ຄະນະນຳ, ຄູຝຶກ ແລະ ນັກກິລາ ກະຊວງ ພະລັງງານ ແລະ ບໍ່ແຮ່ ເດີນທາງເຖິງແຂວງ ຊຽງຂວາງແລ້ວ

          ກະຊວງ ພະລັງງານ ແລະ ບໍ່ແຮ່ ແມ່ນໜຶ່ງໃນອົງການຈັດຕັ້ງລັດຂັ້ນສູນກາງ ທີ່ໄດ້ສົ່ງຄະນະນຳ, ຄູຝຶກ ແລະ ນັກກິລາເຂົ້າຮ່ວມງານແຂ່ງຂັນກິລາແຫ່ງຊາດ ຄັ້ງທີ XI ຫຼື ຊຽງຂວາງເກມ 2022 ເຊິ່ງຈະເປີດຂຶ້ນຢ່າງເປັນທາງການລະຫວ່າງວັນທີ 13-22 ທັນວາ 2022 ຢູ່ເມືອງ ແປກ ແຂວງຊຽງຂວາງ. ງານມະຫາກຳກິລາແຫ່ງຊາດ ຄັ້ງທີ XI ໄດ້ບັນຈຸເຂົ້າຊະນິດກິລາການແຂ່ງຂັນທັງໝົດ 26 ປະເພດກິລາ ເຊິ່ງບາງປະເພດກິລາໄດ້ຈັດການແຂ່ງຂັນຢູ່ນະຄອນຫຼວງວຽງຈັນ ເລີ່ມແຕ່ວັນທີ 8 ພະຈິກ 2022 ເປັນຕົ້ນມາ.

         ສຳລັບກະຊວງ ພະລັງງານ ແລະ ບໍ່ແຮ່ ໄດ້ຈັດສົ່ງຄະນະນຳ, ຄູຝຶກ ແລະ ນັກກິລາ ທັງໝົດ 68 ທ່ານ ໃນນີ້ປະກອບມີ: ຄະນະນຳຈຳນວນ 32 ທ່ານ, ຄູຝຶກ 7 ທ່ານ ແລະ ນັກກິລາ ຈໍານວນ 29 ທ່ານ ໃນຈຳນວນ 4 ປະເພດກິລາຄື: ກິລາຕີດອກປີກໄກ່, ກິລາແລ່ນ-ລານ, ກິລາປີ່ງປ໋ອງ ແລະ ກິລາປັນຈະສີລັດ ໂດຍແມ່ນກິລາແລ່ນ-ລານ ຈະລົງແຂ່ງຂັນເປັນປະເພດທຳອິດໃນວັນທີ 2 ທັນວາ 2022.

            ຄະນະນຳ, ຄູຝຶກ ແລະ ນັກກິລາ ຂອງກະຊວງພະລັງງານ ແລະ ບໍ່ແຮ່ ຊຸດທຳອິດໄດ້ເດີນທາງເຖິງແຂວງ ຊຽງຂວາງ ແລ້ວໃນວັນທີ 28 ພະຈິກ 2022 ໂດຍການນຳພາຂອງ ທ່ານ ຄຳໂສ້ ກຸໂພຄຳ ຄະນະພັກກະຊວງ, ຫົວໜ້າຫ້ອງການກະຊວງ ພະລັງງານ ແລະ ບໍ່ແຮ່ ທັງເປັນຮອງຫົວໜ້າຄະນະຮັບຜິດຊອບການເຂົ້າຮ່ວມງານມະຫາກຳກິລາແຫ່ງຊາດ ຄັ້ງທີ XI ຂອງກະຊວງ ພະລັງງານ ແລະ ບໍ່ແຮ່ ເຊິ່ງໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກເຈົ້າພາບ ແລະ ຄະນະພັກ, ຄະນະພະແນກ ພ້ອມດ້ວຍພະນັກງານ-ລັດຖະກອນ ພາຍໃນພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ຊຽງຂວາງ

          ງານມະຫາກຳກິລາແຫ່ງຊາດ ຄັ້ງທີ X ທີ່ຈັດຂຶ້ນຢູ່ແຂວງ ອຸດົມໄຊ ລະຫວ່າງວັນທີ 13-21 ທັນວາ 2014 ຫຼື ເມື່ອ 8 ປີກ່ອນໜ້ານີ້ ກະຊວງ ພະລັງງານ ແລະ ບໍ່ແຮ່ ໄດ້ເຂົ້າຮ່ວມທັງໝົດ 5 ປະເພດກິລາ ຄື: ກິລາເທັນນິສ, ກິລາແລ່ນ-ລານ, ກິລາຕີດອກປີກໄກ່, ກິລາເປຕັງ ແລະ ກິລາໝາກເສິກ, ສາມາດຍາດໄດ້ 21 ຫຼຽນໃນນີ້ເປັນຫຼຽນຄຳ 8 ຫຼຽນ, ຫຼຽນເງິນ 7 ຫຼຽນ ແລະ ຫຼຽນທອງ 6 ຫຼຽນ ຢູ່ໃນອັນດັບທີ 11 ໃນຈຳນວນ 25 ພາກສ່ວນທີ່ເຂົ້າຮ່ວມການແຂ່ງຂັນ.

ໂດຍ: ຄຳແສງ ແກ້ວປະເສີດ