
ເພື່ອຍ້ອງຍໍຜົນງານການເຄື່ອນໄຫວໃນຂະບວນການແຂ່ງຂັນຍ້ອງຍໍ ແລະ ຮັກຊາດ ໃນທົ່ວປວງຊົນ ເວົ້າລວມ, ເວົ້າສະເພາະຢູ່ໃນຂົງເຂດພະລັງງານ ແລະ ບໍ່ແຮ່. ມາໃນຕອນເຊົ້າມື້ນີ້, ວັນທີ 2 ຕຸລາ 2023 ຢູ່ຫ້ອງປະຊຸມໃຫຍ່ຊັ້ນ5, ຫ້ອງການກະຊວງ ໄດ້ຈັດພິທີປະດັບຫຼຽນໄຊ, ຫຼຽນກາ ແລະ ໃບຍ້ອງຍໍໃຫູ້້ທີ່ມີຜົນງານດີເດັ່ນໃນຂະບວນການດັ່ງກ່າວຂຶ້ນຢ່າງສົມກຽດ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານ ຂອງ ທ່ານ ໂພໄຊ ໄຊຍະສອນ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່. ມີ ທ່ານ ຄໍາໂສ້ ກຸໂພຄໍາ ຄະນະພັກກະຊວງ, ຫົວໜ້າຫ້ອງການກະຊວງ ພ້ອມດ້ວຍຄະນະຫ້ອງການ, ຄະນະພະແນກ ແລະ ພະນັກງານລັດຖະກອນພາຍໃນຫ້ອງການກະຊວງຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ຄໍາໂສ້ ກຸໂພຄໍາ ຄະນະພັກກະຊວງ, ຫົວໜ້າຫ້ອງການກະຊວງ ໄດ້ຕາງໜ້າໃຫ້ຄະນະພັກ, ຄະນະນໍາ ແລະ ພະນັກງານລັດຖະກອນພາຍໃນຫ້ອງການກະຊວງ ລາຍງານການຈັດຕັ້ງປະຕິບັດຂະບວນການແຂ່ງຂັນຍ້ອງຍໍ ແລະ ຮັກຊາດໃນໄລຍະ 5 ປີທີ່ຜ່ານມາຄື: ແຕ່ປີ 20216-2020 ວ່າ: ໃນໄລຍະ5 ປີ ຜ່ານມາ ຫ້ອງການກະຊວງ ໄດ້ຖືເອົາວຽກງານການເມືອງແນວຄິດເປັນວຽກງານໜຶ່ງທີ່ສຳຄັນຢູ່ໃນແຖວໜ້າ ເພື່ອຜັນຂະຫຍາຍແນວທາງນະໂຍບາຍ ຂອງພັກ-ລັດ ເຂົ້າໃນການປະຕິບັດໜ້າທີ່ວຽກງານຂອງຕົນ, ເປັນເສນາທິການໃຫ້ຄະນະພັກກະຊວງ, ການນໍາກະຊວງ ໃນການສຶກສາອົບຮົມດ້ານການເມືອງແນວຄິດ ໃຫ້ພະນັກງານພາຍໃນຫ້ອງການກະຊວງໄດ້ເຊື່ອມຊຶມກຳແໜ້ນ ແລະ ມີຄວາມເປັນເອກກະພາບຕໍ່ແນວທາງນະໂຍບາຍ ຂອງພັກ-ລັດທີ່ໄດ້ວາງອອກໃນແຕ່ລະໄລຍະ ໂດຍສະເພາະແມ່ນການຜັນຂະຫຍາຍຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ. ພ້ອມດຽວກັນນັ້ນ, ຍັງໄດ້ເອົາໃຈໃສ່ຊຸກຍູ້ໃຫ້ພະນັກງານ-ລັດຖະກອນພາຍໃນຫ້ອງການກະຊວງ ມີຄວາມບຸກບືນຄົ້ນຄ້ວາຮໍ່າຮຽນ ເພື່ອພັດທະນາຕົນເອງໃຫ້ມີຄວາມຮູ້, ຄວາມສາມາດ, ມີຄວາມອົດທົນໃນການຈັດຕັ້ງປະຕິບັດວຽກງານ, ມີສະຫງົບ ອຸ່ນອ່ຽນທຸ່ນທຽງ, ມີຄວາມຈົ່ງຮັກພັກດີຕໍ່ພັກ-ລັດ, ເຊື່ອໝັ້ນຕໍ່ການນຳພາຂອງພັກ, ຕອບຕ້ານຕໍ່ທຸກກົນອຸບາຍຫັນປ່ຽນໂດຍສັນຕິຂອງສັດຕູ, ມີຄວາມສາມັກຄີເປັນເອກະພາບພາຍໃນ, ໜັກແໜ້ນ, ມີຈິດໃຈປະຕິວັດຢ່າງຟົດຟື້ນ, ມີຄວາມຫ້າວຫັນຢ່າງຕັ້ງໜ້າໃນການປະຕິບັດໜ້າທີ່ວຽກງານຂອງຕົນໄດ້ເປັນຢ່າງດີ. ປັດຈຸບັນຫ້ອງການກະຊວງ ມີພະນັກງານທັງໝົດ 39 ທ່ານ, ຍິງ 15 ທ່ານ ປະກອບມີ 6 ພະແນກຄື: ພະແນກຄຸ້ມຄອງບໍລິຫານ, ພະແນກການເງິນ, ພະແນກເລຂານຸການ ແລະ ພິທີການ, ພະແນກປະຊາສຳພັນ ແລະ ໄອທີ, ພະແນກຄົ້ນຄວ້າສັງລວມປະຕູດຽວ ແລະ ພະແນກນິຕິກໍາ.

ທ່ານ ຫົວໜ້າຫ້ອງການກະຊວງໄດ້ລາຍງານຕື່ມວ່າ: ຈາກຜົນງານທີ່ໄດ້ກ່າວມາຂ້າງເທິງນີ້, ເຮັດໃຫ້ພະນັກງານລັດຖະກອນພາຍໃນຫ້ອງການກະຊວງ ໄດ້ຮັບການຍ້ອງຍໍຈາກພັກ, ລັດຖະບານ ທັງໝົດ 35 ທ່ານ ໃນນີ້ ໄດ້ຮັບການປະດັບຫຼຽນໄຊແຮງງານຊັ້ນ II ຈຳນວນ 5 ທ່ານ, ຫຼຽນໄຊແຮງງານຊັ້ນ III ຈຳນວນ 6 ທ່ານ, ຫຼຽນກາແຮງງານ ຈຳນວນ 8 ທ່ານ, ໃບຍ້ອງຍໍ ລັດຖະບານຈຳນວນ ຈຳນວນ 7 ທ່ານ ແລະ ໃບຍ້ອງຍໍຂັ້ນກະຊວງຈຳນວນ 9 ທ່ານ .




