ການລົງທຶນດ້ານພະລັງງານ ໄດ້ຮັບຄວາມສົນໃຈຈາກຕ່າງປະເທດ

          ສປປ ລາວ ປະຈຸບັນ ມີທ່າແຮງໃນການພັດທະນາ ໃນຫຼາຍໆດ້ານ ທີ່ໄດ້ຮັບການພັດທະນາເປັນຮູບປະທຳ ແລະ ສ້າງເສດຖະກິດຂງຊາດ, ໃນວັນທີ 11 ພຶດສະພາ 2023 ທີ່ຜ່ານມາ, ຫ້ອງການກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບ ການລົງທຶນດ້ານພະລັງງານ ໃນ ສປປ ລາວ ທີ່ຫ້ອງປະຊຸມ 101 ຂອງກົມແຜນການ ແລະ ການຮ່ວມມື, ໃຫ້ກຽດເປັນປະທານໂດຍ ທ່ານ ສຸລິຍາ ແສງດາລາວົງ, ຮອງຫົວໜ້າຫ້ອງການກະຊວງ , ມີຜູ້ຕາງໜ້າຈາກບັນດາກົມ, ສະຖາບັນ ແລະ ລັດວິສາຫະກິດອ້ອມຂ້າງກະຊວງ, ພ້ອມດ້ວຍຜູ້ລົງທຶນເຂົ້າຮ່ວມ.

 

ທ່ານ Takahashi Yusuke ຜູ້ອໍານວຍການຝ່າຍພັດທະນາໂຄງການພະລັງງານ ຂອງ ບໍລິສັດ TOYOTA TSUSHO VIETNAM CO.,LTD ໄດ້ຕາງໜ້າ ໃຫ້ບໍລິສັດ ຫຸ້ນສ່ວນ ແລະ ພັດທະນາພະລັງງານໄຟຟ້າພາກເໜືອ 2 (NEDI2) ສສ.ຫວຽດນາມ, ໄດ້ນຳສະເໜີໂດຍຫຍໍ້ ກ່ຽວກັບບົດຮຽນ ແລະ ປະສົບການຂອງບໍລິສັດ ໃນການຈັດຕັ້ັ້ງປະຕິບັດການລົງທຶນດ້ານພະລັງງານ ແລະ ດ້ານອື່ນໆໃນທົ່ວໂລກ ໃຫ້ຜູ້ເຂົ້າຮ່ວມກອງປະຊຸມໄດ້ຮັບຊາບ. ພ້ອມກັນນີ້, ທ່ານ ຍັງໄດ້ສະແດງເຈດຈຳນົງຂອງບໍລິສັດ ທີ່ມີຄວາມສົນໃຈໃນການລົງທຶນດ້ານພະລັງງານໄຟຟ້າ ຢູ່ໃນ ສປປ ລາວ ໃນນີ້ລວມມີ ພະລັງງານຈາກນໍ້າ (ເຂື່ອນພະລັງງານໄຟຟ້ານໍ້າຕົກ), ພະລັງງານຈາກລົມ, ພະລັງງານແສງຕາເວັນ, ພະລັງງານທົດແທນ Biomass ເຊິ່ງເປັນພະລັງງານສະອາດ ໂດຍມີຈຸດປະສົງເພື່ອນຮັບໃຊ້ພາຍໃນ ແລະ ສົ່ງອອກຂາຍໃຫ້ຕ່າງປະເທດ.

ສປປລາວ ເປັນປະເທດໜຶ່ງ ເຊິ່ງມີທີ່ຕັ້ງ ແລະ ພູມສັນຖານດ້ວຍພູຜາສູງຊັນ, ມີປ່າໄມ້ທີີ່ອຸດົມສົມບູນ ມີທ່າແຮງໃນການພັດທະນາໄຟຟ້ານໍໍ້າຕົກ. ຕາມການສຶກສາຂອງອົງການແມ່ນໍໍ້າຂອງສາກົນ ສປປລາວ ມີທ່າແຮງໃນການພັດທະນາແຫຼ່ງພະລັງງານໄຟຟ້າ ຈາກນໍໍ້າຕົກປະມານ 21.000 MW ເປັນທ່າແຮງຕົ້ນຕໍ່ໃນການເສີມສ້າງຄວາມໝັ້ນຄົງທາງ ດ້ານພະລັງງານໄຟຟ້າໃຫ້ແກ່ລະບົບ ເພື່ອສະໜອງໄຟຟ້າໃຫ້ແກ່ ການພັດທະນາເສດຖະກິດ-ສັງຄົມ ຂອງປະເທດ ແລະ ສົົ່ງ ອອກຂາຍຕ່າງປະເທດ. ຕາມເປົ້າໝາຍຂອງ ລັດຖະບານ ໄດ້ກໍານົດໄວ້ຮອດປີ 2020 ໄດ້ວາງຄາດ ໝາຍສູ້ຊົນພັດທະນາແຫຼ່ງພະລັງງານໄຟຟ້ານໍໍ້າຕົກ ໃຫ້ມີກໍາລັງຕິດຕັ້ງທັງໝົດຫຼາຍກວ່າ 10.000 MW; ຮອດປີ 2025 ໃຫ້ສໍາເລັດຫຼາຍກວ່າ 12.000 MW; ຮອດປີ 2030 ໃຫ້ສໍາເລັດຫຼາຍກວ່າ 20.000 MW. ແຫຼ່ງພະລັງງານຕົ້ນຕໍ່ມາຈາກ ໄຟຟ້ານໍໍ້າຕົກ, ໄຟຟ້າຄວາມຮ້ອນຈາກຖ່ານຫີນ ແລະ ໄຟຟ້າຈາກພະລັງງານທົດແທນ.

ພາບ-ຂ່າວ: ສົມສະນຸກ