມຄຸ້ມຄອງບໍ່ແຮ່ ຈຶ່ງໄດ້ສົມທົບກັບຂະແໜງການທີ່ກ່ຽວຂ້ອງຂັ້ນສູນກາງຄື: ກົມກວດກາ (ກະຊວງພະລັງງານ ແລະ ບໍ່ແຮ່); ກົມກວດກາຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ກົມສິ່ງແວດລ້ອມ, ສະຖາບັນຄົ້ນຄວ້າຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ), ກົມປູກຝັງ, ກົມລ້ຽງສັດ ແລະ ການປະມົງ (ສູນວິໄຈອາຫານສັດ), ກົມປ່າໄມ້(ກະຊວງກະສິກໍາ ແລະ ປ່າ ໄມ້), ກົມສົ່ງເສີມການລົງທຶນ (ກະຊວງແຜນການ ແລະ ການລົງທຶນ), ກົມຄົ້ນຄວ້າ-ສັງລວມ (ຫ້ອງວ່າ ການສໍານັກງານນາຍົກລັດຖະມົນຕີ), ອົງການປົກຄອງແຂວງຫົວພັນ, ອົງການປົກຄອງເມືອງຊໍາເໜືອ, ອົງການປົກ ຄອງເມືອງຫົວເມືອງ ແລະ ອຳນາດການປົກຄອງບ້ານ (ບັນດາບ້ານເຂດໂຄງການທີ່ໄດ້ຮັບຜົນກະທົບ) ໄດ້ລົງກວດກາພາກສະໜາມຕົວຈິງ ແລະ ຈັດກອງປະຊຸມປຶກສາຫາລືເພື່ອຫາວິທີທາງແກ້ໄຂບັນຫາຜົນກະທົບທີ່ເກີດຂຶ້ນ.

– ຜ່ານການລົງຕິດຕາມ ກວດກາ ພາກສະໜາມຕົວຈິງ ເຫັນວ່າ ບໍລິສັດໄດ້ເອົາໃຈໃສ່ປັບປຸງແກ້ໄຂບັນຫາຕາມ ຄໍາແນະນໍາຂອງຄະນະທີມງານກວດກາຄັ້ງວັນທີ 1-2 ມີນາ 2024 ແລະ ຄັ້ງວັນທີ 4 ເມສາ 2024 ເປັນຕົ້ນ: ① ໄດ້ປັບປຸງອ່າງເກັບນໍ້າໝູນວຽນທີ່ແຕກຫັກ ໂດຍການນໍາເອົາດິນມາຖົມອັດແໜ້ນ ພ້ອມສ້າງຄອງນໍ້າເວັ້ນບໍ່ໃຫ້ນໍ້າທໍາມະຊາດໄຫຼເຊາະ; ② ກໍ່ສ້າງສາງເກັບມ້ຽນສານເຄມີຮັບໃຊ້ໂຄງການຢູ່ຈຸດໃໝ່ຫ່າງຈາກຈຸດເກົ່າປະ ມານ 300 ແມັດ; ③ ບໍລິສັດໄດ້ກໍ່ສ້າງອ່າງບໍາບັດນໍ້າ(ເພີ່ມເຕີມ) ອ່າງທີ 6 ແລະ 7 ຕາມມາດຕະຖານເຕັກນິກ ທີ່ຄະນະກວດກາໄດ້ແນະນຳຕາມບົດບັນທຶກ ຄັ້ງວັນທີ 1-2 ມີນາ 2024; ④. ບໍລິສັດໄດ້ມີການສຸ່ມກວດສຸຂະພາບຂອງພໍ່ແມ່ປະຊາຊົນທີ່ຢູ່ບໍລິເວນໃກ້ຄຽງ ລວມທັງພະນັກງານທີ່ເຮັດວຽກຢູ່ໃນໂຄງການ ໄດ້ຈໍານວນ ໜຶ່ງ, ຊຶ່ງເຫັນວ່າທຸກຄົນມີສຸຂະພາບແຂງແຮງດີ, ບໍ່ພົບສານເຄມີ ຫຼື ໂລຫະໜັກທີ່ສະສົມຢູ່ຕາມອະໄວຍະວະຂອງຮ່າງກາຍ ແລະ ໃນເລືອດ (ລາຍລະອຽດມີຜົນກວດຄັດຕິດມາພ້ອມ). ບໍລິສັດຍັງມີແຜນສຸ່ມກວດສຸຂະພາບໃຫ້ປະຊາຊົນ ແລະ ພະນັກງານກຳມະກອນໃຫ້ໄດ້ຕື່ມອີກ; ⑤ ພາຍຫຼັງເກີດເຫດການດັ່ງກ່າວ ບໍລິສັດ ໄດ້ເກັບຕົວຢ່າງນໍ້າທີ່ໄຫຼອອກຈາກໂຄງການ, ຕາມຫ້ວຍມັນ ແລະ ຫ້ວຍຕະບູນ ຈໍານວນ 5 ຄັ້ງ (ຄັ້ງລະ 4 ຕົວຢ່າງ) ເພື່ອວິໄຈຄຸນນະພາບນໍ້າ ຢູ່ຫ້ອງວິໄຈຂອງລັດວິສາຫະກິດນໍ້າປະປາລາວ, ຊຶ່ງຜົນວິໄຈທັງ 5 ຄັ້ງ ເຫັນວ່າ ຄຸນນະພາບນໍ້າຢູ່ໃນຄ່າມາດຕະຖານນໍ້າໜ້າດິນ ຕາມຂໍ້ຕົກລົງວ່າດ້ວຍມາດຕະຖານສິ່ງ ແວດລ້ອມແຫ່ງຊາດ ສະບັບເລກທີ 0832/ກຊສ, ລົງວັນທີ07 ກຸມພາ 2017. ແຕ່ເຖິງຢ່າງໃດກໍຕາມ ເຫັນວ່າຍັງມີຫຼາຍຈຸດທີ່ບໍລິດສັດຍັງຈະໄດ້ສືບຕໍ່ປັບປຸງ ລວມທັງຄວາມກັງວົນໃຈ ແລະ ຄວາມບໍ່ເຊື່ອໝັ້ນຂອງປະຊາຊົນ ໃນການນໍາໃຊ້ນໍ້າເຂົ້າໃນການດໍາລົງຊີວິດປະຈໍາວັນ ລວມເຖິງການນໍາໃຊ້ນໍ້າເຂົ້າໃນການຜະລິດກະ ສິກຳ, ດັ່ງນັ້ນ ຄະນະທີມງານກວດກາຈຶ່ງໄດ້ເກັບຕົວຢ່າງ ດິນປູກຝັງ ຈໍານວນ 6 ຕົວຢ່າງ ແລະ ນໍ້າ ຈໍານວນ 9 ຕົວຢ່າງ (ເກັບຢູ່ຈຸດທີ່ໄດ້ຮັບຜົນກະທົບ ແລະ ຈຸດທີ່ ບໍ່ໄດ້ຮັບຜົນກະທົບ) ເພື່ອສົ່ງໄປວິໄຈຄຸນນະພາບຢູ່ສູນປ້ອງກັນພືດ, ກົມປູກຝັງ, ກະຊວງກະສິກຳ ແລະ ປ່າໄມ້, ຊຶ່ງໃຊ້ເວລາປະມານ 10 ວັນຈຶ່ງຮູ້ຜົນວິໄຈ;

– ຫຼັງຈາກນັ້ນ ກົມປູກຝັງ, ກະຊວງກະສິກໍາ ແລະ ປ່າໄມ້ ຈຶ່ງໄດ້ລາຍງານ ຜົນການວິໄຈ ຄຸນນະພາບດິນປູກຝັງ ແລະ ນໍ້າຫ້ວຍ ຕາມເອກະສານລາຍງານ ສະບັບເລກທີ 3440/ກປຝ, ລົງວັນທີ 22 ພຶດສະພາ 2024 ເຫັນວ່າ: ຜົນການວິໄຈ ດິນປູກຝັງ ແລະ ນໍ້າ ແມ່ນຢູ່ໃນເກນມາດຖານປົກກະຕິດີ ແລະ ມີຄວາມເໝາະສົມ ແລະ ປອດໄພຕໍ່ການຜະລິດກະສິກຳ ແລະ ໃຊ້ເຂົ້າໃນການດໍາລົງຊີວິດປະຈໍາວັນ. ກົມຄຸ້ມຄອງບໍ່ແຮ່ ຈຶ່ງໄດ້ຮີບຮ້ອນລາຍງານໄປຍັງອົງການປົກຄອງແຂວງຫົວພັນ ຕາມເອກສະບັບເລກທີ 1839/ພບ.ກຄບ5, ລົງວັນທີ 23 ພຶດສະພາ 2024 ເພື່ອແຈ້ງຜົນການວິໄຈດິນ ແລະ ນໍ້າ ໃຫ້ອົງການປົກຄອງແຂວງຫົວພັນ ຮັບຊາບ ແລະ ຜັນຂະຫຍາຍແຈ້ງການໃຫ້ບັນດາບ້ານ ແລະ ພໍ່ແມ່ປະຊາຊົນຮັບຊາບຕໍ່ກັບຜົນການວິໄຈດັ່ງກ່າວ;
– ວັນທີ 28-29 ພຶດສະພາ 2024 ອົງການປົກຄອງແຂວງຫົວພັນ, ອົງການປົກຄອງເມືອງຊໍາເໜືອ ສົມທົບກັບພະແນກການທີ່ກ່ຽວຂ້ອງຂອງແຂວວງ ຈຶ່ງໄດ້ຈັດກອງປະຊຸມປຶກສາຫາລືການແກ້ໄຂຜົນກະທົບ ແລະ ລົງກວດກາພາກສະໜາມຕົວຈິງເພື່ອຕິດຕາມເບິ່ງຄວາມຄືບໜ້າກ່ຽວກັບການແກ້ໄຂບັນຫາຂອງບໍລິສັດຕາມບົດບັນທຶກກວດ ກາ ຄັ້ງວັນທີ 10-12 ພຶດສະພາ 2024. ຜ່ານການລົງກວດກາຂອງຂະແໜງການທີ່ກ່ຽວຂ້ອງຂອງແຂວງຫົວພັນ ເຫັນວ່າ ບໍລິສັດໄດ້ເອົາໃຈໃສ່ປັບປຸງແກ້ໄຂຂໍ້ບົກຜ່ອງຂອງຕົນຕາມ ຄໍາແນະນໍາຂອງຄະນະກວດກາຄັ້ງທີ່ຜ່ານມາ, ແຕ່ກໍ່ຍັງມີບາງໜ້າວຽກທີ່ຍັງຈະໄດ້ສືບຕໍ່ຈັດຕັ້ງປະຕິບັດ.

ສັງລວມໄດ້ວ່າ: ປັດຈຸບັນ, ສະພາບຄວາມກັງວົນຂອງພໍ່ແມ່ປະຊາຊົນແມ່ນຖືກແກ້ໄຂໃນລະດັບດີ, ສາມາດສືບຕໍ່ດຳເນີນການປູກຝັງ ລ້ຽງສັດ ໄດ້ຕາມປົກກະຕິ. ເບື້ອງບໍລິສັດກໍ່ໄດ້ອົາໃຈໃສ່ປັບປຸງບັນດາຈຸດບົກຜ່ອງຕ່າງໆ ຕາມຄຳແນະນຳຂອງຄະນະວິຊາການ ຕາມບົດບັນທຶກທີ່ໄດ້ເຊັນຮັບຮອງຮ່ວມກັນ ໂດຍສະເພາະສຳຄັນ ແມ່ນຈຸດເກີດເຫດເບື້ອງຕົ້ນ ແລະ ຈຸດລະ ບາຍນ້ຳ ຂອງທ້າຍອ່າງເກັບນ້ຳທີ 7 ເພື່ອສ້າງໃຫ້ເປັນລະບົບປິດ ໝາຍວ່າບໍ່ໃຫ້ນ້ຳຈາກໂຄງການໄຫຼອອກສູ່ທຳມະຊາດ ຫຼື ໃນກໍລະນີຈຳເປັນ ແມ່ນຕ້ອງເຮັດການບຳບັດໃຫ້ໄດ້ຄ່າມາດຕະຖານມີຄວາມປອດໄພ ໂດຍໄດ້ຮັບການຢັ້ງຢືນ ຈາກພາກ ສ່ວນກ່ຽວ ຂ້ອງລັດເສຍກ່ອນ ຈຶ່ງສາດມາລະບາຍອອກສູ່ທຳມະຊາດໄດ້. ຄຽງຄູ່ກັນນັ້ນ ບໍລິສັດຍັງຈະໄດ້ສືບຕໍ່ຊົດເຊີຍຜົນກະທົບທີ່ເກີດຂຶ້ນ ໂດຍການສົມທົບກັບອົງການປົກຄອງແຂວງ, ເມືອງ, ບ້ານ ໃນການເກັບກໍາຂໍ້ມູນໃຫ້ລະອຽດຊັດເຈນ ເພື່ອກຳນົດມູນຄ່າການຊົດເຊີຍໃຫ້ສົມເຫດສົມຜົນ ແລະ ສອດຄ່ອງກັບຕົວຈິງ; ລວມທັງຮ່ວມກັນຄົ້ນຄວ້າພິຈາລະນາສ້າງໂຄງການພັດທະນາທ້ອງຖິ່ນ ເຮັດແນວໃດ ໃຫ້ໂຄງການພັດທະນາບໍ່ແຮ່ເວົ້າລວມ ແລະ ເວົ້າສະເພາະໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ຫາຍາກ ຖືກດຳເນີນໄປສອດຄ່ອງກັບນະໂຍບາຍພັດທະນາບໍ່ແຮ່ແບບຍືນຍົງ – ສີຂຽວ ທີ່ພັກ-ລັດຖະບານວາງອອກ.
ພາບ: ວຽງສະຫວັນ ແລະ ວັນໄຊ
ຂ່າວ: ຄຳແສງແກ້ວປະເສີດ
Website: www.mem.gov.la
ສາຍດ່ວນ: 1506