3 ໜ່ວຍພັກ ທີ່ຂຶ້ນກັບຄະນະພັກຮາກຖານ ພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງອັດຕະປື ສຳເລັດດໍາເນີນກອງປະຊຸມກາງສະໄໝ

          ໃນຕອນບ່າຍຂອງວັນທີ 16 ມີນາ 2023 ເວລາ 13: 30 ກອງປະຊຸມກາງສະໄໝ (2 ປີເຄິ່ງ 6 ເດືອນທ້າຍປີ 2020 – 2022) ຂອງ 3 ໜ່ວຍພັກ ຄື: ໜ່ວຍພັກພະລັງງານໄຟຟ້າ; ໜ່ວຍພັກທໍລະນີສາດ – ບໍ່ແຮ່ ແລະ ໜ່ວຍພັກລັດວິສາຫະກິດໄຟຟ້າລາວສາຂາ ແຂວງອັດຕະປື ທີ່ຂື້ນກັບຄະນະພັກຮາກຖານພະເເນກພະລັງງານ ແລະ ບໍ່ແຮ່ ແຂວງອັດຕະປື ໄດ້ໄຂຂື້ນຢ່າງເປັນທາງການ

ທີ່ຫໍປະຊຸມໃຫຍ່ຂອງແຂວງ . ພາຍໃຕ້ການເປັນປະທານຂອງ ສະຫາຍ ວິທະຍາ ພົມມະຈັນ ກໍາມະການພັກແຂວງ , ເລຂາຄະນະພັກຮາກຖານ ,ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ,ມີສາມະຊິກພັກສໍາຮອງ ແລະ ສົມບູນເຂົ້າຮ່ວມທັງໝົດ 76 ສະຫາຍ, ຍິງ 8 ສະຫາຍ
ກອງປະຊຸມໄດ້ຜ່ານມະຕິຕົກລົງຂອງກົມການເມືອງສູນກາງພັກ ສະບັບເລກທີ 03/ກມສພ , ລົງວັນທີ 02 ມັງກອນ 2018 ວ່າດ້ວຍມາດຕະຖານພະນັກງານນໍາພາ ຄຸ້ມຄອງ, ກອງປະຊຸມກໍ່ໄດ້ຮັບຟັງບົດສະຫຼຸບລາຍງານການເມືອງກາງສະໄໝ 2 ປີເຄິ່ງ ແລະ ທິດທາງທັງ 3 ໜ່ວຍພັກ ໂດຍແມ່ນສະຫາຍເລຂາຂອງແຕ່ລະໜ່ວຍເປັນຜູ້ຜ່ານ, ທັງ3ໜ່ວຍພັກເຫັນດີຮັບຮອງເອົາບົດສະຫຼຸບລາຍງານການເມືອງການເຄື່ອນໄຫວຂອງ 3 ໜ່ວຍພັກ 2 ປີເຄິ່ງ ກາງສະໄໝໃນໄລຍະຜ່ານມາ

ແລະ ທິດທາງແຜນການໆຊີ້ນໍາໆພາ 2 ປີເຄິ່ງໃນຕໍ່ໜ້າ. ເຊິ່ງມີເນື້ອໃນທີ່ສໍາຄັນຄື: ເພີ່ມທະວີກໍ່ສ້າງພັກໃຫ້ໜັກແໜນເຂັ້ມແຂງທາງດ້ານການເມືອງ-ແນວຄິດ; ສູ້ຊົນຈັດຕັ້ງປະຕິບັດແຜນການກໍ່ສ້າງໜ່ວຍພັກປອດໃສເຂັ້ມແຂງໜັກແໜ້ນໃຫ້ປະກົດຜົນເປັນຈິງ; ສ້າງໜ່ວຍພັກ ສາມະຊິກພັກໃຫ້ເປັນແກນນໍາໃນການນໍາພາໂດຍຢືດໝັ້ນຕາມ5 ຫຼັກການ 3 ທິດຊີ້ນໍາຂອງພັກ; ຂະຫຍາຍສາມະຊິກພັກໃນຕໍ່ໜ້າໃຫ້ໄດ້ 23 ສະຫາຍ: ໜ່ວຍພັກພະລັງງານໄຟຟ້າ 6 ສະຫາຍ; ໜ່ວຍພັກທໍລະນີສາດ ແລະ ບໍ່ແຮ່ 5 ສະຫາຍ ແລະ ໜ່ວຍພັກລັດວິສາຫະກິດໄຟຟ້າລາວສາຂາແຂວງອັດຕະປື 12 ສະຫາຍ;

ພ້ອມກັນນີ້, ໃນວາລະການດຳເນີນກອງປະຊຸມກາງສະໄໝຂອງ 3 ໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານ ພະແນກພະລັງງານ ແລະ ບໍ່ແຮ່ ແຂວງ, ຍັງໄດ້ຈັດພິທີມອບ-ຮັບ ບັດສະມະຊິກພັກສົມບູນໃຫ້ 4 ສະຫາຍ ທີ່ມີຄວາມອົດທົນ ໂດຍຜ່ານຂະບວນການຝຶກຝົນຫຼໍ່ຫຼອມຕົນເອງຈົນກາຍມາເປັນສາມະຊິກພັກຕື່ມອີກ.
ພາບ ແລະ ຂ່າວ: ພບ ແຂວງ ອັດຕະປື
ຮຽບຮຽງຂ່າວ: ຄຳແສງ ແກ້ວປະເສີດ