ທ່ານ ຫົວໜ້າຫ້ອງການກະຊວງ ລົງຕິດຕາມ, ຊຸກຍູ້ ການຈັດຕັ້ງປະຕິບັດໂຄງການຂຸດຄົ້ນ ແລະ ປຸງແຕງແຮ່ທາດຢູ່ແຂວງ ໄຊສົມບູນ

          ລະຫວ່າງວັນທີ 10-13 ກໍລະກົດ 2023 ທີ່ຜ່ານມາ ທ່ານ ຄຳໂສ້ ກຸໂພຄຳ ຫົວໜ້າຫ້ອງການກະຊວງພະລັງງານ ເເລະ ບໍ່ເເຮ່ ແລະ ທ່ານ ຈັນທະລາ ແກ້ວຫາວົງ ຫົວໜ້າກົມຄຸ້ມຄອງບໍ່ແຮ່ ພ້ອມດ້ວຍຄະນະ ໄດ້ລົງຊຸກຍູ້, ຕິດຕາມ, ກວດກາການຈັດຕັ້ງປະຕິບັດບັນດາໂຄງການຂຸດຄົ້ນ ເເລະ ປຸງເເຕ່ງເເຮ່ທາດ ຢູ່ເເຂວງໄຊສົມບູນ ເຊິ່ງປະກອບມີ: ບໍລິສັດລາວຢູຄູນ ເຫຼັກກ້າ ບໍ່ແຮ່ຈໍາກັດ, ບໍລີສັດໂກເອັກແຮ່ເຫຼັກ ຈໍາກັດ, ບໍລິສັດ ເອທີໂອໂຕ, ບໍລິສັດ ອຸດົມຊັບ ບໍ່ແຮ່ ຈໍາກັດ, ບໍລິສັດ ໂຊກມະນີ ແຮ່ເຫຼັກ ຈໍາກັດ, ບໍລິສັດ ຫຼົງຈຽງ ມາຍນິງ ແລະ ບໍລິສັດ ສີສະເກດແຮ່ເຫຼັກ ໂດຍການນຳພາຂອງ ທ່ານ ບຸນທຽມ ໄຊສົງຄາມ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ໄຊສົມບູນ.
          ການລົງເຄື່ອນໄຫວ, ຢ້ຽມຢາມ ບັນດາໂຄງການລົງທຶນດ້ານບໍ່ແຮ່ ຂອງ ທ່ານ ຫົວໜ້າຫ້ອງການກະຊວງ ພ້ອມດ້ວຍຄະນະຄັ້ງນີ້, ກໍ່ເພື່ອເພື່ອເກັບກຳຂໍ້ມູນການເຄື່ືອນໄຫວວຽກງານດ້ານການຂຸດຄົ້ນເເຮ່ທາດ ເເລະ ເພື່ອເປັນການສົ່ງເສີມດ້ານການລົງທຶນທາງເເຮ່ທາດໃຫ້ມີປະສິດທິພາບ ມີປະສິດທິຜົນ. ອີກດ້ານໜຶ່ງກໍ່ປະຕິບັດຕາມນະໂຍບາຍຂອງ ພັກ, ລັດຖະບານ ເວົ້າລວມ, ເວົ້າສະເພາະຂອງການນຳກະຊວງພະລັງງານ ແລະ ບໍ່ແຮ່ ກ່ຽວກັບການຕິດຕາມ, ກວດກາ, ຊຸກຍູ້ ແລະ ຄຸ້ມຄອງບັນດາໂຄງການລົງທຶນດ້ານພະລັງງານ ແລະ ບໍ່ແຮ່ ໃຫ້ດໍາເນີນໄປກົດໝາຍ ແລະ ລະບຽບການ ທີ່ໄດ້ວາງອອກຢ່າງເຂັ້ມງວດ.
          ຢູ່ແຕ່ລະບ່ອນ, ທ່ານ ຫົວໜ້າຫ້ອງການກະຊວງ ພ້ອມຄະນະ ໄດ້ຮັບການຕ້ອນຮັບ ແລະ ລາຍງານສະພາບການເຄື່ອນໄຫວ ແລະ ການດຳເນີນທຸລະກິດຂອງແຕ່ລະບໍລິສັດ ໃນໄລຍະຜ່ານມາ. ພ້ອມກັນນີ້ ແຕ່ລະບໍລິສັດກໍ່ສະເໜີແຜນການຈັດຕັ້ງປະຕິບັດໂຄງການຂອງຕົນໃນຕໍ່ໜ້າຕື່ມອີກ.
ພາບ ແລະ ຂ່າວ: ວິລະສາດ ຊາຍອັດຕະປື
ຮຽບຮຽງ: ຄຳແສງ ແກ້ວປະເສີດ