ນັກລົງທຶນຈາກ ຢີ່ປຸ່ນ ສົນໃຈລົງທຶນ ແລະ ພັດທະນາພະລັງງານສະອາດ ຢູ່ ສປປລາວ Post author:mem admin Post published:31/07/2023 Post category:ຫ້ອງການກະຊວງ ໃນຕອນບ່າຍວັນທີ 27 ກໍລະກົດ 2023, ຫ້ອງການກະຊວງ ໄດ້ຈັດກອງປະຊຸມ ປຶກສາຫາລືແລກປ່ຽນຂໍ້ມູນ ກັບ ບໍລິສັດ Renova, Inc. ປະເທດ ຍີ່ປຸ່ນ ຂື້ນໃນຫົວຂໍ້ ”ການພັດທະນາພະລັງງານສະອາດ ໃນ ສປປ ລາວ” ໂດຍການເປັນປະທານຂອງ ທ່ານ ສຸລິຍາ ແສງດາລາວົງ ຮອງຫົວໜ້າຫ້ອງການ, ກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍຄະນະ ຈາກກົມແຜນການ ແລະ ການຮ່ວມມື, ກົມນະໂຍບາຍ ແລະ ແຜນພະລັງງານ, ກົມທຸລະກິດພະລັງງານ ແລະ ພະນັກງານວິຊາການເຂົ້າຮ່ວມ. ກອງປະຊຸມຄັ້ງນີ້, ທັງສອງຝ່າຍ ໄດ້ປຶກສາຫາລືຮ່ວມກັນໃນຫຼາຍບັນຫາ ເຖິງຄວາມອາດສາມາດໃນການລົງທຶນ ແລະ ພັດທະນາ ພະລັງງານສະອາດ ໃນ ສປປ ລາວ, ຜ່ານມາບໍລິສັດ ກໍ່ໄດ້ລົງທຶນໃນຫຼາຍໆດ້ານ ເຊັ່ນ: ພະລັງງານລົມ, ພະລັງງານແສງອາທິດ, ພະລັງງານຈາກຊີວະມວນ, ພະລັງງານໃຕ້ພິພົບ ແລະ ເຂື່ອນໄຟຟ້າ ໃນປະເທດ ຍີ່ປຸ່ນເອງ, ແລະ ກໍ່ໄດ້ລົງທຶນຫຼາຍປະເທດ ເຊັ່ນ: ປະເທດເກົາຫຼີໃຕ້, ສ.ສ ຫວຽດນາມ, ອອດສເຕເລຍ, ນິວຊີແລນ, ຟິລິປິນ ແລະ ປະເທດ ອິນໂດເນເຊຍ. ຊຶ່ງປະເທດລາວ ເອງກໍ່ເປັນອີກປະເທດໜຶ່ງ ທີ່ບໍລິສັດ ໃຫ້ຄວາມສົນໃຈທີ່ຈະມາລົງທຶນ, ໂດຍສະເພາະ ແມ່ນດ້ານພະລັງງານລົມ ທາງພາກໃຕ້ ຂອງ ສປປ ລາວ. ພາບ: ລຸ້ງຟ້າຂ່າວ: ສົມສະນຸກຮຽບຮຽໂດຍ: ຄຳແສງ ແກ້ວປະເສີດ You Might Also Like ກອງປະຊຸມທົບທວນຄືນ ການນໍາໃຊ້ລະບົບການຄຸ້ມຄອງເອກະສານທາງການ ຫຼື E-office ພາຍໃນກະຊວງພະລັງງານ ແລະ ບໍ່ແຮ່ 24/12/2024 ກອງປະຊຸມປະເມີນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍແຮ່ທາດ 04/07/2022 ຄະນະຜູ້ແທນສະພາທຸລະກິດ ສປ ຈີນ ຢ້ຽມຢາມ ກະຊວງພະລັງງານ ແລະ ບໍ່ແຮ່ 23/05/2023
ກອງປະຊຸມທົບທວນຄືນ ການນໍາໃຊ້ລະບົບການຄຸ້ມຄອງເອກະສານທາງການ ຫຼື E-office ພາຍໃນກະຊວງພະລັງງານ ແລະ ບໍ່ແຮ່ 24/12/2024