
ໃນຕອນເຂົ້າ ຂອງວັນທີ 20-21 ກໍລະກົດ 2023 ທີ່ ພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງ ຊຽງຂວາງ ໄດ້ຈັດກອງປະຊຸມ ວຽກງານ ບໍ່ແຮ່ ໂດຍສະເພາະ ການລົງທືນວຽກງານບໍແຮ່ ພາຍໃນ ແຂວງ ຊຽງຂວາງ ກອງປະຊຸມນີ້ ໂດຍການເປັນປະທານ ຂອງ ທ່ານ ຄຳໂສ້ ກູໂພຄຳ ຫົວໜ້າຫ້ອງການ ກະຊວງ ພະລັງງານ ແລະ ບໍ່ແຮ່ ໂດຍການເປັນປະທານຮ່ວມຂອງທ່ານ ທອງເພັດ ຈັນທະວົງ ຮອງພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງ ຊຽງຂວາງ ແລະ ທ່ານ ຈັນທະລາ ແກ້ວຫາວົງ ຫົວໜ້າກົມ ຄຸ້ມຄອງບໍ່ແນ່ ກະຊວງ ພະລັງງານ ແລະ ບໍ່ແຮ່ ພ້ອມນັ້ນ ຍັງມີຜູ້ຕ່າງໜ້າຈາກ ກະຊວງທີ່ກ່ຽວຂອງທັງສູນກາງ ແລະ ທ້ອງຖີ່ນ ພ້ອຍດ້ວນວິຊາການທີ່ກ່ຽວຂອງເຂົ້າຮ່ວມຢ່າງພ້ອມພຽງ

ຈຸດປະສົງ ກອງປະຊຸມໃນຄັ້ງນີ້ເພື່ອຊຸກຍູ້ບັນດາໂຄງການດ້ານລົງທຶນແຮ່ທາດ ແລະ ບໍ່ແຮ່ ທີ່ຂັ້ນສູນກາງ ແລະ ທ້ອງຖິ່ນ ອອກອະນຸຍາດ ແລະ ຄຸ້ມຄອງ ໃຫ້ດໍາເນີນວຽກງານສອດຄ່ອງຕາມກົດໝາຍ, ສັນຍາ, ແຜນການ ແລະ ລະບຽບການທີ່ກ່ຽວ ຂ້ອງ ແລະ ເພື່ອເກັບກໍາຂໍ້ມູນການເຄື່ອນໄຫວວຽກງານຕົວຈິງຢູ່ພາກສະໜາມຂອງບັນດາໂຄງການລົງທຶນດ້ານແຮ່ທາດ ຢູ່ ແຂວງຊຽງຂວາງ ຕາມຫາງສຽງຂອງປະຊາຊົນທີ່ໄດ້ນໍາສະເໜີຜ່ານກອງປະຊຸມສະໄໝສາມັນເທື່ອທີ V ຂອງສະພາແຫ່ງຊາດ ຊຸດທີ IX.

ກອງປະຊຸມຍັງໄດ້ຮັບການລາຍງານກ່ຽວກັບ ໂຄງການລົງທີນ ບໍ່ແຮ່ ຢູ່ແຂວງຊຽງຂວາງ ມີບໍລິສັດດຳເນີນການສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກ, ຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ແບບປົກກະຕິ ແລະ ແບບທົດລອງ ທັງໝົດ 54 ບໍລິສັດ, 55 ກິດຈະການ, ໃນນັ້ນ ໂຄງການທີ່ຂັ້ນສູນກາງອອກອະນຸຍາດແບບປົກ ກະຕິ ແລະ ແບບທົດລອງ ມີຈຳນວນ 17 ບໍລິສັດ 18 ກິດຈະການ ໃນນັ້ນ, ໂຄງການໄລຍະຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ແບບປົກກະຕິ ມີ 3 ບໍລິສັດ (ໂຄງການແຮ່ຄຳ 1 ບໍລິສັດ, ໂຄງການແຮ່ຄຳ-ທອງ-ເຫຼັກ 1 ບໍລິສັດ ແລະ ໂຄງການແຮ່ເຫຼັກ 1 ບໍລິສັດ), ໂຄງການ ໄລຍະສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກ ມີ 4 ບໍລິສັດ (ໂຄງການແຮ່ຄຳ-ທອງ 1 ບໍລິສັດ, ໂຄງການແຮ່ທອງ 1 ບໍລິສັດ ແລະ ໂຄງການຖ່ານຫີນ 2 ບໍລິສັດ), ໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ແບບທົດລອງ ມີ 10 ບໍລິສັດ (ໂຄງການຄໍາເຄົ້າ 1 ບໍລິສັດ, ໂຄງການແຮ່ຫາຍາກ 3 ບໍລິສັດ ແລະ ໂຄງການແຮ່ເຫຼັກ 6 ບໍລິສັດ) ແລະ ທ້ອງຖິ່ນອອກອະນຸຍາດມີຈໍານວນ 37 ບໍລິສັດ, 37 ກິດຈະການ.
