
ພິທີໄດ້ຈັດຂຶ້ນຢ່າງສົມກຽດ ໃນຕອນບ່າຍຂອງວັນທີ 3 ຕຸລາ 2024 ນີ້ ທີ່ຫ້ອງປະຊຸມລັດວິສາຫະກິດໄຟຟ້າລາວ ສາຂາ ແຂວງໄຊສົມບູນ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ພອຍຄໍາ ຮຸ່ງບຸນຍວງ ເລຂາພັກແຂວງ, ເຈົ້າແຂວງໆໄຊສົມບູນ. ມີບັນດາ ສະຫາຍ ເລຂາ, ຮອງເລຂາໜ່ວຍພັກຈາກພະແນກການ, ອົງການຈັດຕັ້ງລັດ ຂັ້ນແຂວງ ພ້ອມດ້ວຍສະມາຊິກພັກພາຍໃນຄະນະພັກຮາກຖານ ພະແນກພະລັງງານ ແລະ ບໍ່ແຮ່ ແຂວງເຂົ້່າຮ່ວມ.

ໃນພິທີ ຕ່າງໜ້າຄະນະຈັດຕັ້ງແຂວງ ໄດ້ຂຶ້ນຜ່ານມະຕິຕົກລົງ ຂອງຄະນະປະຈໍາພັກແຂວງ ວ່າດ້ວຍການສ້າງຕັ້ງຄະນະພັກຮາກຖານພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ແລະ ສ້າງຕັ້ງ 3 ໜ່ວຍພັກທີ່ຂຶ້ນກັບຄື: ໜ່ວຍພັກພະແນກພະລັງງານ ແລະ ບໍ່ແຮ່ ແຂວງ, ໜ່ວຍພັກບໍລິຫານລັດວິສາຫະກິດໄຟຟ້າລາວ ແລະ ໜ່ວຍພັກຫ້ອງການເຕັກນິກໄຟຟ້າ ສາຂາ ແຂວງໄຊສົມບູນ. ພ້ອມນີ້ ຍັງໄດ້ຜ່ານມະຕິຕົກລົງ ວ່າດ້ວຍການ ບົ່ງຕົວແຕ່ງຕັ້ງຄະນະພັກຮາກຖານ ແລະ ຄະນະໜ່ວຍພັກ ທີ່ຂຶ້ນກັບ ໃນນີ້: ໄດ້ບົ່ງຕົວແຕ່ງຕັ້ງ ສະຫາຍ ບຸນທຽມ ໄຊສົງຄາມ ເປັນເລຂາຄະນະພັກຮາກຖານ, ສະຫາຍ ກ້ານແກ້ວ ສຸວັນນະສີ ເປັນຮອງເລຂາ ທັງເປັນເລຂາໜ່ວຍພັກຫ້ອງການເຕັກນິກໄຟຟ້າ ສາຂາ ແຂວງ, ສະຫາຍ ພອນໄຊ ຕາໂນວັນ ເປັນກໍາມະການ ທັງເປັນຜູ້ກວດກາ ແລະ ເປັນເລຂາໜ່ວຍພັກພະແນກພະລັງງານ ແລະ ບໍ່ແຮ່ແຂວງ, ສະຫາຍ ປອ ສົມສັກ ບຸນມາຕາ ເປັນກໍາມະການ ທັງເປັນເລຂາໜ່ວຍພັກບໍລິຫານລັດວິສາຫະກິດໄຟຟ້າ ສາຂາ ແຂວງ ແລະ ສະຫາຍ ນະລົງສອນ ຈັນທະບູລີ ເປັນກໍາມະການ.

ຕອນທ້າຍຂອງພິທີ ສະຫາຍ ພອຍຄໍາ ຮຸ່ງບຸນຍວງ ເລຂາພັກແຂວງ ໄດ້ມີຄໍາເຫັນໂອ້ລົມ ຕໍ່ຄະນະພັກຮາກຖານທີ່ໄດ້ຮັບການແຕ່ງຕັ້ງໃນຄັ້ງນີ້ ຈົ່ງເອົາໃຈໃສ່ຄົ້ນຄວ້າເຊື່ອມຊຶມບັນດາມະຕິຂອງພັກ ເພື່ອຫັນມາເປັນມະຕິຂອງຕົນ ຄຽງຄູ່ກັບການຍົກສູງບົດບາດການນໍາພາວຽກງານການເມືອງ-ແນວຄິດ ຕິດພັນກັບວຽກງານວິຊາສະເພາະ ໂດຍຢືດເອົາຄວາມສາມັກ ແລະ ຄວາມເປັນເອກະພາບ ເປັນການຕັດສິນບັນຫາຕ່າງໆ ພ້ອມທັງເອົາໃຈໃສ່ນໍາພາ-ຊີ້ນໍາບັນດາໜ່ວຍພັກທີ່ຂຶ້ນກັບ ປັບປຸງແຜນການເຄື່ອນໄຫວວຽກງານໃຫ້ມີປະສິດທິພາບ ແນ່ໃສ່ກໍ່ສ້າງໜ່ວຍພັກໃຫ້ກາຍເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ສືບຕໍ່ປຸກລະດົມ ສຶກສາອົບຮົມບັນດາສະມາຊິກພັກ ໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ມີຄວາມຫ້າວຫັນ ແລະ ເປັນເຈົ້າການປະຕິບັດລະບຽບ ຂອງພັກ ເພື່ອຮັບປະກັນໃຫ້ຄະນະພັກຮາກຖານມີຄວາມເຂັ້ມແຂງ, ເຕີບໃຫຍ່ ແລະ ສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການ ໃນໜ້າທີ່ການເມືອງຂອງພັກ ແຕ່ລະໄລຍະ.

ພາບ ແລະ ຂ່າວ: ພະແນກພະລັງງານ ແລະ ບໍ່ແຮ່ ແຂວງໄຊສົມບູນ
ຮຽບຮຽງ: ຄຳແສງ ແກ້ວປະເສີດ
Website: www.mem.gov.la
ສາຍດ່ວນ: 1506