ໃນນັ້ນ, ໂຄງການທີ່ຢູ່ໃນໄລຍະຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ມີ 12 ບໍລິສັດ, ໂຄງການທີ່ຢູ່ໃນໄລ ຍະວິພາກເສດຖະກິດ ມີ 10 ບໍລິສັດ ແລະ ໂຄງການທົດລອງ ມີ 14 ບໍລິສັດ (ແຮ່ເຫຼັກ 3 ບໍລິສັດ, ຄຳເຄົ້າ 2 ບໍລິສັດ ແລະ ແຮ່ຄຳຕົກຂ້ອນ 10 ບໍລິສັດ). ປະເພດແຮ່ທາດທີ່ເຂົ້າສູ່ການຂຸດຄົ້ນ, ຜະລິດ ແລະ ຈໍາໜ່າຍ ມີຫຼາຍກວ່າ 20 ຊະນິດແຮ່ທາດ ເປັນຕົ້ນ: ແຮ່ຄໍາ, ເງິນ, ທອງ, ເຫຼັກ, ຊືນ, ສັງກະສີ, ກົ່ວ, ຖ່ານຫິີນ, ບາຣິດ, ຫີນກາວ, ດິນໜຽວ, ດິນຊາຍ ປ້ອນໂຮງ ງານຊີມັງ, ເກືອໂປຕາສ, ນິແກນ, ໂກບານ, ຫີນອ່ອນ, ປາໂກດິດ, ກຣານິດ, ບົກຊິດ, ແກ້ວຊັບຟາຍ, ຫີນປູນ, ແຮ່ຫາຍາກ, ອັງຕີມອນ ແລະ ອື່ນໆ.