
ໃນວັນທີ 30 ມິຖຸນາ 2022, ທີ່ເມືອງວັງວຽງ, ແຂວງວຽງຈັນ, ຫ້ອງການ ກະຊວງ ພະລັງງານ ແລະ ບໍ່ແຮ່, ໄດ້ຈັດກອງປະຊຸມຜ່ານຮ່າງບົດບັນທຶກຄວາມເຂົ້າໃຈ MOU ຂອງໂຄງການສ້າງຄວາມໝັ້ນຄົງດ້ານພະລັງງານ ( Lao Energy Security Project) ຂື້ນ, ໂດຍໃຫ້ກຽດເປັນປະທານຮ່ວມຂອງທ່ານ ຄຳໂສ້ ກຸໂພຄຳ, ຫົວໜ້າຫ້ອງການກະຊວງ, ແລະ ທ່ານ Cullen Hughes ຫົວໜ້າຫ້ອງການຜູ້ຕາງໜ້າອົງການພັດທະນາສາກົນຂອງສະຫະລັດອາເມລິກາ USAID. ພ້ອມດ້ວຍແຂກເຂົ້າຮ່ວມຈາກ: ກະຊວງການຕ່າງປະເທດ, ກົມສົ່ງເສີມ ແລະ ປະຢັດພະລັງງານ, ກົມນະໂຍບາຍ ແລະ ແຜນພະລັງງານ, ກົມຄຸ້ມຄອງຄວາມປອດໄພອຸດສາຫະກຳພະລັງງານ, ສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່, ແລະ ລັດວິສາຫະກິດໄຟຟ້າລາວ ເຂົ້າຮ່ວມ. ກອງປະຊຸມໄດ້ດຳເນີນຢູ່ 2 ວາລະ, ພາກເຊົ້າ ປະຊຸມຮ່ວມ ລະຫວ່າງບັນດາ ກະຊວງອ້ອມຂ້າງສູນກາງ ກັບ ຜູ້ແທນຈາກ ອົງການພັດທະນາສາກົນຂອງສະຫະລັດອາເມລິກາ USAID. ສຳລັບພາກບ່າຍ ແມ່ນກອງປະຊຸມພາຍໃນ: ກະຊວງ ພະລັງງານ ແລະ ບໍ່ແຮ່ ກັບ ກະຊວງການຕ່າງປະເທດ ແລະ ບັນດາກົມ, ສະຖາບັນ ທີ່ກ່ຽວຂ້ອງ ອ້ອມຂ້າງກະຊວງ ພະລັງງານ ແລະ ບໍ່ແຮ່ ເຂົ້າຮ່ວມ.


ທ່ານ Cullen Hughes ຫົວໜ້າຫ້ອງການຜູ້ຕາງໜ້າອົງການພັດທະນາສາກົນຂອງສະຫະລັດອາເມລິກາ USAID ຍັງໄດ້ລາຍງານຄວາມເປັນມາຂອງໂຄງການວ່າ: ອົງການພັດທະນາສາກົນຂອງສະຫະລັດອາເມລິກາ (USAID) ແມ່ນອົງການຂອງ ລັດຖະບານສະຫະລັດອາເມລິກາ, ເພື່ອຊ່ວຍເຫຼືອ ໃນການພັດທະນາ, ຊຶ່ງໂຄງການໃຫ້ການຊ່ວຍເຫຼືອຫຼາຍກວ່າ 100 ປະເທດທົ່ວໂລກ ລວມມີ: ການຊ່ວຍເຫຼືອ ດ້ານເສດຖະກິດ-ການຄ້າ, ດ້ານສຸຂະພາບ, ນ້ຳ ແລະ ສຸຂາພິບານ, ດ້ານກະສິກຳ, ດ້ານການສຶກສາ, ການບໍລິຫານ, ສິ່ງແວດລ້ອມ, ການປ່ຽນແປງດິນຟ້າອາກາດ ແລະ ດ້ານພະລັງງານ.
