ທ່ານ ພອນປະເສີດ ສິດທະວົງ ໄດ້ຮັບການແຕ່ງຕັ້ງເປັນຮອງຫົວໜ້າ ພະແນກພະລັງງານ ແລະ ບໍ່ແຮ່ແຂວງໄຊຍະບູລີ ຜູ້ໃໝ່

          ໃນວັນທີ 15 ພະຈິກ 2022 ນີ້ ທີ່ຫ້ອງປະຊຸມພະແນກພະລັງງານ ແລະ ບໍ່ແຮ່ ແຂວງໄຊຍະບູລີ ໄດ້ຈັດພິທີປະກາດການຈັດຕັ້ງ ແລະ ປະກາດພະນັກງານພັກຜ່ອນຮັບເບ້ຍບໍານານ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສໍາລານ ສຸວັນນະໂຊດ ກໍາມະການປະຈໍາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ, ມີທ່ານ ຄໍາເຫຼັກ ແກ້ວວິໄລພອນ ກໍາມະການພັກແຂວງ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງໄຊຍະບູລີ, ມີຫົວໜ້າ, ຮອງຫົວໜ້າພະແນກການ, ຫົວໜ້າ, ຮອງຫົວໜ້າຂະແໜງການ ຕະຫຼອດຮອດສະມາຊິກພັກ-ພະນັກງານ ແລະ ແຂກຖືກເຊີນເຂົ້າຮ່ວມ.

          ໃນພິທີ ທ່ານ ບຸນເພັງ ແສນຄໍາ ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຂຶ້ນຜ່ານຂໍ້ຕົກລົງ ຂອງທ່ານເຈົ້າແຂວງໄຊຍະບູລີ ເລກທີ 1226/ຈຂ.ຊຍ, ລົງວັນທີ 24 ຕຸລາ 2022 ວ່າດ້ວຍການອານຸມັດພະນັກງານ-ລັດຖະກອນພັກການ-ຮັບອຸດໜູນບໍານານ. ເຈົ້າແຂວງໄຊຍະບູລີ ເຫັນດີອານຸມັດໃຫ້ ທ່ານ ຄໍາກ່າຍ ວົງສີ ຮອງຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ແຂວງ ອອກພັກການຮັບອຸດໜູນບໍານານ ນັບແຕ່ວັນທີ 1 ມັງກອນ 2023 ເປັນຕົ້ນໄປ, ຜ່ານຂໍ້ຕົກລົງ ເລກທີ 1263/ຈຂ.ຊຍ, ລົງວັນທີ 31 ຕຸລາ 2022 ວ່າດ້ວຍການແຕ່ງຕັ້ງຮອງຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ແຂວງ. ເຈົ້າແຂວງໄຊຍະບູລີ ຕົກລົງ ແຕ່ງຕັ້ງ ທ່ານ ພອນປະເສີດ ສິດທະວົງ ຫົວໜ້າຂະແໜງກວດກາ ແລະ ນິຕິກໍາ ຂຶ້ນເປັນຮອງຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ແຂວງໄຊຍະບູລີ, ຂໍ້ຕົກລົງ ເລກທີ 1315, 1316,1317, 1318, 1319, 1320, 1321, 1322, 1323, 1324, 1325, 1326, 1327, 1328, 1329, ລົງວັນທີ 15 ພະຈິກ 2022 ວ່າດ້ວຍການແຕ່ງຕັ້ງຫົວໜ້າຂະແໜງ, ຮອງຫົວໜ້າຂະແໜງການ. ເຈົ້າແຂວງໄຊຍະບູລີ ຕົກລົງ ແຕ່ງຕັ້ງ ທ່ານ ສົມສະຫວາດ ໄຊຍະວົງ ເປັນຫົວໜ້າຂະແໜງທຸລະກິດ ແລະ ຄວາມປອດໄພອຸດສາຫະກໍາພະລັງງານ, ແຕ່ງຕັ້ງ ທ່ານ ສົມມິດ ເປືອກແກ້ວ ຮອງຫົວໜ້າຂະແໜງບໍລິຫານ, ຈັດຕັ້ງ ແລະ ແຜນການ ເປັນຫົວໜ້າຂະແໜງບໍລິຫານຈັດຕັ້ງ ແລະ ແຜນການ, ແຕ່ງຕັ້ງ ທ່ານ ສູນທະວິ ບຸນເຮືອງ ຫົວໜ້າຂະແໜງບໍລິຫານຈັດຕັ້ງ ແລະ ແຜນການ ເປັນຫົວໜ້າຂະແໜງນະໂຍບາຍ ແລະ ສົ່ງເສີມປະຢັດພະລັງງານ, ແຕ່ງຕັ້ງ ທ່ານ ອຸ່ນເຮືອນ ກັນທະວົງ ເປັນຫົວໜ້າຂະແໜງຄຸ້ມຄອງພະລັງງານ, ແຕ່ງຕັ້ງ ທ່ານ ວັນທອງ ທອງປະເສີດ ເປັນຫົວໜ້າຂະແໜງຄຸ້ມຄອງບໍ່ແຮ່, ແຕ່ງຕັ້ງ ທ່ານ ແສງເພັດ ທໍລະທີ ເປັນຫົວໜ້າຂະແໜງທໍລະນີສາດ ແລະ ແຮ່ທາດ, ແຕ່ງຕັ້ງ ທ່ານ ແສງເພັດ ຈັນສຸກ ພະນັກງານວິຊາການຂະແໜງບໍລິຫານ,ຈັດຕັ້ງ ແລະ ແຜນການ ເປັນຮອງຫົວໜ້າຂະແໜງບໍລິຫານ,ຈັດຕັ້ງ ແລະ ແຜນການ, ແຕ່ງຕັ້ງ ທ່ານ ສິດທິພອນ ຂຸນດາວົງ ພະນັກງານວິຊາການຂະແໜງນະໂຍບາຍ ແລະ ສົ່ງເສີມປະຢັດພະລັງງານ ເປັນຮອງຫົວໜ້າຂະແໜງນະໂຍບາຍ ແລະ ສົ່ງເສີມປະຢັດພະລັງງານ, ແຕ່ງຕັ້ງ ທ່ານ ຈັນທະລາດ ໄຊທອງ ເປັນຮອງຫົວໜ້າຂະແໜງຄຸ້ມຄອງພະລັງງານ, ແຕ່ງຕັ້ງ ທ່ານ ສີພັນ ທອງປະເສີດ ເປັນຮອງຫົວໜ້າຂະແໜງທຸລະກິດ ແລະ ຄວາມປອດໄພອຸດສາຫະກໍາພະລັງງານ, ແຕ່ງຕັ້ງ ທ່ານ ສົມສະຫວັດ ຈັນທິບ ພະນັກງານວິຊາການຂະແໜງຄຸ້ມຄອງພະລັງງານ ເປັນຮອງຫົວໜ້າຂະແໜງຄຸ້ມຄອງພະລັງງານ, ແຕ່ງຕັ້ງ ທ່ານ ນະ ຄັນທີ ພະນັກງານວິຊາການ ເປັນຮອງຫົວໜ້າຂະແໜງທຸລະກິດ ແລະ ຄວາມປອດໄພອຸດສາຫະກໍາພະລັງງານ, ແຕ່ງຕັ້ງ ທ່ານ ສຸກສະຫວາດ ລີ ເປັນຮອງຫົວໜ້າຂະແໜງຄຸ້ມຄອງບໍ່ແຮ່, ແຕ່ງຕັ້ງ ທ່ານ ນາງ ວິລະພອນ ແກ້ວສຸລິຍາ ຮອງຫົວໜ້າຂະແໜງນະໂຍບາຍ ແລະ ສົ່ງເສີມປະຢັດພະລັງງານ ເປັນຮອງຫົວໜ້າຄຸ້ມຄອງບໍ່ແຮ່, ແຕ່ງຕັ້ງ ທ່ານ ນາງ ສຸບາໄພ ໄຊຄໍາມູນ ເປັນຮອງຫົວໜ້າຂະແໜງທໍລະນີສາດ ແລະ ບໍ່ແຮ່.

ຕອນທ້າຍຂອງພິທີ ໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນຳຂອງ ທ່ານ ສໍາລານ ສຸວັນນະໂຊດ ກໍາມະການປະຈໍາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ຕື່ມອີກ.

ພາບ ແລະ ແຫຼ່ງຂ່າວ: NEWS.XBL
ຮຽບຮຽງຂ່າວ: ຄຳແສງ ແກ້ວປະເສີດ